ພິທີມອບປຶ້ມທ່ານ ວົງເພັດ ໄຊເກີຢາຈົງຕົວ ນັກປະຕິວັດ 5 ຢາ ໃຫ້ແກ່ຫໍສະໝຸດແຫ່ງຊາດ ແລະ ຫໍສະໝຸດທົ່ວປະເທດຈຳນວນ 500 ຫົວ ມູນຄ່າ 75 ລ້ານກີບ ໄດ້ຈັດຂຶ້ນໃນວັນທີ 1 ມີນານີ້ ທີ່ຫໍສະໝຸດແຫ່ງຊາດ, ກ່າວມອບໂດຍ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ກ່າວຮັບໂດຍທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ, ມີທ່ານ ນາງ ກົງເດືອນ ເນດຕະວົງ ອະດີດຜູ້ອຳນວຍການຫໍສະໝຸດແຫ່ງຊາດ, ມີຄະນະອຳນວຍການຈາກຫໍສະໝຸດ 22 ແຫ່ງໃນນະຄອນຫຼວງວຽງຈັນ, ມີບັນດາຄອບຄົວ ທ່ານ ວົງເພັດ ໄຊເກີຢາຈົງຕົວ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຂຶ້ນກ່າວຄວາມເປັນມາຂອງໂຄງການປຶ້ມດັ່ງກ່າວວ່າ: ໃນເດືອນກັນຍາປີ 2023 ທ່ານ ກາບແກ້ວ ທໍາມະວົງ ໄດ້ເລີ່ມຂຽນ, ຮຽບຮຽງປຶ້ມ ແລະ ໄດ້ພິມອອກມາ. ສ່ວນເນື້ອໃນຂອງປຶ້ມແມ່ນເວົ້າເຖິງຊີວິດ ແລະ ການ ເຄື່ອນໄຫວປະຕິວັດຂອງພໍ່ວົງເພັດ ໄຊເກີຢາຈົງຕົວ ນັບແຕ່ມື້ທ່ານເກີດຈົນເຖິງມື້ທ່ານໄດ້ຈາກໄປ ໂດຍໃຊ້ສັບສຳນວນວັນນະຄະດີໃຫ້ອ່ານແລ້ວມ່ວນ ແລະ ແຊກຊ້ອນຄໍາສອນ, ບົດຮຽນຊີວິດ, ຄະຕິເຕືອນໃຈ ກໍຄືປັດຊະຍາ 5 ຢາທີ່ພໍ່ ວົງເພັດ ໄຊເກີຢາຈົງຕົວ ກິນແລ້ວເຮັດວຽກງານປະສົບຜົນສໍາເລັດ ແລະ ພໍ່ກໍໃຫ້ລູກທຸກຄົນກິນມາແຕ່ ນ້ອຍໆ ສຳລັບ 5 ຢາຄື: ອົດທົນ, ດຸໝັ້ນ, ເປັນເຈົ້າການຕໍ່ຕົນເອງ, ຊື່ສັດ ແລະ ປະຢັດ. ໃນຄວາມເປັນຈິງແລ້ວ 5 ຢາທີ່ກ່າວມານີ້ ແມ່ນການລວມຍອດເອົາຄໍາສັ່ງສອນສືບທອດກັນມາໄດ້ຫຼາຍເຊັ່ນຄົນແລ້ວ ທັງແມ່ນຄໍາສັ່ງສອນຂອງບັນດາທ່ານຜູ້ນໍາພາການປະຕິວັດສາກົນກຳມະຊີບເຊັ່ນ: ທ່ານ ກາກມາກ, ອັງແກນ, ເລນິນ, ໂຮ່ຈິມິນ, ປະທານ ໄກສອນ ພົມວິ ຫານ, ປະທານ ສຸພານຸວົງ ແລະ ຜູ້ນຳທ່ານອື່ນໆ ທັງໝົດນັ້ນໄດ້ປູກຈິດສໍານຶກໃຫ້ ພໍ່ ວົງເພັດ ໄຊເກີຢາຈົງຕົວ ພິເສດທີ່ສຸດຜູ້ສັ່ງສອນໃຫ້ເພິ່ນຕັ້ງແຕ່ນ້ອຍໆນັ້ນແມ່ນ ພໍ່ ຈົງຕົວ ຢ່າເຍຍເກົ້າ ແລະ ພໍ່ປູ່ທໍ່ຕູ້ ຢາໄຊຈຸ ໂດຍຜ່ານການນຳໄປຈັດຕັ້ງປະຕິບັດ ໄດ້ເກີດມີຜົນສຳເລັດຕົວຈິງ ພໍ່ວົງເພັດ ໄຊເກີຢາຈົງຕົວ ຈຶ່ງສະຫຼຸບສັງລວມອອກມາເປັນຢາດີ 5 ເມັດ ແລ້ວກໍສືບຕໍ່ນໍາມາສັ່ງສອນລູກຫຼານ, ອ້າຍນ້ອງພະນັກງານ ພ້ອມກັນໜູນໃຊ້ນໍາໄປປະຕິບັດໃຫ້ໄດ້ຮັບຜົນດີ ແລະ ສືບທອດຕໍ່ໆກັນໄປ.
ປຶ້ມດັ່ງກ່າວທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 500 ຫົວ ມູນຄ່າ 75 ລ້ານກີບ ເພື່ອໃຫ້ຊາວ ໜຸ່ມໄດ້ອ່ານ ແລະ ນຳເອົາ 5 ຢາ ນີ້ ໄປປະຕິບັດເພື່ອພັດທະນາຕົນເອງ ກໍຄືສັງຄົມ ແລະ ປະເທດຊາດໃຫ້ກ້າວໜ້າຍິ່ງໆຂຶ້ນ.
ທ່ານ ສຳລານ ຫຼວງອາໄພ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານນາງ ປານີ ຢາທໍ່ຕູ້ ແລະ ຄອບຄົວ ທ່ານ ວົງເພັດ ໄຊເກີຢາຈົງຕົວ ທີ່ໄດ້ນຳປຶ້ມມາມອບໃຫ້ໃນຄັ້ງນີ້ ຂໍອວຍພອນໄຊໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ. ປຶ້ມດັ່ງກ່າວນັບວ່າເປັນຂອງຂວັນອັນລໍ້າຄ່າທີ່ສຸດ ເຮັດໃຫ້ເພີ່ມຄັງສາງຂໍ້ມູນຄວາມຮູ້, ທາງພູມປັນຍາໃຫ້ມີຄວາມຫຼາກຫຼາຍໃນການສະ ໜອງຂໍ້ມູນໃຫ້ແກ່ນັກຮຽນ, ນັກ ສຶກສາ, ປັນຍາຊົນ ແລະ ຜູ້ທີ່ມີຄວາມສົນໃຈຢາກຄົ້ນຄ້ວາ, ຮໍ່າຮຽນ. ໃນນັ້ນ, ຈະນຳເອົາປຶ້ມດັ່ງກ່າວໄວ້ບໍລິການໃຫ້ແກ່ປວງຊົນຢູ່ພາຍໃນຫໍສະໝຸດແຫ່ງຊາດໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ຈະນຳໄປແຈກຢາຍໃຫ້ບັນດາຫໍສະໝຸດຢູ່ບັນດາແຂວງ ຫຼື ຫໍສະໝຸດທ້ອງຖິ່ນ, ຫໍສະໝຸດໂຮງຮຽນຕາມຄວາມເໝາະສົມ.
(ຂ່າວ: ວັນເພັງ, ພາບ: ພູວັນ)