ໂດຍ: ພູວຽງຄຳ

ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານກວດກາ ໃນໄລຍະຜ່ານມາ, ໄດ້ຊ່ວຍເຮັດໃຫ້ການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງລັດຂັ້ນຕ່າງໆ ໂດຍພື້ນຖານ ແມ່ນໄດ້ຫັນເຂົ້າສູ່ຫຼັກການ, ກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ເປັນການປະກອບສ່ວນເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ມີສະຕິເຄົາລົບລະບຽບ-ກົດໝາຍຫຼາຍຂຶ້ນ, ຊ່ວຍສະກັດກັ້ນ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງຂອງພັກ-ລັດ ກໍຄືໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ເປັນການປັບປຸງຍົກສູງສະຕິເຄົາລົບ ແລະ ປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ປັບປຸງສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງສະມາຊິກພັກ-ພະນັກງານດີຂຶ້ນຕື່ມ.

ການສະໜັບສະໜູນ ແລະ ເຂົ້າຮ່ວມໃນວຽກງານກວດກາຂອງການຈັດຕັ້ງ ແລະ ພາກສ່ວນຕ່າງໆໃນສັງຄົມ ນັບມື້ຫຼາຍຂຶ້ນ. ການຈັດຕັ້ງ ແລະ ພະນັກງານກວດກາ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການປັບປຸງ ແລະ ມີຄຸນນະພາບທາງດ້ານຈໍານວນດີຂຶ້ນເປັນກ້າວໆ.

ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ມີຄຳເຫັນ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023, ຄັ້ງວັນທີ 7 ມີນາ ຜ່ານມານີ້ວ່າ: ຄຽງຄູ່ກັບດ້ານດີ ຜົນສໍາເລັດ ແລະ ທ່າຂະຫຍາຍຕົວທີ່ຕັ້ງໜ້າດັ່ງກ່າວ, ໃນການເຄື່ອນໄຫວປະຕິບັດວຽກງານໃນໄລຍະຜ່ານມາ, ພວກເຮົາ ຍັງມີດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂໃນຕໍ່ໜ້າ. ແຕ່ອັນສໍາຄັນທີ່ສຸດ, ຜ່ານກອງປະຊຸມຄັ້ງນີ້ ພວກເຮົາສາມາດສັງລວມປະເດັນບັນຫາຕົ້ນຕໍທີ່ຕັ້ງຂຶ້ນ ເພື່ອແກ້ໄຂ, ເຫັນໄດ້ຂໍ້ຫຍຸ້ງຍາກ ແລະ ອຸປະສັກ ທີ່ຕ້ອງເປັນເຈົ້າການຜ່ານຜ່າ, ເຂົ້າໃຈຄວາມສະດວກທີ່ພວກເຮົາຕ້ອງກໍາແໜ້ນ ແລະ ເສີມຂະຫຍາຍເປັນໂອກາດ. ພ້ອມນັ້ນ, ຍັງມີຄວາມເອກະພາບສູງ ໃນການພິຈາລະນາຮັບຮອງທິດທາງລວມ ແລະ ໜ້າທີ່ຕົ້ນຕໍ ສໍາລັບການເຄື່ອນໄຫວໃນປີ 2024.

ໃນການເຄື່ອນໄຫວວຽກງານຕິດຕາມ-ກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນປີ 2024 ຕິດພັນກັບການສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເນື້ອໃນກອງປະຊຸມວຽກງານກວດກາ ທົ່ວປະເທດຄັ້ງທີ IV. ໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນເພີ່ມເຕີມບາງດ້ານຕໍ່ກອງປະຊຸມດັ່ງນີ້:

