ໂດຍ: ແສງຈັນ
ການຜະລິດພືດຜັກໃນ ສປປ ລາວ ແມ່ນສຸມໃສ່ເຂດທີ່ມີທ່າແຮງ ຄວາມພ້ອມທາງດ້ານພື້ນທີ່ເໝາະສົມ ເຊັ່ນ: ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ຈຳປາສັກ ພ້ອມທັງແນໃສ່ດ້ານພື້ນຖານໂຄງລ່າງ ເພື່ອຮັບປະກັນການຜະລິດໄດ້ຕະຫຼອດປີ.
ໃນກອງປະຊຸມ ສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ 2023 ຈັດຂຶ້ນເມື່ອບໍ່ດົນມານີ້, ຕາງໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານກ່ຽວກັບການຄຸ້ມຄອງການຜະລິດ ແລະ ການສະໜອງເຂົ້າ, ພືດຜັກ, ໝາກໄມ້ ແລະ ຄຸ້ມຄອງການເກັບຊື້, ປຸງແຕ່ງ ແລະ ສົ່ງອອກມັນຕົ້ນ ວ່າ: ໃນທົ່ວປະເທດ, ມີເຮືອນຮົ່ມສໍາລັບປູກພືດຜັກ ທັງໝົດ ປະມານ 4.435 ຫຼັງ, ມີສະຫະກອນຜະລິດພືດຜັກ ທັງໝົດ ປະມານ 6 ສະຫະກອນ ແລະ ມີກຸ່ມຜູ້ຜະລິດພືດຜັກ ທົ່ວປະເທດ ປະມານ 1.880 ກຸ່ມ (ຂໍ້ມູນຈາກ ກົມສົ່ງເສີມ ແລະ ສະຫະກອນ) ສາມາດຜະລິດພືດຜັກຕາມແຕ່ລະຮອບວຽນ ເປັນຕົ້ນແມ່ນ: ຜັກກິນໃບ, ຜັກກິນຫົວ ແລະ ພືດຜັກໃຫ້ໝາກ ສະເລ່ຍປະມານ 700.000 ກວ່າໂຕນ ແລະ ອີກສ່ວນໜຶ່ງ ຊາວກະສິກອນທີ່ຜະລິດໃນລະດັບຄອບຄົວ ຕາມທ່າແຮງ ຂອງແຕ່ລະທ້ອງຖິ່ນ ລວມແລ້ວໃນແຕ່ລະປີ ທົ່ວປະເທດຜະລິດໄດ້ ປະມານ 1 ລ້ານກວ່າໂຕນ ໂດຍສະເພາະ ພືດກິນໃບ ປະກອບມີ: ຜັກກາດທຸກປະເພດ, ຜັກກະລໍ່າປີ, ຜັກສະຫຼັດ, ຜັກຫົມ, ຫອມປ້ອມ, ຜັກຊີ, ຜັກບົ້ງ, ຜັກບົ່ວໃບ, ຫອມລາບ, ຫອມເປ, ຫອມແພວ, ບົວລະພາ, ໃບຂີ້ຫູດ; ພືດກິນຫົວ ປະກອບມີ: ຂີງ, ຂ່າ, ຫົວສີໃຄ, ເຜືອກ, ມັນດ້າງ, ມັນເພົາ, ມັນຕົ້ນ, ມັນສາຄູ, ຖົ່ວດິນ; ພືດກິນໝາກ ປະກອບມີ: ໝາກເຂືອ, ຖົ່ວຝັກຍາວ, ຖົ່ວເບີ, ຖົ່ວແຂກ, ໝາກແຕງ, ໝາກອຶ, ໝາກນໍ້າ, ໝາກໂຕ່ນ, ໝາກເຜັດນ້ອຍ, ສາລີແອ້ (ສາລີອ່ອນ), ໝາກໂມ, ໝາກບວບ, ໝາກແຄ້ງ, ຖົ່ວພູ ແລະ ພືດຊະນິດອື່ນໆ.
ອີງໃສ່ມາດຖານຄວາມຕ້ອງການບໍລິໂພກພືດຜັກ ຂອງພົນລະເມືອງລາວທີ່ໄດ້ລະບຸໄວ້ໃນແຜນຍຸດທະສາດ ພັດທະນາກະສິກຳຮອດປີ 2025 ແລະ ວິໄສທັດຮອດປີ 2030 ແມ່ນ 80 ກິໂລ/ຄົນ/ປີ, ແຕ່ພວກເຮົາສາມາດ ປະຕິບັດໄດ້ປະມານ 170 ກິໂລ/ຄົນ/ປີ ເຫັນວ່າ ລື່ນມາດຖານຄວາມຕ້ອງການ 90 ກິໂລ/ຄົນ/ປີ, ໂດຍລວມ ຖືວ່າເກີນດຸນຄວາມຕ້ອງການ ແລະ ສາມາດເປັນສິນຄ້າຈໍລະຈອນພາຍໃນປະເທດ, ແຕ່ໃນລະດັບແຂວງ ແລະ ເມືອງ ໃນບາງພື້ນທີ່ກໍຍັງມີຄວາມຕ້ອງການໃນການຈໍລະຈອນ ແລະ ດຸ່ນດ່ຽງຈາກພາກສ່ວນອື່ນໃນເຂດໃກ້ຄຽງ.
