ກອງປະຊຸມພົບປະ ແລະ ຖອດຖອນບົດຮຽນວຽກງານອຸດສາຫະກໍາ ແລະ ການຄ້າ 8 ແຂວງພາກເໜືອຄັ້ງທີ VIII ທີ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 1 ມີນາ ຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ 8 ແຂວງພາກເໜືອ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືບັນດາພະແນກອຸດສາຫະກໍາ ແລະ ການຄ້າ 8 ແຂວງພາກ ເໜືອຄັ້ງທີ VII ທີ່ແຂວງຫຼວງພະບາງເປັນເຈົ້າພາບ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຄາ ແລະ ທົບທວນຄືນບົດບັນທຶກກອງປະຊຸມວຽກງານອຸດສາຫະກໍາ ແລະ ການຄ້າ 8 ແຂວງພາກເໜືອຄັ້ງທີ VII ໂດຍສະເພາະກົນໄກການປະສານງານຂອງບັນດາ 8 ແຂວງພາກເໜືອ. ຜ່ານກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ສຶບຕໍ່ປັບປຸງແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບັນຫາເງິນເຟີ້, ອັດຕາແລກປ່ຽນລາຄາສິນຄ້າທີ່ເຫັນວ່າຍັງເປັນບັນຫາເຄັ່ງຮ້ອນ ພ້ອມກັນນີ້ ພວກເຮົາຈະໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດບັນທຶກກອງປະຊຸມວຽກງານອຸດສາຫະກໍາ ແລະ ການຄ້າ 8 ແຂວງພາກເໜືອຄັ້ງທີ VIII ຢ່າງມີຄວາມຮັບຜິດຊອບ ແລະ ປັບປຸງແນວທາງນະໂຍບາຍຂອງແຂວງ ໃຫ້ສອດຄ້ອງກັບສະພາບຕົວຈິງຂອງທ້ອງຖິ່ນ ແລະ ສອດຄ້ອງກັບຄວາມສາມາດດ້ານບຸກຄະລາກອນ ໃນຈັດຕັ້ງປະຕິບັດໃຫ້ບັນລຸຜົນເປັນຈິງ. ທ່ານ ຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມຈົ່ງໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຍົກບັນຫາຕົວຈິງເພື່ອມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້.
(ຂ່າວ+ພາບ: ບຸນທີ)