ການແຂ່ງຂັນກິລາບານສົ່ງນັກຮຽນມັດທະຍົມສຶກສາທົ່ວແຂວງເຊກອງ ຄັ້ງທີ I ໄດ້ສໍາເລັດໃນວັນ 29 ກຸມພາ ຜ່ານມາ ທີ່ເດີ່ນກິລາໃນຮົ່ມຂອງແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອົບມາ ລາດຕະກຸນ ຮອງປະທານສະຫະພັນບານເຕະແຂວງ ໄດ້ລາຍງານວ່າ: ການແຂ່ງຂັນກິລາບານສົ່ງນັກຮຽນມັດທະຍົມສືກສາທົ່ວແຂວງເຊກອງ ຄັ້ງທີ I ໄດ້ດຳເນີນມາ ແຕ່ວັນທີ 16 ຕຸລາ 2023 ຫາ ວັນທີ 29 ກຸມພາ 2024 ມີນັກກິລາຈາກໂຮງຮຽນແຫ່ງຕ່າງໆເຂົ້າຮ່ວມແຂ່ງຂັນທັງໝົດ 14 ທິມ. ໃນນີ້, ທິມຊາຍ 7 ທິມ ແລະ ທິມຍິງ 7 ທິມ; ຊຶ່ງຜົນການແຂ່ງຂັນປະເພດຊາຍ ອັນດັບທີ I ໂຮງຮຽນ ມສ ກະລຶມ ໄດ້ຮັບລາງຂັນ 1 ໜ່ວຍ ພ້ອມເງິນສົດ 6 ລ້ານກີບ; ອັນດັບທີ II ໂຮງຮຽນ ມສ ຈຸນລາ ໄດ້ຮັບລາງວັນເງິນສົດ 4 ລ້ານກີບ; ອັນດັບທີ III ໂຮງຮຽນ ມສ ເມືອງທ່າແຕງ ໄດ້ຮັບລາງວັນເງິນສົດ 3,5 ລ້ານກີບ. ສ່ວນປະເພດຍິງ ອັນດັບທີ I ໂຮງຮຽນ ມສ ທ່າແຕງ ໄດ້ຮັບລາງຂັນ 1 ໜ່ວຍ ພ້ອມເງິນສົດ 6 ລ້ານກີບ, ອັນດັບທີ II ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດ ໄດ້ຮັບລາງວັນເງິນສົດ 4 ລ້ານກີບ, ອັນດັບທີ III ໂຮງຮຽນ ມສ ແຂວງ ໄດ້ຮັບລາງວັນເງິນສົດ 3,5 ລ້ານກີບ.
(ຂ່າວ: ພຸດທະສອນ)