ທະນາຄານແຫ່ງສປປ ລາວ (ທຫລ) ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດໃຫ້ແກ່ຜູ້ປະກອບການທຸລະກິດການທ່ອງທ່ຽວຂຶ້ນໃນວັນທີ 13 ມີນານີ້ ທີ່ກະຊວງດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງຮອງລັດຖະມົນຕີກະຊວງ ຖວທ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດທຫລ,ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອໍານວຍການ, ຜູ້ຈັດການທຸລະກິດການທ່ອງທ່ຽວພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ; ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ; ນໍາສະເໜີການນຳໃຊ້ແອັບພີເຄຊັນ ອີຊີກິບໂດຍມີຈຸດປະສົງເພື່ອໃຫ້ບັນດາຜູ້ປະກອບການໃນຂະແໜງການທ່ອງທ່ຽວໄດ້ຮັບຮູ້, ເຊື່ອມຊຶມ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດຕົວຈິງໃຫ້ສອດຄ່ອງ, ໃຫ້ເຂົ້າສູ່ລະບົບເທື່ອລະກ້າວໃນຕໍ່ໜ້າ.ພ້ອມນີ້, ຍັງເປັນການຊຸກຍູ້, ສົ່ງເສີມການຈໍລະຈອນເງິນຕາ, ການຄ້າ, ການບໍລິການ, ການລົງທຶນໃຫ້ມີປະສິດທິພາບ, ປະສິດທິຜົນສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສໍາຮອງເງິນຕາຕ່າງປະເທດ, ສ້າງຈິດສໍານຶກໃຫ້ບັນດາຜູ້ປະກອບການປະຕິບັດຕາມລະບຽບຫຼັກການໃນການຄອບຄອງ, ການນໍາໃຊ້, ການຊໍາລະສະສາງກັບຕ່າງປະເທດເປັນໄປຕາມຫຼັກການ, ລະບຽບການແລະມາດຕະການກ່ຽວກັບເງິນຕາຕ່າງປະເທດຂອງສປປລາວ.
    ໂອກາດນີ້, ທ່ານ ໂພສີແກ້ວມະນີວົງໄດ້ມີບາງຄຳເຫັນວ່າ: ການທ່ອງທ່ຽວແມ່ນຂະແໜງການບໍລິການທີ່ປະກອບສ່ວນສ້າງລາຍຮັບໃຫ້ແກ່ປະເທດຊາດ ເປັນຂະແໜງການທີ່ສົ່ງອອກກັບທີ່, ສ້າງວຽກເຮັດງານທໍາກະຈາຍລາຍໄດ້ໃຫ້ແກ່ປະຊາຊົນທັງທາງກົງ ແລະ ທາງອ້ອມເປັນຈໍານວນຫຼາຍ. ພ້ອມນັ້ນ, ລັດຖະບານໄດ້ຖືສໍາຄັນວຽກງານພັດທະນາການທ່ອງທ່ຽວໂດຍຖືເປັນຂະແໜງການເສດຖະກິດປາຍແຫຼມ ຖືເອົາວຽກງານການທ່ອງທ່ຽວ ເປັນສິ່ງກະຕຸ້ນໃຫ້ມີການຂະຫຍາຍການຜະລິດທີ່ເປັນຕ່ອງໂສ້ ເປັນຕົ້ນການຂົນສົ່ງ, ການຜະລິດເພື່ອອຸປະໂພກ ແລະ ບໍລິໂພກ, ການຜະລິດກະສິກໍາ, ການສົ່ງເສີມສີໄມ້ລາຍມືຫັດຖະກໍາ, ການສົ່ງເສີມວັດທະນະທໍາບັນດາເຜົ່າ ລວມທັງການສ້າງຈິດສໍານຶກໃຫ້ແກ່ປະຊາຊົນລາວບັນດາເຜົ່າໃຫ້ຮັກຫອມປະເທດຊາດ, ຮັກວັດທະນະທໍາທີ່ເປັນເອກະລັກ ແລະ ປົກປັັກຮັກສາສິ່ງແວດລ້ອມທໍາມະຊາດພູຜາປ່າໄມ້, ຫ້ວຍນໍ້າລໍາເຊໃຫ້ມີຄວາມຍືນຍົງ. ໃນນັ້ນ,ຂະແໜງການທ່ອງທ່ຽວປະກອບດ້ວຍບັນດາກິດຈະການທີ່ຫຼາກຫຼາຍໂດຍຫຼາຍກິດຈະການດໍາເນີນໃນຮູບແບບທຸລະກິດເປັນຕົ້ນສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານບັນເທີງ, ຮ້ານບໍລິການນວດ ແລະ ສະປາ, ຮ້ານຂາຍເຄື່ອງທີ່ລະນຶກ, ການໃຫ້ຄໍາປຶກສາດ້ານການທ່ອງທ່ຽວ, ການນໍາທ່ຽວ, ການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວ ແລະ ອື່ນໆ ຊຶ່ງກໍ່ໃຫ້ເກີດມີຫົວໜ່ວຍວິສາຫະກິດບໍລິການເປັນຈໍານວນຫຼາຍ. ປັດຈຸບັນ ສປປ ລາວ ມີສະຖານທີ່ພັກແຮມຈໍານວນ 3.000 ກວ່າແຫ່ງ, ມີຈໍານວນ 67.000 ກວ່າຫ້ອງ, ມີພັດຕະຄານ 27 ແຫ່ງ, ຮ້ານອາຫານ 2.900 ກວ່າແຫ່ງ, ສະຖານບັນເທີງ 139 ແຫ່ງ, ບໍລິສັດນໍາທ່ຽວລະຫວ່າງປະເທດມີ 600 ກວ່າບໍລິສັດ, ພະນັກງານນໍາທ່ຽວຈໍານວນ 2.000 ກວ່າຄົນ, ມີສະຖານທີ່ທ່ອງທ່ຽວທີ່ຂຶ້ນທະບຽນແລ້ວ 800 ກວ່າແຫ່ງ. 
(ຂ່າວ-ພາບ: ວັນເພັງ)