ເມື່ອບໍ່ດົນມານີ້, ໜ່ວຍພັກຫ້ອງການ ອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນ ປາກເຊ ໄດ້ເປີດກອງປະຊຸມຄັ້ງທີ III ຂອງຕົນຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການນະຄອນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນປາກເຊ, ມີສະຫາຍ ນາງ ພົງພັນ ວິລະພັນ ຮອງເລຂາພັກນະຄອນ ປະທານກວດກາ ພັກ-ລັດ ນະຄອນ, ມີສະຫາຍ ສຸກວິໃສ ສີສົມຫວັງ ຄະນະປະຈຳພັກນະຄອນ ຫົວໜ້າຄະນະຈັດຕັ້ງນະຄອນ, ມີສະຫາຍ ສັນຕິສຸກ ອໍແກ້ວເຕໂຊ ຫົວໜ້າຫ້ອງການ ອຄ ນະຄອນ ພ້ອມດ້ວຍບັນດາສະຫາຍພະນັກງານຫັນລົງກໍ່ສ້າງຮາກຖານການເມືອງຂັ້ນແຂວງ ແລະ ສະມາຊິກພັກພາຍໃນໜ່ວຍຂອງຕົນເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ສັນຕິສຸກ ອໍແກ້ວເຕໂຊ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງສະຫາຍໄດ້ໃຫ້ຮູ້ວ່າ: ໄດ້ຖືເອົາວຽກງານການເມືອງເປັນວຽກງານສຳຄັນແຖວໜ້າ, ເປັນວຽກທີ່ຕ້ອງໄດ້ເຮັດເປັນປົກກະຕິ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ໂດຍໄດ້ມີການເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ, ຂໍ້ກໍານົດ, ກົດໝາຍຂອງລັດໃນແຕ່ລະໄລຍະເປັນປົກກະຕິ ດ້ວຍຮູບການເຂົ້າຮ່ວມຮັບຟັງປາຖະກະຖາເລົ່າມູນເຊື້ອຂອງຊາດ, ຂອງພັກ, ວັນເກີດຂອງທ່ານຜູ້ນຳ ແລະ ເອກະສານມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ສະໄໝທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ສະໄໜທີ VII ຂອງອົງຄະນະພັກນະຄອນ ໃຫ້ແກ່ສະມາຊິກພັກ, ພະນັກງານ ແລະ ຫົວໜ່ວຍທຸລະກິດ ໄດ້ທັງໝົດ 36 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 2.340 ເທື່ອຄົນ ຍິງ 1.260 ເທື່ອຄົນ. ບົນພື້ນຖານຄືດັ່ງກ່າວ ຈຶ່ງເຮັດໃຫ້ທຸກຊັ້ນຄົນພາຍໃນນະຄອນ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິຕື່ນຕົວທາງດ້ານການເມືອງ, ມີສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍ, ທັງມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ຕອບໂຕ້ໄດ້ທຸກເລ່ຫຼ່ຽມກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ, ພ້ອມກັນຈັດຕັ້ງປະຕິບັດມະຕິ VII ຂອງອົງຄະນະພັກນະຄອນປາກເຊ, ຄະນະພັກຊຸດເກົ່າກໍໄດ້ອຳລາໜ້າທີ່ ສະຫາຍ ສຸກວິໃສ ສີສົມຫວັງ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກເຂົ້າເປັນຄະນະໜ່ວຍພັກຫ້ອງການອຸດສາຫະກຳ ແລະ ການຄ້າຊຸດໃໝ່ ຊຶ່ງມີຜູ້ສະໝັກ 3 ສະຫາຍ ເລືອກເອົາ 2 ສະຫາຍ ຈາກນັ້ນກໍໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເອົາຄະນະພັກຊຸດໃໝ່ ຜ່ານການປ່ອນບັດເລືອກໄດ້ 1.ສະຫາຍ ສັນຕິສຸກ ອໍແກ້ວເຕໂຊ ເປັນເລຂາໜ່ວຍພັກ ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ, 2. ສະຫາຍ ທອງສູນ ພອນວິໄລ ຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ.
ຕອນທ້າຍຂອງກອງປະຊຸມ, ສະຫາຍ ບົວລີ ເພັດສົງຄາມ ໄດ້ສະແດງຄຳຄິດເຫັນໂອ້ລົມ ແລະ ຊີ້ທິດເຍືອງທາງໃຫ້ແກ່ຄະນະພັກຊຸດໃໝ່ອີກດ້ວຍ.
(ຂ່າວ-ພາບ: ຈັນທອນ ກົມໄຊຊະນະ)