ໂດຍ: ສຳນານ ພົມພັກດີ
ອົງການກາແດງແຫ່ງຊາດລາວຈະສ້າງຂີດຄວາມສາມາດໃຫ້ພະນັກງານ ແລະ ອາສາສະໝັກກາແດງລາວ ດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ 500 ຄົນ ໃນຂະນະດຽວກັນຈະສຸມໃສ່ຈັດຕັ້ງການປຸກລະດົມ ແລະ ອອກຮັບບໍລິຈາກເລືອດຮ່ວມກັບກຸ່ມເປົ້າໝາຍຕ່າງໆທົ່ວປະເທດໃຫ້ໄດ້ຕາມສະພາແຫ່ງຊາດຮັບຮອງ 78.000 ຖົງ
ທ່ານ ຮອງຈັນ ຈັນທະວົງ ຮອງຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວໃຫ້ຮູ້ວ່າ:ທິດທາງແຜນການປີ 2024 ໂດຍສະເພາະວຽກງານກະກຽມຄວາມພ້ອມ ແລະ ຕອບໂຕ້ໄພພິບັດ:ອົງການກາແດງແຫ່ງຊາດລາວຈະສືບຕໍ່ການຮ່ວມມືກັບພາກລັດ, ກາແດງສາກົນ, ກາແດງເພື່ອນມິດ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ(NGO) ໃນການຈັດຕັ້ງໂຄງການໃນວຽກງານກຽມຄວາມພ້ອມຮັບມືໄພພິບັດ,ສືບຕໍ່ຝຶກອົບຮົມວຽກງານກະກຽມຕອບໂຕ້ໄພພິບັດ ແລະ ຝຶກຊ້ອມໃຫ້ ກອງເລຂາອະນຸກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ເມືອງ ແລະ ຊຸມຊົນ ໃຫ້ໄດ້ 3 ຄັ້ງ/ປີ,ຮ່ວມປະເມີນດ້ານຂີດຄວາມສາມາດການກຽມຄວາມພ້ອມ ໃນການຕອບໂຕ້ໄພພິບັດຢ່າງມີປະສິດພາບຂອງພະນັກງານກາແດງແຂວງ,ສ້າງຂີດຄວາມສາມາດໃຫ້ພະນັກງານ ແລະ ອາສາສະໝັກກາແດງລາວ ດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂອບເຂດທົ່ວປະເທດ ໃຫ້ໄດ້ 500 ຄົນ,ສ້າງຊຸມຊົນໃຫ້ເປັນສີຂຽວ ແລະ ມີຄວາມປອດໄພຈາກໄພພິບັດຕ່າງໆ ໃຫ້ໄດ້ 1 ຄັ້ງ,ຈັດອົບຮົມວຽກງານການຫຸ້ມຫໍ່ ແລະ ການຂົນສົ່ງ ໃຫ້ພະນັກງານທີ່ຮັບຜິດຊອບສາງພາກ ແລະ ສາງແຂວງ ໃຫ້ໄດ້ 1 ຄັ້ງ,ສ້າງ ແລະ ປັບປຸງ SOP ສຳລັບການຄຸ້ມຄອງໄພພິບັດ, ແຜນກະກຽມ ແລະ ຕອບໂຕ້ໄພພິບັດ, ປຶ້ມຄູ່ມືການປະເມີນຄວາມອ່ອນແອ ແລະ ຄວາມສາມາດ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ,ຕິດຕາມການລາຍງານສະພາບການປ່ຽນແປງດິນຟ້າອາກາດ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ຕິດຕາມ,ປະເມີນຜົນ, ລາຍງານ ແລະ ຖອດຖອນບົດຮຽນ,ສະເໜີຂໍລົດຄົວເຮືອນ (ແຕ່ງກິນເຄື່ອນທີ່) ໃຫ້ອົງການກາແດງແຫ່ງຊາດລາວ ໃຫ້ໄດ້ 1 ຄັນ.