1. ກ່ຽວກັບເນື້ອໃນການເຄື່ອນໄຫວກວດກາ; ພວກເຮົາ ທັງຕ້ອງກໍາແໜ້ນຂອບເຂດພາລະບົດບາດ ຂອງແຕ່ລະພາກສ່ວນ, ທັງຕ້ອງກໍານົດແບບແຜນວິທີເຮັດວຽກໃຫ້ເປັນລະບົບໂລ່ງລ່ຽນກົມກຽວ.ກວດກາການເຄື່ອນໄຫວເຊື່ອມຊຶມ ແລະ ຜັນຂະຫຍາຍແຜນນະໂຍບາຍວ່າໄດ້ເຮັດຖືກຕ້ອງ, ຄົບຖ້ວນ, ແກ້ບັນຫາຕົວຈິງ, ຕໍ່ເນື່ອງ ຫຼື ບໍ່?. ກວດກາປະເມີນຜົນໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອຊຸກຍູ້, ຊີ້ນໍາ, ປັບປຸງແກ້ໄຂ (ປົກກະຕິ), ດໍາເນີນການປ່ຽນແປງ (ປະຕິຮູບ) ທີ່ຈໍາເປັນ. ກວດກາຄວາມຮັບຜິດຊອບການເມືອງ, ຄວາມຮູ້, ຄວາມສາມາດ ຂອງພະນັກງານ-ສະມາຊິກພັກ ແລະ ການຈັດຕັ້ງພັກ. ກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ຂໍ້ຫ້າມສະມາຊິກພັກ. ຄົ້ນຄວ້າມາດຕະການທາງວິໄນສໍາລັບພະນັກງານ-ສະມາຊິກພັກ ແລະ ການຈັດຕັ້ງຂອງພັກ ທີ່ລະເມີດກົດລະບຽບພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ລະເມີດກົດໝາຍຂອງລັດ, ຖືກຕ້ອງ ແລະ ສອດຄ່ອງຕາມຂັ້ນຕອນຂອງກົດລະບຽບພັກ ແລະ ກົດໝາຍຂອງລັດ. ກວດກາພັກ ແມ່ນພາລະບົດບາດນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະກວດກາພັກແຕ່ລະຂັ້ນ ເປັນອົງການເສນາທິການ ທີ່ເຮັດໜ້າທີ່ຄົ້ນຄວ້າ, ເຄື່ອນໄຫວປະຕິບັດຕົວຈິງ ຕາມຫຼັກວິຊາການ.

2. ກວດກາລັດ; ກວດກາລັດ ແມ່ນການເຄື່ອນໄຫວຕິດຕາມ-ກວດກາ ຂອງຫຼາຍພາກສ່ວນ ທີ່ມີພາລະບົດບາດຕາມກົດໝາຍ ຂອງພາກສ່ວນນັ້ນໆ. ສະເພາະ ອົງການກວດກາແຫ່ງລັດ ແລະ ລະບົບສາຍການຈັດຕັ້ງຂອງຕົນ ເຄື່ອນໄຫວກວດກາຕາມພາລະບົດບາດ ທີ່ໄດ້ກໍານົດໃນກົດໝາຍ ວ່າດ້ວຍການກວດກາລັດ ແລະ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ.

3. ກວດກາການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ນີ້ເປັນບົດບາດສ່ວນໜຶ່ງ ໃນການເຄື່ອນໄຫວຂອງອົງການກວດກາລັດ ທີ່ໄດ້ກໍານົດໃນກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ.ໜ້າທີ່ການເມືອງທີ່ຮີບດ່ວນ ໃນການຕ້ານການສໍ້ລາດບັງຫຼວງ ແມ່ນຕີຖອຍການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວຂອງເຈົ້າໜ້າທີ່ “ລັດ” ທຸກລະດັບ (ຕາມມະຕິ XI). ເພີ່ມການເຜີຍແຜ່ບັນດານິຕິກໍາ, ສ້າງ ແລະ ປັບປຸງນິຕິກໍາໃໝ່ໆ, ລະອຽດຄົບຖ້ວນ, ປຸກລະດົມການເຂົ້າຮ່ວມ ຂອງສັງຄົມໃນການສະກັດກັ້ນ ແລະ ຕ້ານພຶດຕິກໍາສໍ້ລາດບັງຫຼວງ. ຮີບຮ້ອນສ້າງ, ບໍາລຸງຍົກລະດັບຖັນແຖວພະນັກງານ ຜູ້ເຮັດໜ້າທີ່ສືບສວນ-ສອບສວນ ຜ່ານທຸກຊ່ອງທາງທີ່ເປັນໄປໄດ້. ຜົນສໍາເລັດໃນການຕ້ານການສໍ້ລາດບັງຫຼວງ ເປັນປັດໄຈໂດຍກົງ ເພື່ອຮັບປະກັນຟື້ນຟູ ແລະ ຍົກສູງບົດບາດອິດທິພົນ ຂອງພັກ ແລະ ລະບອບໃໝ່.