ເຖິງຢ່າງໃດກໍຕາມ, ອີງໃສ່ຈຸດພິເສດສະພາບພື້ນທີ່ ແລະ ຄວາມເໝາະສົມຂອງສະພາບແວດລ້ອມ ສປປ ລາວ ຍັງມີພືດຜັກ ບາງຊະນິດ ຜະລິດບໍ່ພຽງພໍເປັນຕົ້ນແມ່ນ: ຜັກກະລໍ່າປີດອກຂຽວ (ຜັກບັອກເຄີລີ), ຜັກກະລໍ່າປີດອກຂາວ, ຫົວຜັກທຽມ, ຫົວຜັກບົ່ວ, ຜັກເຊີນາລີ, ໝາກເຜັດໃຫຍ່, ໝາກເລັ່ນ, ຫົວຜັກກາດຂາວ, ຫົວກະລົດ, ມັນຝຣັ່ງ ແລະ ຫົວບີທູດ (ຕາມໜັງສືແຈ້ງຕອບຂອງກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້, ເຖິງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 3811/ກຜຮ, ລົງວັນທີ 18 ສິງຫາ 2023). ດັ່ງນັ້ນ, ຈຶ່ງເຫັນວ່າ ມີການນໍາເຂົ້າພືດຜັກ ຈຳນວນໜຶ່ງ ຕາມດ່ານປະເພນີ ແລະ ດ່ານທ້ອງຖິ່ນ.
ສ່ວນການຜະລິດໝາກໄມ້ ໂດຍລວມ ສປປ ລາວ ແມ່ນຜະລິດໝາກໄມ້ຕາມລະດູການ ແລະ ອີງໃສ່ຈຸດພິເສດ ຄວາມເໝາະສົມໄປຕາມແຕ່ລະພື້ນທີ່ ເຊັ່ນ: ໝາກກ້ວຍ, ໝາກໂມ, ໝາກແຕງ, ໝາກກ້ຽງ, ໝາກມ່ວງ, ໝາກມີ້, ໝາກມັງກອນ, ຖົ່ວລຽນ, ລຳໄຍ, ເງາະ, ລະມຸດ, ໝາກນັດ, ໝາກຫຸ່ງ ແລະ ອື່ນໆ ສະເລ່ຍໃນທົ່ວປະເທດ ສາມາດຜະລິດ ໄດ້ປະມານ 600.000 ກ່ວາໂຕນ/ປີ ທຽບໃສ່ຄວາມຕ້ອງການ ຂອງການບໍລິໂພກແມ່ນ: (40 ກິໂລ/ຄົນ/ປີ), ສາມາດຜະລິດໄດ້ 70 ກິໂລ/ຄົນ/ປີ ຊຶ່ງເຫັນວ່າ ລື່ນແຜນຄວາມຕ້ອງການ 30 ກິໂລ/ຄົນ/ປີ, ຖືວ່າພຽງພໍ ແລະ ມີສ່ວນແຮໄວ້ເປັນສິນຄ້າພາຍໃນ ແລະ ສົ່ງອອກ; ເຖິງຢ່າງໃດກໍຕາມ, ອີງໃສ່ຈຸດພິເສດສະພາບພື້ນທີ່ ແລະ ຄວາມເໝາະສົມ ຂອງສະພາບແວດລ້ອມ ໃນ ສປປ ລາວ ຍັງມີໝາກໄມ້ບາງຊະນິດ ຜະລິດບໍ່ພຽງພໍ ແລະ ບໍ່ສາມາດຜະລິດໄດ້ ເປັນຕົ້ນແມ່ນ: ແອບເປີ້ນ, ອາງຸ່ນ, ໝາກກ້ຽງ, ຖົ່ວລຽນ ເປັນຕົ້ນ. ດັ່ງນັ້ນ, ຈຶ່ງໄດ້ມີການນໍາເຂົ້າໝາກໄມ້ຈຳນວນໜຶ່ງ ໂດຍຜ່ານດ່ານປະເພນີ ແລະ ດ່ານ ທ້ອງຖິ່ນ.
ສະຫຼຸບແລ້ວ ເຖິງວ່າ ປະເທດເຮົາສາມາດຜະລິດພືດຜັກໄດ້ຫຼາຍກວ່າຄວາມຕ້ອງການ ການບໍລິໂພກຂອງສັງຄົມ ແຕ່ພືດຜັກຈຳນວນໜຶ່ງ ບໍ່ສາມາດຜະລິດພາຍໃນໄດ້ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າ.