ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ດໍາເນີນກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຖອດຖອນບົດຮຽນ ກ່ຽວກັບ ການຕິດຕາມກວດກາການດໍາເນີນຄະດີອາຊະຍາກໍາສັດປ່າ ຂອງອົງການໄອຍະການປະຊາຊົນທົ່ວປະເທດ ຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ 2024 ຜ່ານມາ ທີ່ໂຮງແຮມເອຣາວັນ ນະຄອນປາກເຊ ແຂວງຈໍາປາສັກ ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າ ອອປສ ແລະ ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍການອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ (WCS), ມີບັນດາຫົວໜ້າ ແລະ ຮອງຫົວໜ້າອົງການໄອຍະການປະຊາຊົນ 3 ພາກ, ອົງການໄອຍະການປະຊາຊົນແຂວງ, ນະຄອນ ຫຼວງວຽງຈັນ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມ ແລະ ປະກອບຄໍາເຫັນຫຼາຍຫົວຂໍ້; 1. ໄດ້ຮັບຟັງຄໍາເຫັນຊີ້ນໍາຂອງທ່ານຮອງຫົວໜ້າ ອອປສ ແລະ ຮອງຜູ້ອໍານວຍການອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ກ່ຽວກັບບັນຫາທີ່ຍົກຂຶ້ນມາປຶກສາຫາລື ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບ; 2. ໄດ້ຮັບການເຜີຍແຜ່ດໍາລັດ ເລກທີ 348/ອອປສ, ລົງວັນທີ 11 ພະຈິກ 2022 ວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ, ຄໍາແນະນໍາຈາກກອງປະຊຸມຄະນະປະຈໍາໄຊເຕັດ ຄັ້ງທີ 77, ວິເຄາະກໍລະນີສຶກສາ ກ່ຽວກັບການດໍາເນີນຄະດີອາຊະຍາກໍາສັດປ່າ, ບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້, ຄໍາສັ່ງເລກທີ 007/ອອປສ, ລົງວັນທີ 20 ເມສາ 2022 ວ່າດ້ວຍການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກົນໄກປະສານງານໃນການດໍາເນີນຄະດີອາຍາຕໍ່ຜູ້ລະເມີດກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍວ່າດ້ວຍສັດນໍ້າ, ສັດປ່າ ຂອງອົງການໄອຍະການປະຊາຊົນພາກເໜືອ, ພາກກາງ ແລະ ພາກໃຕ້ ສະບັບເລກທີ 001/ອອປສ, ລົງວັນທີ 12 ມັງກອນ 2023; 3. ຮັບຟັງການລາຍງານຜົນສໍາເລັດ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີໃນການຕິດຕາມກວດກາການດໍາເນີນຄະດີ ກ່ຽວກັບອາຊະຍາກໍາສັດນໍ້າ, ສັດປ່າ ບັນຫາສິ່ງທ້າທາຍ ແລະ ຂໍ້ສະເໜີຕ່າງໆ ຂອງອົງການໄອຍະການປະຊາຊົນແຂວງຫຼວງນໍ້າ ທາ, ຫົວພັນ, ຈໍາປາສັກ, ອັດຕະປື, ວຽງຈັນ ແລະ ແຂວງຄໍາມ່ວນ; 4. ຮັບຟັງການປະກອບຄໍາເຫັນ ແລະ ລາຍງານຜົນສໍາເລັດ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີໃນການຕິດຕາມກວດກາການດໍາເນີນຄະດີ ກ່ຽວກັບອາຊະຍາກໍາສັດນໍ້າ, ສັດປ່າ ບັນຫາສິ່ງທ້າທາຍ ແລະ ຂໍ້ສະເໜີຕ່າງໆ ຂອງບັນດາອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ຜູ້ແທນກອງປະຊຸມຢ່າງກົງໄປກົງມາ; 5. ໄດ້ຮັບຟັງການສະເໜີ ກ່ຽວກັບການຮ່າງເອກະສານທາງລັດຖະການ ແລະ ວຽກງານພິທີການສະເໜີໂດຍຜູ້ຕາງໜ້າຫ້ອງການ ແລະ ກົມແຜນການ ແລະ ພົວພັນຮ່ວມມື ຂອງອົງການໄອຍະການປະຊາຊົນສູງສຸດ; 6. ໄດ້ຍົກເອົາບັນຫາທີ່ພົບເຫັນໃນການດໍາເນີນຄະດີ, ການຕິດຕາມກວດກາການດໍາເນີນຄະດີອາຊະຍາກໍາສັດນໍ້າສັດປ່າ ຂອງອົງການໄອຍະການປະຊາຊົນພາກ ແລະ ແຂວງ, ນະຄອນຫຼວງວຽງຈັນ ມາປຶກສາຫາລື ເປັນຕົ້ນການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ, ການດໍາເນີນຄະດີຄົບຖ້ວນຮອບດ້ານ ແລະ ພາວະວິໄສ ຮັບປະກັນໃຫ້ຜູ້ກະທໍາຜິດຕ້ອງຖືກລົງໂທດຕາມກົດໝາຍ ແລະ ບໍ່ລົງໂທດຜູ້ບໍ່ໄດ້ກະທໍາຜິດ, ການບັງຄັບໃຊ້ກົດ ໝາຍໃຫ້ມີຄວາມສັກສິດ ແລະ ອະນຸລັກສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານໂດຍກົງ ຕາມມາດຕາ 157 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017 ການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ກໍານົດໂທດຕັດອິດສະລະພາບສາມປີລົງມາ.
ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການອະນຸ ລັກສັດປ່າ ປະຈໍາ ສປປ ລາວ ທີ່ໃຫ້ການສະໜັບສະໜູນຈັດກອງປະຊຸມໃນຄັ້ງນີ້ ແລະ ເນັ້ນໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມພ້ອມກັນຄົ້ນຄວ້າ, ປຶກສາຫາລື, ສົນທະນາແລກປ່ຽນບົດຮຽນລະຫວ່າງວິທະຍາກອນ ແລະ ຜູ້ເຂົ້າຮ່ວມດ້ວຍກັນເພື່ອຍາດແຍ່ງໃຫ້ໄດ້ຄວາມຮູ້ ແລະ ບົດຮຽນໃຫ້ໄດ້ຫຼາຍທີ່ ສຸດ, ເຊື່ອແນ່ວ່າກອງປະຊຸມໃນຄັ້ງນີ້ຈະປະກອບສ່ວນອັນສໍາຄັນໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ ໂດຍສະເພາະວຽກງານການຕິດຕາມກວດກາການດໍາເນີນຄະດີອາຊະຍາກໍາສັດນໍ້າ ແລະ ສັດປ່າ ເພື່ອນໍາເອົາຄວາມຮູ້ ແລະ ຄວາມສາມາດ ແລະ ປະສົບການດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ກໍຄືໜ້າທີ່ວຽກງານວິຊາສະເພາະເຂົ້າສູ່ລວງເລິກເປັນກ້າວໆ.
ຂ່າວ-ພາບ: ບຸນຖະໝອມ ສັງສົມສັກ