ຊຸດຝຶກອົບຮົມຫຼັກສູດ ການບໍລິຫານ ຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບກາງ ໃຫ້ແກ່ພະນັກງານຫ້ອງວ່າການສູນກາງພັກ ຈຳນວນ 73 ຄົນ ຍິງ 36 ຄົນ ຊຶ່ງໄດ້ແບ່ງອອກເປັນ 2 ຊຸດ ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 5 ກຸມພາ ແລະ ປິດລົງຢ່າງເປັນທາງການໃນຕອນແລງ ວັນທີ 29 ກຸມພາ ຜ່ານມານີ້ ທີ່ ຫສພ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ນາງ ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າ ວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ ຊຶ່ງມີບັນດາ ຫົວໜ້າກົມ, ຮອງຫົວ ໜ້າກົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນທັງໝົດ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.
ໃນໂອກາດປິດຊຸດອົບຮົມຄັ້ງນີ້, ທ່ານ ຄໍາຜາ ພິມມະສອນ ໄດ້ກ່າວວ່າ: ຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ຖືເປັນບາດກ້າວສໍາຄັນ ຊຶ່ງມັນໄດ້ສະແດງເຖິງຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ທີ່ຖືສໍາຄັນຕໍ່ການບໍາລຸງກໍ່ສ້າງພະນັກງານການນໍາຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ ໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ, ສິ່ງສໍາຄັນແມ່ນການນໍາເອົາບົດຮຽນ ແລະ ປະສົບການ ໃນການຝຶກອົບຮົມໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການເຄື່ອນໄຫວຽກງານຕົວຈິງ ໃຫ້ໄດ້ຮັບຜົນຢ່າງເປັນຮູບປະທໍາ, ດັ່ງນັ້ນຂ້າພະເຈົ້າຈຶ່ງມີຄໍາເຫັນໃນບາງຈຸດທີ່ຄວນເອົາໃຈໃສ່ໃນຕໍ່ຫນ້າດັ່ງນີ້: 
1. ບັນດານັກສໍາມະນາກອນ ກໍຄືພະນັກງານການນໍາຫຼັກແຫຼ່ງຂັ້ນກາງ ຂອງຫ້ອງວ່າການ ສູນກາງພັກ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍເນື້ອໃນ ແລະ ບົດຮຽນຈາກການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນຢ່າງປະດິດສ້າງ ແລະ ມີປະສິດທິຜົນສູງຂຶ້ນ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຈັດຕັ້ງນໍາພາ, ຕັ້ງໜ້າແຂ່ງຂັນພັດທະນາຕົນເອງ ແລະ ການຈັດຕັ້ງ, ເອົາໃຈໃສ່ຍົກສູງຄວາມອາດສາມາດໃນການນໍາພາພະນັກງານ- ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເພື່ອເປັນກໍາລັງແຮງໃຫ້ແກ່ຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງ ກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການສູນກາງພັກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.
2. ຄະນະຮັບຜິດຊອບ ກໍຄືພະແນກ, ກົມກອງທີ່ເປັນເສນາທິການຊ່ວຍວຽກຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໂດຍສະເພາະແມ່ນພະນັກງານການນໍາຫຼັກແຫຼ່ງຂັ້ນກາງ ພາຍໃນຫ້ອງວ່າການສູນກາງພັກ ກໍຄືສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຮໍ່າຮຽນ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາການນໍາພາ-ຄຸ້ມຄອງຕົວຈິງຈາກຄູ-ອາຈານ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມດ້ວຍກັນ ເພື່ອຍົກສູງຄວາມຮູ້ຂອງບັນດາທ່ານ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ແນໃສ່ກໍ່ສ້າງພະນັກງານສືບທອດປ່ຽນແທນແຕ່ລະຂັ້ນ ໃຫ້ນັບມື້ເຂັ້ມແຂງ ແລະ ມີຄຸນນະພາບ, ຄຽງຄູ່ກັນນັ້ນ ໃຫ້ເອົາໃຈໃສ່ຕໍ່ການຄົ້ນຄວ້າ ແລະ ກໍານົດເປົ້າໝາຍໃນການເຂົ້າຮ່ວມຝຶກອົບຮົມແຕ່ລະຂັ້ນໃນຊຸດໜ້າຢ່າງແທດເໝາະ, ເພີ່ມທະວີຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການສ້າງແຜນຝຶກອົບຮົມໃນຫົວຂໍ້ຕ່າງໆ ກໍຄືແຜນບໍາລຸງກໍ່ສ້າງ, ແຜນພັດທະນາບຸກຄະລາກອນພາຍໃນຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບການຍົກລະດັບ ເປັນກ້າວໆ.
3. ພາຍຫຼັງບັນດານັກສໍາມະນາກອນໄດ້ສໍາເລັດການຝຶກອົບຮົມກັບໄປປະຈໍາການປົກກະຕິແລ້ວ ໃຫ້ບັນດາກົມກອງທີ່ບັນດາພະນັກງານຫຼັກແຫຼ່ງ ຂັ້ນກາງສັງກັດຢູ່ ສືບຕໍ່ຕິດຕາມ, ຊຸກຍູ້, ກໍ່ສ້າງ ເຂົາເຈົ້າຕໍ່ໄປ ດ້ວຍການມອບວຽກມອບງານ, ນໍາໃຊ້, ທົດສອບໃນໜ້າວຽກຕົວຈິງໃຫ້ຫຼາຍຂຶ້ນ ເພື່ອເປັນການກໍ່ສ້າງພະນັກງານທາງດ້ານຄວາມຮູ້ຄວາມສາມາດ, ຊຸກຍູ້ໃຫ້ເຂົາເຈົ້າໄດ້ລົງເລິກ ຕົວຈິງໃນການໝູນໃຊ້ບົດຮຽນ, ຄວາມຮູ້ທາງດ້ານທິດສະດີທີ່ໄດ້ຈາກການຝຶກອົບຮົມມາຜັນຂະຫຍາຍເຂົ້າສູ່ຕົວຈິງຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງຂຶ້ນ.
                                                    ຂ່າວ-ພາບ: ພູວຽງຄຳ