ທ່ານ ທອງພັດ ທອງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງໄດ້ລົງກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງ, ສ້ອມແປງຊົນລະປະທານຄອງເໝືອງຝາຍຈີ່ຫຼໍ່ ແລະ ຝາຍນາຫວຍນ້ຳຍວນ ບ້ານນາຫອຍ ເມືອງແປກ ໃນວັນທີ 29 ກຸມພາຜ່ານມາ, ທ່ານ ບຸນເພັງ ທຳມະວົງ ປະທານບໍລິສັດເພັງໄຊກໍ່ສ້າງ ຈຳກັດຜູ້ດຽວ ໄດ້ລາຍງານຄວາມຄືບໜ້າຂອງໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານຄອງເໝືອງຝາຍຈີ່ຫຼໍ່ ນ້ຳຍວນ ບ້ານນາຫອຍ ມູນຄ່າການກໍ່ສ້າງ 17 ຕື້ກ່ວາກີບ, ປະຕິບັດສຳເລັດແລ້ວ 43,80%, ໂຄງການກໍ່ສ້າງ ແລະ ສ້ອມແປງຄອງເໝືອງຝາຍນາຫວຍ ມູນຄ່າການກໍ່ສ້າງ 15 ຕື້ກ່ວາກີບ, ສຳເລັດແລ້ວ 45,48%, ຄອງເໝືອງທັງສອງຍາວ 9 ກິໂລແມັດ, ທັງສອງໂຄງການໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ຕູລາ 2023, ຄາດວ່າຈະໃຫ້ສຳເລັດໃນເດືອນ ທັນວາ 2024 ໂດຍແມ່ນທຶນຂອງລັດຖະບານ 100% ເພື່ອສະໜອງນ້ຳໃຫ້ພຽງພໍໃນການປັກດຳເຂົ້ານາປີ, ໜອງປາ ແລະ ທຳການຜະລິດປູກພືດລະດູແລ້ງໃນເນື້ອທີ່ 200 ເຮັກຕາ. ຄອງເໝືອງດັ່ງກ່າວແມ່ນມີສອງບ້ານໄດ້ຮັບຜົນປະໂຫຍຄື: ບ້ານນາຫອຍ ແລະ ບ້ານນາຄູນ. ທ່ານ ສົມສະໝອນ ຜະລິຈັນ ວ່າການຫົວໜ້າພະແນກກະສິກຳແລະປ່າໄມ້ແຂວງຊຽງຂວາງ ໄດ້ກ່າວວ່າ: ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈະໄດ້ເຮັດວຽກງານການເມືອງແນວຄິດໃນການປົກປັກຮັກສາຝາຍ, ຄອງເໝືອງ, ເຕັກນິກ, ສ້າງກຸ່ມການຜະລິດ, ການປູກພືດລະດູແລ້ງເຊັ່ນ: ຜັກກາດ, ຜັກບົ່ວ. ຜັກທຽມ, ຖົ່ວ, ໝາກແຕງ ແລະ ອື່ນໆ ເພື່ອປ້ອນຕະຫຼາດໃນເທດສະບານໂພນສະຫັວນ, ເປັນການຫາລາຍໄດ້ເຂົ້າຄອບຄົວ ແລະ ແກ້ໄຂຄວາມທຸກຍາກໃຫ້ດີຂຶ້ນ. ຈາກນັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມການລົງທຶນປູກມອນລ້ຽງມ້ອນ ແລະ ສາວໄໝຂອງບໍລິສັດຫວ່ານຫຼຸຍກະສິກຳຈຳກັດຜູ້ດຽວ, ຊຶ່ງກຳລັງກໍ່ສ້າງໂຮງງານສາວໄໝຂະໜາດໃຫຍ່ ຢູ່ບ້ານນາຄູນເມືອງແປກ ແລະ ກຳລັງປູກມອນ-ລ້ຽງມ້ອນຢູ່ບ້ານຊາຍ ເມືອງພູກູດ ໃນເນື້ອທີ່ 300 ເຮັກຕາ
(ຂ່າວ: ບຸນມີ ແສງທຸມມີ)