ງານເທສະການໝາກພ້າວນາໄຊ ບຸນລະປືບເຜົ່າກະຕາງບ້ານນາໄຊນ້ອຍ ຕິດພັນກັບການເປີດງານປີທ່ອງທ່ຽວລາວ 2024 ຂອງເມືອງສາລະວັນ ແຂວງສາລະວັນ ຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານນາໄຊນ້ອຍ ໂດຍພາຍໄຕ້ການເປັນປະທານຂອງທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ເປັນກຽດເຂົ້າຮ່ວມໂດຍທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນຈາກແຂວງເຊກອງ; ເມືອງທ່າປາງທອງ ແຂວງສະຫວັນນະເຂດ, ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ບໍລິສັດ-ລັດວິສາຫາກິດ, ອຳນາດການປົກຄອງບ້ານເຂົ້າຮ່ວມ.
ທ່ານ ບຸນສາ ຄ່ຽມມະນີຂັນໄຊ ຮອງເຈົ້າເມືອງສາລະວັນ ໄດ້ລາຍງານວ່າ: ງານເທສະການດັ່ງກ່າວ ຕິດພັນກັບການທ່ອງທ່ຽວ; ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຂຸດຄົ້ນທ່າແຮງບົ່ງຊ້ອນຂອງທ້ອງຖິ່ນທາງດ້ານການຜະລິດ, ການບໍລິການ, ການແປຮູບຜົນຜະລິດກະສິກໍາ ໂດຍສະເພາະໝາກພ້າວບ້ານນາໄຊໃຫ້ມີຄວາມຫຼາກຫຼາຍເຂົ້າສູ່ຕະຫຼາດກວ້າງຂຶ້ນ ອີກດ້ານໜຶ່ງກໍເພື່ອເປັນການປົກປັກຮັກສາສຶບທອດດ້ານຮິດຄອງປະເພນີອັນດີງາມຂອງເຜົ່າ, ສ້າງບັນຍາກາດການຈໍລະຈອນແລກປ່ຽນຊື້-ຂາຍສິນຄ້າຕິດພັນກັບການທ່ອງທ່ຽວວິຖີຊີວິດແບບພື້ນບ້ານ.
ງານທ່ອງທ່ຽວລາວ ປີ 2024 ຕິດພັບກັບເທສະການໝາກພ້າວນາໄຊ ບຸນລະປືບ ເຜົ່າກະຕາງບ້ານນາໄຊນ້ອຍ ປະຈໍາປີ 2024. ຊຶ່ງໄດ້ກໍານົດເອົາງານນີ້ເຂົ້າປະຕິທິນທ່ອງທ່ຽວປະຈໍາປີຂອງແຂວງສາລະວັນ ແລະ ເມືອງສາລະວັນ; ງານເທສະການນີ້ ແມ່ນຈະໄດ້ດໍາເນີນໄປເປັນເວລາ 3 ວັນ ແຕ່ວັນທີ 14-16 ມີນາ 2024 ປະກອບມີບັນດາກິດຈະກໍາຫຼັກດັ່ງນີ້:  ວາງສະແດງສິນຄ້າ, ຂາຍສິນຄ້າ ແລະ ຕະຫຼາດນັດເຄື່ອນທີ່, ຊົມການປະກວດໝໍລຳ-ໝໍແຄນ, ມີການແຂ່ງຂັນກິລາຟື້ນເມືອງປະເພດຕ່າງໆ, ງານປະກວດນັກຮ້ອງສຽງດີ ແລະ ຕະຫຼາດນັດ.
    ທົ່ວເມືອງສາລະວັນ ທີ່ໄດ້ຂຶ້ນທະບຽນເປັນແຫຼ່ງທ່ອງທ່ຽວທັງໝົດ 26 ແຫ່ງ (ແຫຼ່ງທ່ອງທ່ຽວທາງທໍາມະຊາດ 15 ແຫ່ງ, ທ່ອງທ່ຽວທາງດ້ານວັດທະນະທໍາ 8 ແຫ່ງ, ທ່ອງທ່ຽວທາງປະຫວັດສາດ 3 ແຫ່ງ); ໃນນັ້ນ; ແຫຼ່ງທ່ອງທ່ຽວທີ່ໄດ້ມີການພັດທະນາ ແລະ ໄດ້ຮັບຮອງການທ່ອງທ່ຽວແລ້ວ ພຽງແຕ່ 2 ແຫ່ງຄື: ຕາດເລາະ-ຕາດຮັງ, ສະຖານທີ່ທ່ອງທ່ຽວຖ້ຳພູຜາສຸກ. ນອກຈາກແຫຼ່ງທ່ອງທ່ຽວແລ້ວ ພາຍໃນເມືອງຍັງໄດ້ມີການປັບປຸງ ພື້ນຖານເຮັດການບໍລິການເພື່ອຮອງຮັບໃຫ້ການທ່ອງທ່ຽວ, ທົ່ວເມືອງມີໂຮງແຮມ 8 ແຫ່ງ, ເຮືອນພັກ 15 ແຫ່ງ, ຮ້ານອາຫານ 22 ແຫ່ງ, ຮ້ານກິນດື່ມ-ບັນເທິງ 12 ແຫ່ງ, ປີ 2023 ຜ່ານມາມີນັກທ່ອງທ່ຽວ ເຂົ້າມາທ່ຽວມີ 6.321 ເທື່ອຄົນ, ສາມາດສ້າງລາຍຮັບ-ເສດຖະກິດໝູນວຽນພາຍໃນເມືອງປະມານ 1.154.000 ໂດລາ. ຊຶ່ງແຜນຄາດຄະເນປີນີ້ຈະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເມືອງສາລະວັນ ປີ 2024 ປະມານ 15.000 ເທື່ອຄົນ ຄາດໝາຍສ້າງລາຍຮັບ ປະມານ 1.900.000 ໂດລາ.
 (ຂາວ-ພາບ: ໂສພາ ສໍພະໄຊ)