ຕາມການລາຍງານຂອງທ່ານ ຈຳປາ ຈັນທະລັງສີ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງຫຼາ ແຂວງອຸດົມໄຊ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມ ກອງປະຊຸມ ສະຫຼູບການຈັດຕັ້ງປະຕິບັດວຽກງານ ຖວທ ຂອງແຂວງ ໃນວັນທີ່ 13 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກ ຖວທ ແຂວງວ່າ: ການຈັດຕັ້ງປະຕິບັດວຽກງານຄູ້ມຄອງການທ່ອງທ່ຽວແມ່ນໄດ້ອີງໃສ່ນິຕິກຳເປັນບ່ອນອີງເຊັ່ນ: ລັດຖະບັນຍັດ, ກົດ ໝາຍວ່າດ້ວຍສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຄຸ້ມຄອງການທ່ອງທ່ຽວ ແລະ ລະບຽບການອື່ນໆ ຕິດພັນກັບຂະແໜງການທີ່ກ່ຽວຂ້ອງ ໂດຍສອດຄ່ອງກັບນະໂຍບາຍຕ່າງໆຂອງລັດຖະບານ ເປັນເຄື່ອງມືໃນການຄຸ້ມຄອງ ເຊັ່ນ: ການຈັດເກັບລາຍຮັບ, ການອໍານວຍຄວາມສະດວກດ້ານຕ່າງໆ ເພື່ອແນເຮັດໃຫ້ການຄຸ້ມຄອງວຽກງານການທ່ອງທ່ຽວພາຍໃນເມືອງ ຈັດຕັ້ງເຄື່ອນໄຫວມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ. ຄຽງຄູ່ກັນນີ້ການຄຸ້ມຄອງແຫຼ່ງທ່ອງທ່ຽວວັດພະເຈົ້າສີງຄຳ ໄຊຍາຣາມເມືອງຫຼາ ຊຶ່ງເປັນຈຸດໜື່ງທີ່ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາບູຮານວັດຖຸ ຊຶ່ງໄດ້ປະກາດຮັບຮອງເປັນມໍລະດົກທ້ອງຖິ່ນຂອງແຂວງອຸດົມໄຊ ໃນວັນທີ 14 ເມສາ 2017. ປັດຈຸບັນ ວັດພະເຈົ້າສີງຄຳແມ່ນກຳລັງພັດທະນາພູມມິທັດໃຫ້ສວຍງາມ ທາງດ້ານນອກ ແລະ ດ້ານໃນ ເພື່ອປັບປຸງສະຖານທີ່ດັ່ງກ່າວໃຫ້ມີຄວາມສວຍງາມ ແລະ ເປັນທີ່ປັບທັບໃຈຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ພາຍໃນວັດໄດ້ມີການຈັດກຸ່ມບໍລິການດອກໄມ້ທູບທຽນ ເພື່ອອໍານວຍຄວາມສະດວກໃຫ້ຜູ້ຄົນທົ່ວໄປໄດ້ເຂົ້າມາສັກກະລະບູຊາພ້ອມກັນນີ້ມີການຈັດໜ່ວຍຮັບຜິດຊອບປູກ ແລະ ບົວລະບັດດອກໄມ້, ຈັດສັນຮ້ານຂາຍເຄື່ອງບູຊາຕ່າງໆໃຫ້ເປັນລະບຽບ. ນອກນີ້, ຍັງມີໂຄງດການອະນຸລັກຊ້າງປ່າ ໃນເຂດບ້ານພູແທນ ເພື່ອຫັນໄປສູ່ການທ່ອງທ່ຽວ ແລະ ພັດທະນາຟື້ນຟູໂຮງແຮມຫຼ້າຄໍາ, ເມືອງຫຼາລີສອດ ຊຶ່ງໄດ້ຮັບການອະນຸຍາດໃຫ້ບໍລິສັດ CNP ສໍາປະທານ ໂດຍຜ່ານອົງການປົກຄອງແຂວງອະນຸມັດໃນການສໍາປະທານພັດທະນາການທ່ອງທ່ຽວ. ນອກນີ້, ຍັງໄດ້ຮັບການລາຍງານ-ການຍົກລະດັບເສັ້ນທາງປູຢາງສູ່ເຂດອາໂນ ຊຶ່ງເປັນອີກຈຸດໜື່ງທີ່ທີ່ນັກທ່ອງທ່ຽວນິຍົມກັນຂຶ້ນໄປຊົມທະເລໝອກ, ຊົມວິຖິຊີວິດວັດທະນະທໍາຂອງຊົນເຜົ່າ, ແລະ ອື່ນໆ. ໃນໂອກາດນີ້ ທ່ານຍັງໄດ້ເຊີນຊວນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງເຂົ້າມາທ່ຽວເມືອງຫຼາ ໄຫວພະເຈົ້າສີງຄຳ,  ແລະ ຊົມວິຖີຊີວິດຂອງບັນດາເຜົ່າຕື່ມອີກ. 
(ຂ່າວ: ແສງອາທິດ)