ກ່ຽວກັບປະເດັນບັນຫາທີ່ຕັ້ງຂຶ້ນ ແລະ ຕ້ອງຮີບຮ້ອນແກ້ໄຂ. ປັບປຸງການຊີ້ນໍາ ລະຫວ່າງ ການກວດກາພັກ, ກວດກາລັດ ແລະ ການສືບສວນ-ສອບສວນ ໃຫ້ໂລ່ງລ່ຽນແໜ້ນແຟ້ນແຕ່ຫົວທີ, ເຮັດໃຫ້ຂໍ້ມູນ, ຫຼັກຖານອັນຈໍາເປັນ ກ່ຽວກັບຄວາມຮັບຜິດຊອບ ຂອງການຈັດຕັ້ງ ແລະ ບຸກຄົນ ທີ່ເປັນຜູ້ກະທໍາຜິດມີຄວາມຊັດເຈນ ແລະ ຖືເປັນຂໍ້ມູນຫຼັກຖານ ທີ່ເປັນເອກະພາບໃນການເຄື່ອນໄຫວທຸກພາກສ່ວນ ຂອງອົງການພວກເຮົາ, ຫຼີກເວັ້ນການກວດກາເກັບກໍາ ພິສູດຂໍ້ມູນຫຼັກຖານແບບຫຼົບໄປຫຼົບມາ. ຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບຂອງພະນັກງານວິຊາການ ທີ່ປະຕິບັດໜ້າທີ່ຢູ່ແຕ່ລະໜ່ວຍງານ. ການຕິດຕາມ, ຊຸກຍູ້, ຊີ້ນໍາ ຂອງຄະນະພັກ, ຄະນະກວດກາ-ອົງການກວດກາແຕ່ລະຂັ້ນ ຕໍ່ໜ່ວຍງານວິຊາການ ທີ່ໄດ້ຮັບມອບໝາຍໃຫ້ລົງຕິດຕາມ-ກວດກາ ແລະ ສືບສວນ-ສອບສວນຕົວຈິງ.

ສໍາລັບການແກ້ໄຂຜົນການກວດກາ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ

ການແກ້ໄຂຜົນຂອງການກວດກາ ບໍ່ສາມາດແຍກຈາກຈັ່ງຫວະຄວາມຄືບໜ້າ ຂອງແຕ່ລະເປົ້າ ໝາຍການກວດກາ ຊຶ່ງຕ້ອງພັກດັນທັງ 2 ຂອດໃຫ້ຄວບຄູ່ກັນ. ການແກ້ໄຂຜົນການກວດກາໃນໄລຍະຜ່ານມາ, ໄດ້ປະຕິບັດຕໍ່ເນື່ອງ ຕິດພັນກັບການແກ້ໄຂດ້ານນິຕິກໍາ ທີ່ບໍ່ຖືກຕ້ອງ, ການເກັບກູ້ຊັບສິນເງິນຄໍາທີ່ເສຍຫາຍ, ການພິຈາລະນາວິໄນ, ນັບທັງດໍາເນີນຄະດີ ຕໍ່ຜູ້ກະທໍາຜິດ ໄດ້ມີຜົນສໍາເລັດຕົວຈິງຫຼາຍສົມຄວນ, ແຕ່ບໍ່ທັນໄດ້ຮັບການເຜີຍແຜ່ກວ້າງຂວາງ. ອັນນີ້ຕ້ອງເປັນໜຶ່ງໃນວຽກທີ່ຕ້ອງບຸກບືນສູ້ຊົນແທ້. ພ້ອມກັນນັ້ນ, ຕ້ອງເພີ່ມທະວີວຽກງານຕິດຕາມ-ກວດກາ ແລະ ເປັນເຈົ້າການສະເໜີປະຕິບັດມາດຕະການອັນຈໍາເປັນ ຕໍ່ຜູ້ທີ່ບໍ່ແກ້ໄຂຕາມຜົນການກວດກາ ຫຼື ບໍ່ປະຕິບັດຕາມການຕົກລົງຂອງຜູ້ມີສິດອໍານາດ.

