ເມື່ອບໍ່ດົນມານີ້, ຄະນະໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼູບການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ປະຈຳປີ 2023 ແລະ ສືບຕໍ່ເປີດຂະບວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປະຈຳປີ 2024. ໂດຍການເປັນປະທານຂອງທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ແກ້ວດາລີ ຫຼວງໄຊມຸງຄຸນ ຮອງຫົວໜ້າພະແນກພາຍໃນແຂວງ ແລະ ພາກສ່ວນກ່ຍວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
     ໃນທີ່ປະຊຸມໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຜ່ານບົດສະຫຼູບຜົນງານການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023 ຊຶ່ງໄດ້ຍົກໃຫ້ເຫັນຜົນງານ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການປະຕິບັດວຽກງານຕົວຈິງໃນໄລຍະ 1 ປີຜ່ານມາ. ໃນນີ້, ກໍໄດ້ມີການກຳນົດທິດທາງ, ແຜນການ, ໃນການຈັດຕັ້ງປະຕິບັດວຽກງານຂອງຕົນເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງ ການຕີລາຄາຈັດປະເພດສະມາຊິພັກ-ພະນັກງານ, ຄັດເລືອກຜົນງານບຸກຄົນ ແລະ ຂະແໜງການ ເພື່ອເຮັດໃຫ້ການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ຂອງຄະນະໂຄສະນາອົບຮົມແຂວງ ມີຄວາມເປັນເອກະພາບ ແລະໄດ້ຮັບການຈັດຕັ້ງປະຕິບັດເປັນບວນການພົດຟື້ນ, ມີປະສິດທິພາບ, ມີປະສິດທິຜົນສູງ. ໃນໂອກາດດັ່ງກ່າວ, ຕາງໜ້າພະແນກພາຍໃນແຂວງ ໄດ້ຜ່ານຂໍ້ຕົກລົງ ແລະມອບໃບຍ້ອງຍໍຈາກຂັ້ນເຈົ້າແຂວງຈຳນວນ 28 ທ່ານ, ຍ້ອງຍໍຂັ້ນຄະນະໂຄສະນາອົບຮົມແຂວງ 1 ທ່ານ ແລະ ໄດ້ຜ່ານແຜນເປີດຂະບວນການແຂ່ງຂັນຍ້ອງຍໍ “ຮັກຊາດ ແລະພັດທະນາ” ຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ 2024.     
    ໃນຕອນທ້າຍທ່ານ ສົມພົງ ວັນໄພທອງ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ ນໍາເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງຄະນະໂຄສະນາອົບຮົມແຂວງວາງອອກໄປຈັດຕັ້ງຜັນຂະຫຍາຍຕາມທິດທາງແຜນການຂອງຂະແໜງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ ປຸກລະດົມຊຸກຍູ້ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມກະຕືລືລົ້ນ, ຫ້າວຫັນປະກອບສ່ວນ ເພື່ອປະຕິບັດແຜນການດັ່ງກ່າວໃຫ້ມີຜົນສຳເລັດເປັນຢ່າງດີ. (ຂ່າວ: ຄໍາມ່ວນ)