ໂດຍ: ບຸນອູ້ມ
    ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການກວດກາຮັບຜິດຊອບສະຫຼຸບຕີລາຄາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຕ່າງໆໃນຂົງເຂດຄວາມຮັບຜິດຊອບຂອງຕົນ ເພື່ອແກ້ໄຂບັນຫາໃຫ້ທັນສະພາບການ, ນໍາໃຊ້ທຸກພາຫະນະເຄື່ອງມືທີ່ທັນສະໄໝໃຫ້ຄ່ອງແຄ້ວ ແລະ ມີປະສິດທິພາບສູງ, ມີການສະຫຼຸບຕີລາຄາປະເມີນຜົນແຕ່ລະເດືອນ, 3 ເດືອນ, 6ເດືອນ, 9 ເດືອນ ແລະ 1 ປີເພື່ອລາຍງານໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ.
     ທ່ານ ບຸນຍັງ ພົມມະຈັນ ຜູ້ອໍານວຍການໂຮງໝໍແຂວງໄດ້ລາຍງານວ່າ: ສຳລັບແຜນການຕໍ່ໜ້າໂຮງໝໍແຂວງຈະມີໜ່ວຍງານພາຍນອກໃຫ້ສາມາດຜ່າຕັດຜ່ານທໍ່ໄດ້, ໜ່ວຍງານຕາໃຫ້ສາມາດວັດແທກຕັດແວ່ນຕາໄດ້, ຝຶກອົບຮົມວຽກງານການຄຸ້ມຄອງຫ້ອງວິເຄາະ ແລະ ສາມາດປູກເຊື້ອໄດ້, ສືບຕໍ່ປະຕິບັດວຽກງານ SOP ພ້ອມຍົກລະດັບຄວາມຮູ້ສ້າງຫ້ອງຈຸລິນຊີ, ສືບຕໍ່ຝຶກອົບຮົມວຽກງານພະຍາບານ, ອົບຮົມການແທງເສັ້ນເລືອດທາງຄໍ, ຂາ, ສຳລັບຄົນເຈັບຟອກໄຂ່ຫຼັງໄໝ່, ສືບຕໍ່ຄົ້ນຫາຄົນເຈັບທີ່ເປັນວັນນະໂຣກ ແລະ ແນະນຳວິທີປິ່ນປົວ HIV ດ້ວຍຕົນເອງ, ຝຶກອົບຮົມທ່ານໝໍ ແລະ ພະຍາບານໃຫ້ສາມາດກວດກັ່ນກອງມະເຮັງປາກມົດລູກໄດ້, ສືບຕໍ່ຈັດສົ່ງພະນັກງານໄປຮຽນຍົກລະດັບຫຼັງມະຫາ ວິທະຍາໄລໃຫ້ໄດ້ ໂດຍສະເພາະແມ່ນທ່ານໝໍພາຍນອກ, ລັງສີທີ່ທາງໂຮງໝໍແຂວງຍັງບໍ່ມີພຽງພໍເທື່ອ ແລະ ຂໍໂກຕ້າພະນັກງານເພີ່ມອີກ, ສືບຕໍ່ປັບປຸງການປິ່ນປົວຍົກສູງທາງດ້ານວິຊາການ, ດ້ານພາສາຕ່າງປະເທດ, ສົ່ງແພດໝໍໄປອົບຮົມວິຊາການຢູ່ຂັ້ນສູນກາງ, ສືບຕໍ່ຍາດແຍ່ງການຊ່ວຍເຫຼືອ, ສືບຕໍ່ຝຶກອົບຮົມວຽກງານ ANC, ຝຶກອົບຮົມພາວະສຸກເສີນປະສູດ, ແມ່ສ່ຽງໄພໃຫ້ແກ່ວິຊາການ, ສ້າງທີມງານປຶກສານົມແມ່ຂອງໂຮງໝໍໂດຍສະເພາະໃຫ້ສອດຄ່ອງກັບນະໂຍບາຍທີ່ກະຊວງສາທາລະນະສຸກວາງອອກ, ອົບຮົມຜ່າຕັດຜ່ານທໍ່ ແລະ ອົບຮົມຄວາມຮູ້ດ້ານອື່ນໆ
    ຜ່ານການສັງເກດຕີລາຄາດ້ານດີ, ດ້ານອ່ອນ ສາມາດຖອດຖອນໄດ້ຄື: ການສຶກສາອົບຮົມທາງດ້ານການເມືອງແນວຄິດຍັງແມ່ນຂອດຕັດສິນຊີ້ຂາດຜົນສໍາເລັດໃນວຽກງານທຸກດ້ານ, ພະນັກງານຕ້ອງອອກແຮງຍົກສູງບຸກບືນສ້າງຄວາມເປັນແບບຢ່າງ, ເປັນເຈົ້າການ, ໃນການປະຕິບັດແນວທາງນະໂຍບາຍຂອງພັກກໍຄືຂອງໂຮງໝໍວາງອອກຢ່າງເຂັ້ມງວດຈຶ່ງຈະເຮັດໃຫ້ແຜນການທີ່ວາງໄວ້ປະສົບຜົນສຳເລັດຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບການບໍລິການປິ່ນປົວ, ສ້າງທັດສະນະມະຫາຊົນ, ມີນໍ້າໃຈເສຍສະຫຼະ,ມີຄວາມສາມັກຄີເພື່ອຜົນປະໂຫຍດລວມຂອງໂຮງໝໍ, ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ພະນັກງານແພດໝໍທຸກຄົນເຂົ້າໃຈແຈ້ງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດຕາມແຜນຍຸດທະສາດຂອງກະຊວງສາທາລະນະສຸກກ່ຽວກັບວຽກງານ 5 ດີ1 ພໍໃຈໃຫ້ເປັນຮູບປະທໍາ ເພື່ອບັນລຸຈຸດໝາຍທີ່ວາງໄວ້, ສຶກສາອົບຮົມພະນັກງານແພດໃຫ້ມີຈັນຍາບັນໃນການບໍລິການຄົນເຈັບ, ສືບຕໍ່ປັບປຸງແກ້ໄຂໂຮງໝໍແຂວງໃຫ້ກາຍເປັນໂຮງໝໍທີ່ມີຄຸນນະພາບ,ປະຕິບັດຕາມວິໃສທັດແຕ່ນີ້ຮອດປີ 2025 ໃຫ້ໂຮງໝໍແຂວງເປັນໂຮງໝໍຄຸນນະທໍາບໍລິການປະທັບໃຈປິ່ນປົວວ່ອງໄວກ້າວໄປສູ່ຄຸນນະທຳທີ່ດີເລີດ.ສືບຕໍ່ປັບປຸງລະບົບການຄຸ້ມຄອງວຽກງານການເງິນໃຫ້ຍືນຍົງປະສານພົວພັນທາງດ້ານວຽກງານປະກັນສຸຂະພາບແຕ່ລະຂັ້ນໃຫ້ແໜ້ນແຟ້ນເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ດີເຮັດໃຫ້ຄົນເຈັບທີ່ມາຮັບບໍລິການຢູ່ໂຮງໝໍແຂວງໄດ້ຮັບຜົນປະໂຫຍດທີ່ເປັນທຳ.