ການແກ້ໄຂຂໍ້ຄົງຄ້າງ ໃນການເຜີຍແຜ່ການເຄື່ອນໄຫວວຽກງານກວດກາ ແລະ ການແກ້ໄຂຜົນ ການກວດກາຜ່ານສື່ ໃຫ້ແຂງແຮງຫຼາຍຮູບການທີ່ເໝາະສົມ ຕິດພັນກັບການສ້າງ-ປັບປຸງຂໍ້ກໍານົດ, ລະບຽບການ ຫຼື ນິຕິກໍາຮອງຮັບ; ປັບປຸງກົງຈັກ-ຍົກລະດັບຄຸນນະພາບຂອງບຸກຄະລາກອນທີ່ກ່ຽວຂ້ອງ.

ນອກຈາກນີ້, ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ວຽກງານກວດກາຕ້ອງໄດ້ເອົາໃຈໃສ່ຄື: ສະຫຼຸບຕີລາຄາສັງລວມ, ຖືກຕ້ອງ, ຊັດເຈນ ຜົນຂອງການເຄື່ອນໄຫວວຽກງານກວດກາ ຢູ່ທ້ອງຖິ່ນ, ຂະແໜງການ ໃນໄລຍະຜ່ານມາ, ຊີ້ໃຫ້ເຫັນບັນຫາທີ່ຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ໄປ, ພ້ອມທັງນໍາເອົາຈິດໃຈກອງປະຊຸມຄັ້ງນີ້, ຜັນຂະຫຍາຍເປັນທິດທາງໜ້າທີ່ຕົ້ນຕໍໃນການກໍານົດເນື້ອໃນລາຍງານການເມືອງ ແລະ ແຜນພັດທະນາວຽກງານກວດກາຢູ່ຂອບເຂດຕົນຮັບຜິດຊອບ ສະເໜີຕໍ່ກອງປະຊຸມໃຫຍ່ຄະນະພັກຕົນ, ທັງເປັນເນື້ອໃນສໍາຄັນໃຫ້ແກ່ການສ້າງຮ່າງລາຍງານການເມືອງ ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ, ເມືອງ ແລະ ນະຄອນ. ຄົ້ນຄວ້າເລິກເຊິ່ງເນື້ອໃນດໍາເນີນຊີວິດການເມືອງ ຂອງຄະນະພັກ ແລະ ພະນັກງານ-ສະມາຊິກພັກ ໃນຂັ້ນທີ່ຕົນຮັບຜິດຊອບ ເພື່ອເຮັດໃຫ້ການດໍາເນີນຊີວິດການເມືອງທ້າຍສະໄໝ ດໍາເນີນຖືກຕ້ອງ, ເລິກເຊິ່ງ ແລະ ຕັ້ງໜ້າ, ທັງສາມາດຍູ້ແຮງການຕິຊົມກັນພາຍໃນ, ທັງສົ່ງເສີມບັນດາປັດໄຈໃໝ່ໆ, ສ້າງການຫັນປ່ຽນແຂງແຮງ ແລະ ໜັກ ແໜ້ນຢູ່ພາຍໃນພັກ. ເກັບກໍາຂໍ້ມູນ, ຫາງສຽງຈາກມະຫາຊົນ ຕໍ່ພະນັກງານ-ສະມາຊິກພັກ ໂດຍສະເພາະ ຕໍ່ຜູ້ຢູ່ໃນເປົ້າໝາຍສະໝັກເຂົ້າໃນຄະນະພັກແຕ່ລະຂັ້ນ, ຮັບປະກັນປົກປ້ອງຜູ້ທີ່ດີມີຄວາມສາມາດ, ທັງ ສະກັດກັ້ນຜູ້ທີ່ມີບັນຫາດ້ານການເມືອງ ແລະ ຄົນບໍ່ຫວັງດີເຂົ້າໃນຖັນແຖວ. ສືບຕໍ່ເຊື່ອມຊຶມ ມະຕິ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາ ຂອງພັກ ຕິດພັນກັບການປັບປຸງແກ້ໄຂບັນຫາສໍາຄັນ ຂອງວຽກງານກວດກາ ຊຶ່ງຕ້ອງເອົາໃຈໃສ່ດັ່ງນີ້: ໜຶ່ງ; ເພີ່ມທະວີການຄົ້ນຄວ້າຍົກລະດັບທິດສະດີ, ຮຽນຮູ້ຖອດຖອນບົດຮຽນຈາກພຶດຕິກໍາ ເຂົ້າໃນສະພາບ ແລະ ໜ້າທີ່ການເມືອງຕົວຈິງ, ບຸກທະລຸດ້ານຄວາມຄິດ ຕິດພັນກັບເປັນເຈົ້າການປະດິດສ້າງ ແລະ ບຸກເບີກໄໝ່ດ້ານເນື້ອໃນ ແລະ ວິທີປະຕິບັດການກວດກາ ຢ່າງມີປະສິດທິຜົນຕົວຈິງ. ສອງ; ປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍເລີ່ມຈາກປັບປຸງເນື້ອໃນ, ວິທີການປະເມີນໜ່ວຍພັກ ແລະ ສະມາຊິກພັກ ຕິດພັນກັບຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ວັດແທກດ້ວຍຜົນສໍາເລັດຕົວຈິງ ໂດຍກົງ. ສາມ; ຄົ້ນຄວ້າ ແລະ ນໍາໃຊ້ທຸກມາດຕະການ ເພື່ອຮັບປະກັນການປະຕິບັດວຽກງານກວດກາຕາມແນວຄິດຊີ້ນໍາ: “ກວດກາທົ່ວເຖິງ ເລິກເຊິ່ງໂປ່ງໃສ ແກ້ໄຂບັນຫາຖືກຕ້ອງເດັດຂາດ, ທັນການ ແລະ ເປັນທໍາ”. ສີ່; ປັບປຸງກົງຈັກ ແລະ ພະນັກງານ ໃຫ້ເປັນລະບົບເຂັ້ມແຂງ, ເຄື່ອນໄຫວມີຄຸນນະພາບ ແລະ ປະສິດທິຜົນ, ສ້າງອົງການກວດກາໃຫ້ກາຍເປັນພາກສ່ວນທີ່ມີສະຕິເຄົາລົບ-ປະຕິບັດກົດໝາຍທີ່ເຂັ້ມງວດ, ເປັນຜູ້ທີ່ນໍາໃຊ້ລະບຽບກົດໝາຍ ຢ່າງຖືກຕ້ອງເປັນທໍາ ແລະ ເປັນຜູ້ເຄື່ອນໄຫວເຜີຍແຜ່, ປຸກລະດົມ, ປູກຈິດສໍານຶກ ການປະຕິບັດລະບຽບກົດໝາຍ ທີ່ນໍາໜ້າ ແລະ ເຂັ້ມແຂງ.