ວັນທີ 14 ມີນາຜ່ານມາ ຢູ່ຫ້ອງປະຊຸມໂຮງໜໍຊຸມຊົນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີມອບລົດນໍາສົ່ງຄົນເຈັບ ໃຫ້ແກ່ໂຮງໜໍຊຸມຊົນເມືອງເງິນ ຈໍານວນ 1 ຄັນ ໂດຍການເຂົ້າຮ່ວມຂອງທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີທ່ານ ຄະທາຍຸດ ຊຸພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາຈໍາກັດ, ມີແຂກຖືກເຊີນ ຕະຫຼອດຮອດພະນັກງານແພດໜໍເຂົ້າຮ່ວມ.
    ທ່ານ ຜູ້ອໍານວຍການບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ກ່າວມອບລົດນໍາສົ່ງຄົນເຈັບ ໃຫ້ແກ່ໂຮງໜໍຊຸມຊົນເມືອງເງິນ, ກ່າວຮັບໂດຍທ່ານ ເຈົ້າເມືອງໆເງິນ ໄດ້ຕ່າງໜ້າອົງການປົກຄອງເມືອງ ແລະ ຊາວເມືອງເງິນພ້ອມທັງໃຫ້ຄໍາໜັ້ນສັນຍາວ່າຈະນໍາໃຊ້ພາຫານະ ໃຫ້ຍາວນານເພື່ອອໍານວຍຄວາມສະດວກ ການບໍລິການປິ່ນປົວ ເຮັດໃຫ້ລະບົບການສົ່ງຕໍ່ຄົນເຈັບມີປອດໄພຫຼາຍຂຶ້ນ, ພ້ອມທັງກ່າວສະແດງຄວາມຂອບອົກຂອບໃຈ ມາຍັງບໍລິສັດໄຟຟ້າຫົງສາ ຈໍາກັດ ທີ່ໄດ້ສະໜອງພາຫານະຮັບໃຊ້ ນໍາສົ່ງຄົນເຈັບ ໃຫ້ແກ່ໂຮງໜໍຊຸມຊົນເມືອງເງິນ ແລະ ມອບຕໍ່ໃຫ້ແກ່ໂຮງໜໍຊຸມຊົນເມືອງເງິນ ຢ່າງເປັນທາງການ.
    (ຂ່າວ: ສຸລີຍາ ແສງເດືອນ)