ເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຮອດປີ 2025 ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ບັນລຸຕາມເປົ້າໝາຍ ຕາມແຜນຍຸດທະສາດການອະນຸລັກ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງຊາດໃຫ້ທົ່ວປວງຊົນໃນວຽກງານສົ່ງເສີມການອ່ານໃຫ້ໄດ້ 2/3 ຂອງປະຊາກອນທັງ ໝົດພາຍໃນປີ 2025.
ທ່ານສົມໝາຍ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ໃນນາມຄະນະຈັດງານໄດ້ໃຫ້ກຽດຖະແຫຼງຂ່າວໃນວັນທີ 2 ມີນານີ້ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ(ມຊ) ວ່າ: ການຈັດງານບຸນປື້ມປະຈໍາປີ 2024 ພາຍໃຕ້ຫົວຂໍ້: ງານມະຫະກຳໜັງສືມະຫາວິທະຍາໄລແຫ່ງຊາດ ຄັ້ງທີ IV (Book Festival IV2024)ຈະຈັດຂຶ້ນໃນລະຫວ່າງວັນທີ 27-31 ມີນາ 2024 ເລີ່ມແຕ່ເວລາ 9:00-17:00 ລວມໄລຍະ 5 ວັນ ທີ່ສະໂມສອນໃຫຍ່ ມຊ ໂດຍຈະມີຫຼາຍກວ່າ 40 ຮ້ານເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍສິນຄ້າເປັນຕົ້ນ: ຮ້ານປຶ້ມ, ໂຮງພິມ, ສຳນັກພິມ, ວິຈິດສິນ, ຫັດຖະກຳ, ຮ້ານຂາຍເຄື່ອງທົ່ວໄປ, ກະແລ່ມ, ເຂົ້າໜົມ, ຊາ, ກາເຟ, ອາຫານ ແລະ ເຄື່ອງດື່ມ. ດັ່ງນັ້ນຂໍເຊື້ອເຊີນບັນດາທ່ານ, ນັກອ່ານ, ນັກຂຽນ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ສົນໃຈເຂົ້າໄປທ່ຽວຊົມ ພາຍໃນງານດັ່ງກ່າວທ່ານຈະໄດ້ພົບກັບປຶ້ມລາວອອກໃໝ່ຫຼາຍກວ່າ 10 ເຫຼັ້ມ, ປຶ້ມອ່ານທົ່ວໄປທັງພາຍໃນ ແລະ ຕ່າງປະເທດນັບໝື່ນເຫຼັ້ມ ໂດຍສະເພາະປຶ້ມໝວດແຮງບັນດານໃຈ, ທຸລະກິດ, ຊີວິດ ແລະ ຜົນງານ, ປະຫວັດສາດ, ວັນນະກຳ, ນິທານ, ວິຊາການຕ່າງໆ. ພິເສດທ່ານໃດມີປຶ້ມເກົ່າທີ່ເຊົາອ່ານແລ້ວ ສາມາດນໍາມາແລກເອົາປຶ້ມໃໝ່ໃນງານໄດ້ເລີຍພາຍໃຕ້ໂຄງການແລກປື້ມກັນອ່ານ ເພາະເກົ່າຂອງທ່ານອາດຈະເປັນປຶ້ມໃໝ່ຂອງຫຼາຍໆຄົນ.
ນອກຈາກນີ້, ພາຍໃນງານຍັງຈະມີການບັນຍາຍ ເສວະນາຈາກວິທະຍາກອນຊື່ດັງທີ່ປະສົບຜົນສໍາເລັດມາຫຼາກຫຼາຍດ້ານ ແຕກຕ່າງກັນ ທີ່ຈະມາແບ່ງປັນປະສົບການ, ເບື້ອງຫຼັງຂອງຄວາມສໍາເລັດ, ຖ່າຍທອດຄວາມຮູ້ ໃຫ້ແກ່ທຸກທ່ານທີ່ເຂົ້າຮ່ວມງານ. ຄຽງຄູ່ກັບການສະແດງສິລະປະ-ວັນນະຄະດີ, ໂຕ້ວາທີ, ເດີນແບບປື້ມ, ປະກວດສູນທອນພົດ, ກິດຈະກຳແຈກຂອງລາງວັນຈາກຜູ້ຮ່ວມສະໜັບສະໜູນຢ່າງຫຼາກຫຼາຍຕະຫຼອດທັງ 5 ວັນ ຄາດຄະເນວ່າຈະມີຄົນເຂົ້າຮ່ວມງານເຖິງ 10.000ຄົນ.
ຈຸດປະສົງເພື່ອເປັນການສົ່ງເສີມວັດທະນະທໍາການອ່ານໃຫ້ນັກອ່ານຫຼາຍຂຶ້ນ, ນັກຂຽນໃຫ້ເພີ່ມຂຶ້ນ ເພີ່ມຊ່ອງທາງໃນການເຂົ້າເຖິງປຶ້ມອ່ານໃຫ້ເປັນສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ ແລະ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃຫ້ເທົ່າທັນ ແລະ ທຽບເທົ່າກັບສາກົນ, ພ້ອມດຽວກັນນີ້ເພື່ອເປັນການສະເຫຼີມສະຫຼອງວັນກະວີໂລກ (World Poetry Day) 21 ມີນາ ຄົບຮອບ 25 ປີ, ວັນແມ່ຍິງສາກົນ (International Women's Day) 8 ມີນາ ຄົບຮອບ 114 ປີ ແລະ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 69 ປີທີ່ຈະມາເຖິງນີ້. ດັ່ງນັ້ນ, ຂໍເຊີນຊວນທຸກທ່ານເຂົ້າຮ່ວມຢ້ຽມຊົມງານມະຫະກຳໜັງສືໃນຄັ້ງນີ້ພາຍໃຕ້ຄໍາຂວັນອ່ານປ່ຽນຊີວິດ.
ການຈັດງານເທສະການປື້ມອ່ານ Book Festival 1, 2021 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດໃນລະຫວ່າງວັນທີ 4-6 ມີນາ 2021; ງານສະຫຼອງປຶ້ມໃໝ່ (Book Fair II, 2022) ທີ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໃນລະຫວ່າງວັນທີ 10-12 ມີນາ 2022 ແລະ ບຸນມະໂຫລານ ກອງປຶ້ມໃຫຍ່ Book Festival III, 2023 ທີ່ຜ່ານມາ ກໍຄົບຮອບວາລະຂອງການຈັດງານບຸນປຶ້ມ ຊຶ່ງໃນປີ (2024)ຈັດຂຶ້ນພາຍໃຕ້ຫົວຂໍ້: “ງານມະຫະກຳໜັງສືມະຫາວິທະຍາໄລແຫ່ງຊາດ ຄັ້ງທີ IV” (Book Festival IV, 2024).
ຂ່າວ: ຍຸພິນທອງ