ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ ແລະ ສະຫຼຸບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ພ້ອມທັງວາງແຜນການປີ 2024 ຂຶ້ນໃນວັນທີ 1 ມີນາ ນີ້ ທີ່ສະຖາບັນດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນທະນູ ທໍາມະວົງ ປະທານ ສວສສຊ, ມີຄະນະພັກ, ຄະນະນໍາ ພ້ອມດ້ວຍ ສະມາຊິກສະຫະພັນກໍາມະບານເຂົ້າຮ່ວມຢ່າງພ້ອມພຽງ.
 ໃນພິທີ, ທ່ານ ກິແກ້ວ ຈັນທະບູລີ ຮອງປະທານ ສວສສຊ ໄດ້ຂຶ້ນປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 68 ປີ ຊຶ່ງໄດ້ຍົກໃຫ້ເຫັນການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ, ເສີມຂະຫຍາຍທາດແທ້, ລັກສະນະດີເລີດ ຂອງຊົນຊັ້ນກໍາມະກອນລາວ ແລະ ມູນເຊື້ອອັນດີງາມ ຕະຫຼອດ 68 ປີຜ່ານມາ.
ເມື່ອພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ແລະ ໄດ້ກໍານົດບ່ອນຢືນຂອງພັກ “ແມ່ນພັກຂອງຊົນຊັ້ນກຳມະກອນລາວທີ່ຖືລັດທິມາກ-ເລນິນ ເປັນລະບົບແນວຄິດຊີ້ນໍາໆພາໂດຍຖືກຳລັງແຮງມາຈາກມະຫາຊົນ" ຈາກນັ້ນ, ພັກໄດ້ສ້າງຕັ້ງບັນດາໜ່ວຍກຳມະບານລາວຂຶ້ນເປັນເທື່ອທຳອິດຢູ່ຕາມສຳນັກງານ, ອົງການອ້ອມຂ້າງສູນກາງ, ປັບປຸງພະນັກງານ, ລັດຖະກອນ, ກຳມະກອນບັນດາໂຮງຈັກໂຮງງານ ໃນເຂດປົດປ່ອຍ, ປັບປຸງແນວລາວອິດສະຫຼະເປັນແນວລາວຮັກຊາດ; ຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງລາວ, ເພື່ອສັງລວມກໍາລັງແຮງຂອງມະຫາຊົນປະຕິວັດເຂົ້າໃນການປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ຍູ້ແຮງການຕໍ່ສູ້ຂອງກຳມະກອນ ແລະ ປະຊາຊົນລາວບັນດາເຜົ່າຢູ່ໃນ 10 ແຂວງທົ່ວປະເທດ.
ວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກໍາມະບານລາວຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ໂດຍແມ່ນ ທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນໍາ ຈຸດປະສົງ ເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
ໃນປີ 1966 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກໍາມະບານຢ່າງເປັນທາງການ ໂດຍມອບຄວາມຮັບຜິດຊອບໃຫ້ ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ຊີ້ນໍາ ເພື່ອສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ, ປະກອບສ່ວນໃນພາລະກິດຕໍ່ສູ້ປະຕິວັດເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ວັນທີ 23 ສິງຫາ 1975 ພັກໄດ້ປຸກລະດົມປວງຊົນລາວລຸກຮືຂຶ້ນໂຄ່ນລົ້ມລະບອບເກົ່າ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 2 ທັນວາ 1975 ຊຶ່ງເປັນບາດລ້ຽວປະຫວັດສາດອັນສໍາຄັນຂອງຊາດລາວເຮົາ.
ພາຍຫຼັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກໄດ້ສືບຕໍ່ຊີ້ນໍາການເຄື່ອນໄຫວຂອງສະຫະພັນກຳມະບານລາວໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັບປຸງການຈັດຕັ້ງສະຫະພັນກຳມະບານລາວເປັນລະບົບແຕ່ສູນກາງລົງຮອດຮາກຖານໃນທົ່ວປະເທດ. ມາເຖິງວັນທີ 14-16 ທັນວາ 1983 ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ 1 ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ. ພັກໄດ້ຕີລາຄາສູງຕໍ່ການອຸທິດອັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນ ແລະ ອົງການຈັດຕັ້ງກໍາມະບານລາວ ໂດຍຢັ້ງຢືນວ່າ: ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ມີຄຸນສົມບັດສິນທໍາປະຕິວັດຢ່າງຈົບງາມ, ມີສະຕິຮັກຊາດ, ມີຄວາມສາມາດ, ມີຫົວຄິດປະດິດສ້າງ, ມີຄວາມຈົງຮັກພັກດີ, ເດັດຂາດຕໍ່ຊາດ, ຕໍ່ພັກ ແລະ ພາລະກິດປະຕິວັດ ຂອງປະຊາຊົນລາວບັນດາເຜົ່າ ແລະ ວຽກງານອື່ນໆ. 
ໃນພິທີດັ່ງກ່າວ, ທ່ານ ພອນ ວິພົນຮຽນ ວ່າການແທນຫົວໜ້າຫ້ອງການ ສວສສຊ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປີ 2023 ແຜນການປີ 2024, ຜ່ານບົດສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປີ 2023 ແຜນການປີ 2024, ຜ່ານເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປີ2024.
 (ຂ່າວ-ພາບ: ແສງຈັນ)