ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ລົງເຄືອນໄຫວລະດົມ ແລະ ກວດກາບັນດາຕະຫຼາດ, ຮ້ານຂາຍຜົນຜະລິດກະສິກຳລຽບຕາມແຄມທາງ, ເຮືອນບຸກຄົນ ເລີ່ມແຕ່ເດືອນ ຕຸລາ 2022 ເປັນຕົ້ນມາ ລວມທັງໝົດ 15 ຄັ້ງ ສາມາດລະດົມ ແລະ ຍຶດໄດ້ສັດປ່າ, ຊີ້ນສ່ວນສັດປ່າປະເພດຕ່າງໆທັງໝົດ 512 ໂຕ/ຊີ້ນສ່ວນ, ນໍ້າໜັກ 194,8 ກິໂລ ມູນຄ່າ 29 ລ້ານກວ່າກີບ (150,000 ກີບ/ກິໂລ) ມີ 1 ປະເພດສັດທີ່ຕາຍ: ຈໍານວນ 489 ໂຕ/ຊີ້ນສ່ວນ, ນ້ຳໜັກ 118,2 ກິໂລ ນໍາມາທໍາລາຍ (ຝັງ). ໃນນີ້, ມີສັດປ່າຫວງຫ້າມ ມີ 8 ໂຕ/ຊີ້ນສ່ວນ ນໍ້າໜັກ 12.7 ກິໂລ, ສັດປ່າຄຸ້ມຄອງ ມີ 399 ໂຕ/ຊີ້ນສ່ວນ ນໍ້າໜັກ 100,9 ກິໂລ, ສັດປ່າທົ່ວໄປ ມີ 82 ໂຕ/ຊີ້ນສ່ວນ ນໍ້າໜັກ 4,6 ກິໂລ. ສັດທີ່ຍັງມີຊີວິດມີ 23 ໂຕ ນໍ້າໜັກ 76,6 ກິໂລ ປະກອບມີ: ສັດຫວງຫ້າມ ມີ 3 ໂຕ ນໍ້າໜັກ 64,8 ກິໂລ ໃນນີ້: ມີເຕົ່າ 1 ໂຕ ໄດ້ປ່ອຍຄືນສູ່ທໍາມະຊາດ, ໝີຄວາຍ 1 ໂຕ, ລີງກັງ 1 ໂຕ ໄດ້ມອບໃຫ້ສູນອານຸລັກໝີລາວ ແຂວງຫຼວງພະບາງ (Free the bear), ສັດຄຸ້ມຄອງ ມີ 4 ໂຕ ນໍ້າໜັກ 11,5 ກິໂລ ໄດ້ມອບໃຫ້ສູນອານຸລັກໝີລາວ ແຂວງຫຼວງພະບາງ (Free the bear)ໄປບໍາບັດ. ປັດຈຸບັນ ແມ່ນໄດ້ນໍາໄປປ່ອຍຄືນສູ່ທໍາມະຊາດຢູ່ປ່າສະຫງວນແຫ່ງຊາດ ພູຫີຜີ (ນໍ້າກັດຢໍລະປ່າ). ສັດປ່າປະເພດທົ່ວໄປ ມີ 16 ໂຕ ນໍ້າໜັກ 0,3 ກິໂລ ໄດ້ປ່ອຍຄືນສູ່ທໍາມະຊາດຢູ່ເຂດປ່າຫ່າງໄກຈາກຊຸມຊົນພາຍໃນແຂວງ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ ຜ່ານມາ ທີ່ເດີ່ນພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເຂົ້າຮ່ວມຂອງຄະນະກຳມະການຄຸ້ມຄອງ, ກວດກາສັດປ່າ ແລະ ພືດປະເພດຫວງຫ້າມຂັ້ນແຂວງ ພ້ອມດ້ວຍ ພະນັກງານວິຊາການ ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງເຂົ້າຮ່ວມ.
(ຂ່າວ: ແສງອາທິດ)