ທ່ານກ່າວຕື່ມວ່າ:ຕໍ່ກັບວຽກງານຊ່ວຍເຫຼືອບັນເທົາທຸກ ຈະຕິດຕາມ, ກວດກາສະພາບຄວາມພ້ອມຂອງສາງ 3 ພາກ ໃຫ້ມີຄວາມພ້ອມໃນການຮັບໃຊ້, ສະໜອງເຄື່ອງຊ່ວຍເຫຼືອບັນເທົາ ແລະ ເຄື່ອງຄົວເຮືອນ ຈຳນວນ 1.500 ຊຸດ (ໃຫ້ສາງພາກ) ເພື່ອໄວ້ຮອງຮັບໃນເວລາສຸກເສີນ ແລະ ຊ່ວຍເຫຼືອເປັນເງິນໃຫ້ໄດ້ 1.000 ຄອບຄົວ,ຊ່ວຍເຫຼືອ ແລະ ຍົກຍ້າຍຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດປະເພດຕ່າງໆໃຫ້ທັນຕໍ່ສະພາບການ.
ໃນນັ້ນ, ສູ້ຊົນຂຶ້ນແຜນງົບປະມານ ແລະ ບຸກຄະລາກອນຈາກລັດຖະບານເຂົ້າໃນວຽກງານເລືອດທົ່ວປະເທດ,ສຸມໃສ່ຈັດຕັ້ງການປຸກລະດົມ ແລະ ອອກຮັບບໍລິຈາກເລືອດຮ່ວມກັບກຸ່ມເປົ້າໝາຍຕ່າງໆ ທົ່ວປະເທດໃຫ້ໄດ້ຕາມສະພາແຫ່ງຊາດຮັບຮອງ 78.000 ຖົງ, ໃນນັ້ນສະຖາບັນເລືອດແຫ່ງຊາດ ໃຫ້ໄດ້ 33.300 ຖົງ ແລະ ສູນເລືອດ ແຂວງໃຫ້ໄດ້ 44.700 ຖົງ,ສືບຕໍ່ປຸກລະດົມຂົນຂວາຍ ຮັບບໍລິຈາກເລືອດ ແລະ ຈັດຕັ້ງປະຕິບັດການກວດກາຄຸນນະພາບຢ່າງເປັນປົກກະຕິ,ຮັບປະກັນການກວດວິເຄາະເລືອດທຸກຖົງທີ່ໄດ້ຮັບ, ແຍກສ່ວນປະກອບຂອງເລືອດ,ເກັບຮັກສາ ແລະ ແຈກຈ່າຍເລືອດ,ພ້ອມກັນສູ້ຊົນໃຫ້ໄດ້ຮັບໃບຢັ້ງຢືນຄຸນນະພາບຂັ້ນພື້ນຖານຈາກອົງການສາກົນ AABB FundamentalStandard Certification (Association of Advancement for Blood and Biotherapies),ຈັດຕັ້ງປະຕິບັດໂຄງການເພີ່ມທະວີການຮັບບໍລິຈາກເລືອດ, ໂຄງການສະໜັບສະໜູນພັດທະນາວຽກງານປຸກລະດົມ ບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ໂຄງການປັບປຸງລະບົບເຄື່ອງເຢັນເກັບຮັກສາເລືອດ-ສ່ວນປະກອບຂອງເລືອດ,ໂຄງການສ້າງຄວາມເຂັ້ມແຂງໃຫ້ສູນເລືອດແຂວງ ແລະ ຂະຫຍາຍຕາໜ່າງການບໍລິການເລືອດໄປສູ່ຂຶ້ນເມືອງ,ໂຄງການການຄົ້ນຄວ້າວິທະຍາສາດທາງດ້ານຄວາມປອດໄພຂອງການສົ່ງເລືອດ ແລະ ອື່ນໆ.