ການປ່ຽນຊື່ປ້າຍທະບຽນຍານພາຫະນະທາງບົກຈາກກຳແພງນະຄອນວຽງຈັນ ມາເປັນນະຄອນຫຼວງວຽງຈັນໄດ້ຈັດຂຶ້ນໃນວັນທີ 1 ມີນາ ນີ້ ທີ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະ ຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີຫົວໜ້າກົມ-ຮອງກົມ, ເຈົ້າເມືອງ 9 ຕົວເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 ທ່ານ ບຸນປອນ ບຸນສົມຫັວງ ຫົວໜ້າກົມຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນໄດ້ກ່າວວ່າ: ນະຄອນຫຼວງວຽງຈັນໄດ້ຮັບການປ່ຽນປ້າຍທະບຽນຈາກກຳແພງນະຄອນວຽງຈັນມາຕັ້ງແຕ່ປີ 2006 ຕາມດໍາລັດເລກທີ 32/ສປປລ, ລົງວັນທີ 28 ພຶດສະພາ 2006. ຊຶ່ງບັນດານິຕິກຳ ແລະ ເອກະສານຫຼາຍຢ່າງໄດ້ຮັບການປັບປຸງປ່ຽນຊື່ໃຫ້ສອດຄ່ອງແຕ່ຍັງມີໃບທະບຽນຍານພາຫະນະ ແລະ ເອກະສານຫຼາຍຢ່າງໄດ້ຮັບການປັບປຸງປ່ຽນຊື່ໃຫ້ສອດຄ່ອງກັບຍານພາຫະນະທີ່ຍັງບໍ່ທັນໄດ້ຮັບການປ່ຽນເທື່ອ. ຜ່ານມາ, ກະຊວງ ຍທຂ ແລະ ກະຊວງປ້ອງກັນຄວາມສະຫງົບໄດ້ປະສານສົມທົບກັນເພື່ອປັບປຸງໃຫ້ສອດຄ່ອງກັບການປ່ຽນແປງດັ່ງກ່າວ, ມາຮອດເວລານີ້ເງື່ອນໄຂຕ່າງໆແມ່ນໄດ້ອຳນວຍຄວາມສະດວກແລ້ວ ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງ ຍທຂ ສະບັບເລກທີ 37899/ຍທຂ, ລົງວັນທີ 25 ທັນວາ 2023 ວ່າດ້ວຍມາດຕະຖານເຕັກນິກຂອງປ້າຍທະບຽນຍານພາຫະນະທາງບົກ ແລະ ຕາມແຈ້ງການຂອງຫ້ອງການກະຊວງ ຍທຂ ສະບັບເລກທີ 88/ຫກ, ລົງວັນທີ 3 ມັງກອນ 2024. ດັ່ງນັ້ນ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນພ້ອມແລ້ວທີ່ຈະໃຫ້ບໍລິການປະຊາຊົນທີ່ມາປ່ຽນ ແລະ ມາຂຶ້ນທະບຽນໃນຄັ້ງນີ້.
ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ການປ່ຽນປ້າຍທະບຽນຄັ້ງນີ້, ອົງການປົກຄອງນະຄອນຫຼວງວຽງຈັນໃນນາມເປັນບ່ອນຈັດຕັ້ງປະຕິບັດຕາມທິດນໍາ ແລະ ນະໂຍບາຍຂອງສູນກາງ, ລັດຖະບານ. ເວົ້າລວມ, ເວົ້າສະເພາະແມ່ນແຜນປະຕິບັດຕາມທີ່ກະຊວງ ຍທຂ ໄດ້ກຳນົດອອກນັ້ນ, ມີຄວາມເປັນເອກະພາບສູງກັບທິດທາງ ແລະ ແຜນປະຕິບັດດັ່ງກ່າວ ແລະ ຈະໄດ້ມີການຊີ້ນຳຕິດຕາມຊຸກຍູ້ການປະຕິບັດຕົວຈິງ ເພື່ອຮັບປະກັນການສະໜອງການບໍລິການໃຫ້ກັບຜູ້ມາຊົມໃຊ້ບໍລິການໃຫ້ມີຄວາມຄ່ອງຕົວ ເພື່ອໃຫ້ການປ່ຽນປ້າຍທະບຽນຄັ້ງນີ້ບັນລຸຜົນຕາມລະດັບຄາດໝາຍ. ເຫດຜົນ ແລະ ເງື່ອນໄຂການປ່ຽນປ້າຍທະບຽນແມ່ນປະຕິບັດໃຫ້ສອດຄ່ອງກັບຄວາມເປັນຈິງ ໃຫ້ຖືກກັບຊື່ເອີ້ນຂອງນະຄອນຫຼວງວຽງຈັນ ແຕ່ການປະຕິບັດແມ່ນໃຫ້ດໍາເນີນການດ້ວຍຄວາມຄ່ອງຕົວບໍ່ແມ່ນການບັງຄັບປະຕິບັດມື້ໜຶ່ງຍາມດຽວ. ດັ່ງນັ້ນ, ຮຽກຮ້ອງໃຫ້ປະຊາຊົນມີສະຕິໃນການສະແດງຄວາມຄິດເຫັນໃຫ້ຖືກຕ້ອງ ແລະ ສອດຄ່ອງ, ຮຽກຮ້ອງມາຍັງເຈົ້າໜ້າທີ່ໆຮັບຜິດຊອບວຽກງານທີ່ກ່ຽວຂ້ອງຕ້ອງຮັກສາຈັນຍາບັນໃນການໃຫ້ການບໍລິການແກ່ສັງຄົມດ້ວຍຄວາມເປັນເຈົ້າການ ແລະ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ສຳຄັນແມ່ນການອອກນິຕິກຳ, ລະບຽບການ, ຄູ່ມືແນະນໍາອັນລະອຽດປະຊາສໍາພັນໃຫ້ສັງຄົມໄດ້ຮັບຮູ້ ເພື່ອໃຫ້ການບໍລິ ການທີ່ຄ່ອງຕົວເປັນຕົ້ນ ຈຸດໃຫ້ບໍລິການ, ຄວາມອາດສາມາດບໍລິການມີລະດັບໃດ. ຮຽກຮ້ອງໃຫ້ຜູ້ມາໃຊ້ບໍລິການມີຄວາມຕື່ນຕົວເອົາໃຈໃສ່ກະກຽມຄວາມພ້ອມ ເບິ່ງຄໍາແນະນໍາທີ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນ ຫຼວງໄດ້ກຳນົດອອກ.   
ຂ່າວ: ບຸນຕອມ, ພາບ: ບຸນອູ້ມ