ມູນຄ່າການຄ້າຂອງ ສປປ ລາວ ໃນເດືອນມັງກອນ 2024 ບັນລຸ 1.311 ລ້ານໂດລາ, ໃນນັ້ນ ການສົ່ງອອກມູນຄ່າ 561 ລ້ານໂດລາ ແລະ ມູນຄ່າການນຳເຂົ້າສິນຄ້າທັງໝົດ 749 ລ້ານໂດລາ ເຮັດໃຫ້ ເດືອນທຳອິດຂອງປີ 2024 ສປປ ລາວ ຂາດດຸນການຄ້າ 188 ລ້ານໂດລາ (ໃນນີ້ ຍັງບໍ່ລວມການສົ່ງອອກ-ນຳເຂົ້າໄຟຟ້າ).
ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ LTP ລາຍງານໂດຍອ້າງອີງແຫຼ່ງຂໍ້ມູນຈາກກົມພາສີ ກະຊວງການເງິນວ່າ: ໃນເດືອນມັງກອນ 2024 ມູນຄ່າການສົ່ງອອກສິນຄ້າທັງໝົດ ປະມານ 561 ລ້ານໂດລາ. ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ມັນຕົ້ນ 94 ລ້ານໂດລາ, ແຮ່ທອງ 44 ລ້ານໂດລາ, ຄໍາປະສົມ, ຄຳແທ່ງ 44 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 39 ລ້ານໂດລາ, ແປັງມັນຕົ້ນ 33 ລ້ານໂດລາ, ຢາງພາລາ 32 ລ້ານໂດລາ, ນໍ້າຕານ 27 ລ້ານໂດລາ, ແຮ່ເຫຼັກ 24 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 21 ລ້ານໂດລາ ແລະ ໝາກກ້ວຍ 21 ລ້ານໂດລາ. ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍໃນ 5 ອັນດັບມີ: ຈີນ ປະມານ 198 ລ້ານໂດລາ, ໄທ ປະມານ 134 ລ້ານໂດລາ, ຫວຽດນາມ ປະມານ 129 ລ້ານໂດລາ, ອົສຕຣາລີ ປະມານ 32 ລ້ານໂດລາ ແລະ ສ ອາເມຣິກາ ປະມານ 13 ລ້ານໂດລາ.
ສ່ວນມູນຄ້ານໍາເຂົ້າສິນຄ້າທັງໝົດ ປະມານ 749 ລ້ານໂດລາ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ນ້ຳມັນກາຊວນ 95 ລ້ານໂດລາ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 64 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 62 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 53 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 34 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 33 ລ້ານໂດລາ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ 31 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) 24 ລ້ານໂດລາ, ນໍ້າຕານ 23 ລ້ານໂດລາ ແລະ ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 23 ລ້ານໂດລາ.
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍໃນ 5 ອັນດັບມີ: ໄທ ປະມານ 309 ລ້ານໂດລາ, ຈີນ ປະມານ 298 ລ້ານໂດລາ, ຫວຽດນາມ ປະມານ 53 ລ້ານໂດລາ, ສ ອາເມຣິກາ 17 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 10 ລ້ານ ໂດລາ.
(ຂ່າວ: ສຸກສະຫວັນ: ພາບ: LTP)