ເພື່ອເປັນການລົງຊຸກຍູ້ການເກັບກູ້ຜົນຜະລິດອ້ອຍຂອງປະຊາຊົນຢູ່ບ້ານ ດອນສະຫວ່າງ ແລະ ບ້ານດອນແຍງ ເມືອງລອງ ແຂວງຫຼວງນໍ້າທາ ໂດຍຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ທັງເປັນການສ້າງຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຄັ້ງ X ຂອງອົງຄະນະພັກເມືອງລອງໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງ. ເມືອບໍ່ດົນມານີ້, ການນໍາເມືອງລອງ ນໍາໂດຍ ທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆລອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຊຸກຍູ້ການເກັບກູ້ການຜະລິດອ້ອຍ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ທັງເປັນການສ້າງຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງ X ຂອງອົງຄະນະພັກເມືອງລອງ, ຢູ່ບ້ານ ດອນສະຫວ່າງ ແລະ ບ້ານດອນແຍງ.
     ທ່ານ ຄໍາພູ ສຸກຈະເລີນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວເມືອງມີເນື້ອທີ່ປູກອ້ອຍທັງໝົດ 5.340 ເຮັກຕາ, ມີ 63 ບ້ານ, ມີ 2.054 ຄອບຄົວ ແລະ ການເກັບກູ້ຜົນຜະລິດອ້ອຍສໍາເລັດແລ້ວ 65%, ຄາດຄະເນຜົນຜະລິດຈະໃຫ້ໄດ້ 427.000 ກວ່າໂຕນ, ຄາດວ່າຈະເກັບກູ້ຜົນຜະລິດໃຫ້ສໍາເລັດໃນທ້າຍເດືອນ ເມສາ 2024 ນີ້ີ້.
       ໂອກາດນີ້, ທ່ານ ເຈົ້າເມືອງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງຈົ່ງເອົາໃຈໃສ່ລົງໃກ້ສິດຕິດແທດ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນໃນການເກັບກູ້ຜົນຜະລິດອ້ອຍ ແລະ ໄດ້ຮຽກຮ້ອງມາຍັງຊາວກະສິກອນໃຫ້ຮີບຮ້ອນເກັບກູ້ຜົນຜະລິດອ້ອຍໃຫ້ທ່ວງທັນເວລາ ແລະ ສໍາເລັດຕາມລະດັບລະຄາດໝາຍທີ່ວາງໄວ້. 
(ຂ່າວ: ເຂັມຄໍາ ຄອນມະນີ)