ກອງປະຊຸມ ສາມັນຄົບຄະນະບໍລິຫານງານອົງການພຸດທະສາສະໜາສໍາພັນລາວ (ອພສ) ເເຂວງເຊອງ ຄັ້ງທີ III ສະໄໝທີ V ປະຈຳປີ 2023  ວັນທີ 28 ກຸມພາຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງເຊກອງ ໂດຍການເປັນປະທານຂອງພະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ກຳມະການສູນກາງ ອພສ ປະທານ ອພສ ແຂວງເຊກອງ, ມີພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ຄະນະບໍລິຫານງານປະຈຳການ ສູນກາງ ອພສ ອົງຊ່ວຍປະທານ ສູນກາງ ອພສ ຊີ້ນໍາບັນດາເເຂວງພາກໃຕ້ ປະທານ ອພສ ແຂວງຈຳປາສັກ, ພະອາຈານ ສີປະເສີດ ໄຊຍະປັນຍາ ກຳມະການສູນກາງ ອພສ ຮອງປະທານ ອພສ ແຂວງສາລະວັນ, ພະເຖຣາ-ນຸເຖຣະ ແລະ ແຂກຖືກເຊີນຈາແຂວງ, ເມືອງເຂົ້າຮ່ວມ. 
     ພະອາຈານ ບຸນຍືນ ບັ້ງທອງ ຮອງປະທານ ອພສ ແຂວງ ຫົວໜ້າກັມມາທິການສຶກສາສົງ ປະທານ ອພສ ເມືອງລະມາມ ໄດ້ຜ່ານບົດສະຫຼູບລາຍງານຕີລາຄາການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ສະໄໝທີ V ຂອງ ອພສ ເເຂວງເຊກອງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປະຈໍາປີ 2024 ຊຶ່ງມີຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນ: ວຽກງານປົກຄອງສົງ ໄດ້ເອົາໃຈໃສ່ຕິດຕາມກວດກາ, ຄຸ້ມຄອງພະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ຢ່າງເປັນລະບົບຕາມທັມມະນູນສົງລາວ ຕິດພັນກັບການປັບປຸງລະບົບການຈັດຕັ້ງ ແລະ ສັບຊ້ອນພະສົງເຂົ້າໃນລະບົບການຈັດຕັ້ງໃຫ້ມີຄວາມເຕີບໃຫຍ່ ໜັກແໜ້ນ ເຂັ້ມແຂງຂຶ້ນໄປເລື້ອຍໆ.
ປັດຈຸບັນທົ່ວເເຂວງເຊກອງ ມີພະສົງ-ສາມະເນນ ຈຳນວນ 227 ອົງ, ພະສົງ 58 ອົງ, ວຽກງານການສຶກສາສົງ ມີໂຮງຮຽນສົງ 1 ແຫ່ງ, ມີນັກຮຽນທັງໝົດ 109 ອົງ/ຄົນ, ມີ 6 ຊັ້ນຮຽນຄື ມໍ1-ມໍ6. ວຽກງານພົ້ນເດັ່ນ ແມ່ນໄດ້ສຳເລັດການຖວາຍອາຄານໂຮງຮຽນສົງເມືອງລະມາມ, ໄດ້ສຳເລັດພິທີປະກາດສ້າງຕັ້ງຫ້ອງການກຳມາທິການສຶກສາສົງແຂວງ ແລະ ໄດ້ສຳເລັດຈັດພິທີສອບເສັງບັນຈຸບັນພະຊິດຄູ ແລະ ບັນພະຊິດບໍລິຫານໃນສົກປີ 2023-2024, ກຳມາທິການເຜີຍແຜ່ແມ່ນໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ພະທໍາຄຳສອນໃນທາງພຸດທະສາສະໜາໃນວັນສຳຄັນຕ່າງໆ ວຽກງານສາທາຣະນູປະການ ແມ່ນໄດ້ເອົາໃຈໃສ່ຕິດຕາມການສ້າງສາພັດທະນາ ບູຣະນະປະຕິສັງຂອນ, ວັດວາອາຮາມ.
(ຂ່າວ: ແຂວງເຊກອງ)