ວັນທີ 29 ກຸມພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມຄະນະພະແນກການ, ອົງການທີ່ກ່ຽວຂ້ອງ, ການນຳເມືອງທ່າແຂກ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການປັບປຸງຄວາມເປັນລະບຽບ ຮຽບຮ້ອຍພາຍໃນບ້ານທ່າແຂກກາງ ແລະ ບ້ານນາໂບ ທີ່ເປັນຈຸດໃຈກາງໃນການຕ້ອນຮັບນັກທ່ອງທ່ຽວຂອງເມືອງ ທ່າແຂກ ໂດຍມີອຳນາດການປົກຄອງ, ຄະນະການຈັດຕັ້ງທັງສອງບ້ານເຂົ້າຮ່ວມ.
 ຕາງໜ້າການຈັດຕັ້ງທັງສອງບ້ານ ໄດ້ລາຍງານກ່ຽວກັບສະພາບຈຸດພິເສດ ລວມເຖິງການຈັດຕັ້ງປະຕິ ບັດວຽກງານການບໍລິຫານຂັ້ນບ້ານໃນໄລຍະທີ່ຜ່ານມາ ຊຶ່ງທັງສອງບ້ານ ແມ່ນຕັ້ງຢູ່ຈຸດໃຈກາງຂອງເທສະບານ ເມືອງທ່າແຂກ ແຂວງຄຳມ່ວນ, ມີບັນດາຮ້ານຄ້າ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ເປັນຈຳນວນຫຼາຍ ແລະ ເບື້ອງຕາເວັນຕົກແມ່ນຕິດກັບແມ່ນໍ້າຂອງ ທີ່ເປັນບ່ອນນິຍົມຊົມຊອບຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຊົມບັນຍາກາດຕາເວັນໃກ້ຈະຫຼັບຂອບຟ້າ ແລະ ຄວາມສວຍງາມຂອງຝັ່ງແມ່ນໍ້າຂອງ. ນອກນີ້ ຍັງມີຫໍໄຫວ້ມູນເຊື້ອ 21 ມີນາ (ນໍ້າພຸ) ແລະ ເຮືອນເກົ່າສະໄໝຝຣັ່ງ ຊຶ່ງມີຄຸນຄ່າທາງດ້ານວັດທະນະທຳ, ສະຖາ ປັດຕະຍະກຳ ແລະ ສິລະປະກຳຂອງປະຊາຊົນລາວ ຊາວເມືອງທ່າແຂກ ທີ່ປະດິດສ້າງຂຶ້ນໃນສະໄໝຝຣັ່ງປົກຄອງ ປັດຈຸບັນນີ້ ແມ່ນໄດ້ມີການຂຶ້ນທະບຽນ ເພື່ອອະນຸລັກໄວ້ໃຫ້ມີຄວາມຍືນຍົງ ແລະ ເປັນບ່ອນສຶກສາຮຽນຮູ້ ທາງດ້ານ ປະຫວັດສາດໃຫ້ຄົນຮຸ່ນຕໍ່ໆໄປ.
 ໂອກາດນີ້. ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ຍ່າງຕິດຕາມເບິ່ງສະພາບຄວາມເປັນລະບຽບຮຽບ ຮ້ອຍຕາມເສັ້ນທາງຊອຍຂອງບ້ານ ທີ່ຫາກໍໄດ້ຮັບການຕິດຕັ້ງດອກໄຟໂຊລາເຊວ ເພື່ອເພີ່ມຄວາມສະຫວ່າງ ແລະ ເພີ່ມສີສັນຄວາມສວຍງາມໃນຍາມຄໍ່າຄືນ. ພ້ອມດຽວກັນທ່ານເຈົ້າແຂວງຍັງໄດ້ມີຄຳເຫັນຊີ້ນຳ ໂດຍໃຫ້ພະແນກ ການ, ອົງການກ່ຽວຂ້ອງຂັ້ນແຂວງ, ເມືອງ ສົມທົບກັບອຳນາດການປົກຄອງບ້ານ ໃນການປັບປຸງ, ອະນາໄມ ປະດັບປະດາ ພາຍໃນບ້ານໃຫ້ມີຄວາມສະອາດ, ສວຍງາມ, ໃຫ້ອຳນາດການປົກຄອງບ້ານ ປຸກລະດົມພໍ່ແມ່ປະຊາ ຊົນ ໃຫ້ມີສະຕິຄວາມເປັນເຈົ້າການໃນການຈັດສັນ, ກຳຈັດ ແລະ ເກັບມ້ຽນຂີ້ເຫຍື້ອ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ, ປຸກລະດົມໃຫ້ປະຊາຊົນມີສ່ວນຮ່ວມ ແລະ ເປັນເຈົ້າພາບທີ່ດີໃນການຕ້ອນຮັບນັກທ່ອງທ່ຽວ, ມີຄວາມສາມັກຄີພາຍໃນບ້ານຢ່າງເຂັ້ມແຂງ ເຮັດໃຫ້ກາຍເປັນບ້ານແບບຢ່າງທາງດ້ານການຮັກສາຄວາມສະອາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ບໍລິການນັກທ່ອງທ່ຽວດ້ວຍຄວາມພາກພູມໃຈ.
(ຂ່າວ-ພາບ: ກອງຄຳ)