ໄດຍ: ວັນໄຊ ຕະວິນຍານ
        ຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຍາມໃດກໍໄດ້ສົ່ງເສີມບົດບາດໃຫ້ສາມອົງການຈັດຕັ້ງມະຫາຊົນຂອງກະຊວງໄດ້ມີສ່ວນຮ່ວມໃນການຄົ້ນຄວ້າປຶກສາຫາລືວຽກງານຕ່າງໆຂອງກະຊວງ ແລະ ໄດ້ຊຸກຍູ້ໃຫ້ເຄື່ອນໄຫວວຽກງານຂອງ  ແຕ່ລະອົງການ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະອົງການຕົນ ແລະ ໄດ້ຮ່ວມກັນຕ້ອນຮັບການມາຢ້ຽມຢາມຂອງ 3 ອົງການຈັດຕັ້ງມະຫາຊົນກະຊວງຄົມມະນາຄົມ-ຂົນສົ່ງ ສສ ຫວຽດນາມ ຢູ່ ກະຊວງ ຍທຂ ສ ປປ ລາວ ໄດ້ຮ່ວມກັນສ້າງຂະບວນການບານເຕະຊິງຂັນທ່ານລັດຖະມົນຕີ ກະຊວງ ຍທຂ ປະຈຳ 2023  ແລະ ບໍລິຈາກເລືອດ ຢູ່ກະຊວງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 58 ສະຫາຍ.
     ສໍາລັບສະຫະພັນກຳມະບານກະຊວງ ສຳເລັດການສະຫຼູບຕີລາຄາການເຄື່ອນໄຫວນຳພາຂອງຄະນະບໍລິຫານງານກຳມະບານກະຊວງ ຍທຂ ປະຈຳປີ 2023, ສະຫຼູບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ບົ່ງຕົວແຕ່ງຕັ້ງຮອງປະທານ 1 ສະຫາຍ, ປະທານກວດກາ 1 ສະຫາຍ ແລະ ຄະນະບໍລິຫານງານສະຫະພັນກຳມະບານ 1 ສະຫາຍ, ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ ແລະ ວັນກໍາມະກອນສາກົນ ຄົບຮອບ 137 ປີ ມີຜູ້ເຂົ້າຮ່ວມທັງໝົດ 44 ສະຫາຍ ແລະ ຍັງໄດ້ລະດົມສະມາຊິກກຳມະບານບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ຈຳນວນ 53 ສະຫາຍ ຍິງ 9 ສະຫາຍ, ນຳສົ່ງ ສະມາຊິກ ກຳມະບານກະຊວງ ເຂົ້າຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ,ໄປຝືກອົບຮົມທິດສະດີວຽກກໍາມະບານ ແລະ ຜົນງານອື່ນໆ.
        ສ່ວນສະຫະພັນແມ່ຍິງກະຊວງ ໄດ້ຈັດປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ, ມີຜູ້ເຂົ້າຮ່ວມທັງໝົດ 150 ສະຫາຍ, ຊາຍ 35 ສະຫາຍ, ໄດ້ສ້າງກິດຈະກໍາເດີນແບບຊຸດຊົນເຜົ່າຈາກເອື້ອຍນ້ອງຍິງ ຂອງບັນດາໜ່ວຍຮາກຖານອ້ອມຂ້າງກະຊວງ. ຈັດງານຕະຫຼາດນັດແມ່ຍິງ, ນອກຈາກເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງມີຜົນສໍາເລັດເປັນກ້າວ.             ຄະນະບໍລິຫານງານຊາວໜຸ່ມກະຊວງ ໄດ້ຊຸກຍູ້ໃຫ້ບັນດາໜ່ວຍຊາວໜຸ່ມຮາກຖານ ສະຫຼູບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2023 ສຳເລັດແລ້ວ 15 ຮາກຖານ, ກະກຽມຈັດຕັ້ງປະຕິບັດ ຈໍານວນ 5 ຮາກຖານ, ສໍາເລັດການປັບປຸງກອງເລຂາຊາວໜຸ່ມກະຊວງ; ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍຊາວໜຸ່ມຮາກຖານ ກອງຈະລາຈອນທາງອາກາດລາວ. ຊຸກຍູ້ສົ່ງເສີມສະມາຊິກຊາວໜຸ່ມໄດ້ເຂົ້າຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ, ຈັດປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (14 ເມສາ 1955–14 ເມສາ 2023) ແລະ ມອບຫຼຽນ ກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບຸກຄົນ ແລະ ກົມກອງ, ເຂົ້າຮ່ວມບໍລິຈາກເລືອດເພື່ອຊວຍເຫຼືອສັງຄົມ ເພື່ອສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ພາຍໃຕ້ຄໍາຂວັນ ‘’ໃຫ້ເລືອດ, ໃຫ້ຊີວິດ, ສຶບຕໍ່ໃຫ້ເລື້ອຍໆ’’ ແລະ ຜົນງານອື່ນໆ.
        ປັດຈຸບັນ, ສາມອົງການຈັດຕັ້ງມະຫາຊົນພວມອອກແຮງແຂ່ງຂັນສ້າງຜົນງານຕ້ອນຮັບກອງປະຊຸມໃຫ່ຍຂອງຕົນ ຕິດພັນກັບສ້າງຜົນງານຕ້ອນຮັບກອງປະຊຸມອົງຄະນະພັກກະຊວງ ຍທຂ ຄັ້ງທີ VI.