ໂດຍ: ຄອນສະຫວັນ
ປະຊາຊົນລາວ ໄດ້ເຫັນຮູບຮ່າງທີ່ສວຍງາມ ແລະ ຄວາມທັນສະໄໝຢ່າງປະຈັກຕາແລ້ວ ສຳລັບເຮືອບິນ C919 ແລະ ARJ21 ຂອງບໍລິສັດ COMAC ຈາກ ສປ ຈີນ ທີ່ໄດ້ນຳມາວາງສະແດງຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ແລະ ບິນສາທິດຢູ່ລາວເປັນເວລາ 2 ວັນ. ສະນັ້ນ, ໃນອາະນາຄົດ ປະຊາຊົນລາວຄືຊິໄດ້ເດີນທາງໄປມາທັງພາຍໃນ ແລະ ຕ່າງປະເທດຕາມເສັ້ນທາງການບິນຂອງລາວ ດ້ວຍເຮືອບິນໂດຍສານສອງລຸ້ນທີ່ຜະລິດຈາກຈີນນີ້ຢ່າງແນ່ນອນ.
ເລີ່ມແຕ່ທ້າຍເດືອນກຸມພາຜ່ານມາ, ເຮືອບິນ C919 ແລະ ARJ21 ໄດ້ວາງສະແດງ ແລະ ບິນສາທິດຢູ່ຫວຽດນາມ, ລາວ, ກຳປູເຈຍ ແລະ ອິນໂດເນເຊຍ ຕາມລຳດັບ. ຕົ້ນຕໍແມ່ນສະແດງໃຫ້ເຫັນເຖິງສະມັດຖະພາບຂອງເຮືອບິນ ແລະ ສ້າງພື້ນຖານໃຫ້ແກ່ການບຸກເບີກຕະຫຼາດຢູ່ອາຊີຕາເວັນອອກສຽງໃຕ້. ຕາມກຳນົດ, ເຮືອບິນສອງລຳດັ່ງກ່າວແມ່ນໄດ້ບິນກັບຄືນສູ່ນະຄອນຊຽງໄຮ້ ສປ ຈີນ ໃນວັນທີ 14 ມີນາ ຜ່ານມາ ຊຶ່ງເປັນການສິ້ນສຸດໜ້າທີ່ການບິນໃນຄັ້ງນີ້.
ເຖິງວ່າ, ລັດວິສາຫະກິດການບິນລາວ ຫຼື ສາຍການບິນລາວ ຍັງບໍ່ທັນມີເຮືອບິນທັງສອງລຸ້ນນີ້ໄວ້ບໍລິການຜູ້ໂດຍສານເທື່ອກໍຕາມ ແຕ່ຊາວລາວຍັງຕັ້ງໜ້າຕັ້ງຕາລໍຄອຍທີ່ຈະໄດ້ເດີນທາງໄປກັບເຮືອບິນ C919 ແລະ ARJ21 ຂອງຈີນຢ່າງໃຈຈົດຈໍ່. ໃນງານວາງສະແດງ ແລະ ບິນສາທິດຢູ່ລາວ, ມີຜູ້ຊົມຫຼາຍທ່ານລວມທັງວິຊາການຂອງສາຍການບິນລາວ ແລະ ອື່ນໆ ຕ່າງກໍໄດ້ເຫັນ ແລະ ຮັບຮູ້ວ່າ: ເຮືອບິນສອງລຸ້ນຄື C919 ແລະ ARJ27 ແມ່ນເຮືອບິນທີ່ມີມາດຕະຖານສູງດ້ານຄວາມປອດໄພລະດັບສາກົນ.
ນອກນີ້, ຮູບໂສມພາຍນອກແມ່ນຈົບງາມ ແລະ ທັນສະໄໝ ຄວບຄູ່ກັບການອອກແບບພາຍໃນຫ້ອງຜູ້ໂດຍສານທີ່ສະດວກສະບາຍ. ເຮືອບິນທັງສອງລຸ້ນນີ້ ແມ່ນເໝາະສົມສຳລັບການບິນພົນລະເຮືອນຢູ່ ສປປ ລາວ, ເພາະເປັນເຮືອບິນທີ່ມີຂະໜາດບໍ່ໃຫຍ່ເກີນໄປ ແລະ ບໍ່ນ້ອຍເກີນໄປ. ສຳລັບເຮຶອບິນ C919 ສາມາດບັນຈຸຜູ້ໂດຍໄດ້ເຖິງ 192 ທີ່ນັ່ງ ແລະ ລຸ້ນ ARJ21 ແມ່ນບັນຈຸໄດ້ 90 ທີ່ນັ່ງ.
ອີງຕາມໜັງສືພິມ ວຽງຈັນທາຍ (Vientiane Times) ລາຍງານເມື່ອບໍ່ດົນມານີ້ວ່າ: ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການລັດວິສາຫະກິດການບິນລາວ ກ່າວໃນງານວາງສະແດງການບິນ ຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນວ່າ: ລາວປະທັບໃຈໃນການນຳສະເໜີຂອງບໍລິສັດ COMAC ແລະ ຄຸນນະພາບຂອງເຮືອບິນຈາກປະເທດຈີນ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມປອດໄພ ຂະໜາດ, ການອອກແບບ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ທີ່ໄດ້ມາດຕະຖານສາກົນ.
ນັບແຕ່ເປີດການນຳໃຊ້ແບບທຸລະກິດໃນວັນທີ 28 ພຶດສະພາປີ 2023 ຈົນຮອດວັນທີ 31 ມັງກອນປີ 2024, ເຮືອບິນໂດຍສານ C919 ຈຳນວນ 4 ລຳຂອງບໍລິສັດການບິນ China Eastern ໄດ້ດຳເນີນງານແບບທຸລະກິດລວມທັງໝົດ 2.666 ຊົ່ວໂມງແລ້ວ, ບິນບໍລິການທາງທຸລະກິດຈຳນວນ 918 ຖ້ຽວ, ຂົນສົ່ງຜູ້ໂດຍສານຫຼາຍກວ່າ 116.000 ເທື່ອຄົນ; ມາຮອດທ້າຍປີ 2023 ຜ່ານມາ, ລວມທັງໝົດມີບໍລິສັດລູກຄ້າ 28 ແຫ່ງໄດ້ສັ່ງຈອງເຮືອບິນ C919 ຈຳນວນ 815 ລຳ.
ໃນເດືອນກັນຍາປີ 2023, ບໍລິສັດ Gallop Air ທີ່ເປັນບໍລິສັດການບິນທີ່ສ້າງຕັ້ງຂຶ້ນໃໝ່ຂອງບຣູໄນ ໄດ້ວາງແຜນຈະຈັດຊື້ເຮືອບິນ 30 ລຳຈາກບໍລິສັດ COMAC ຂອງຈີນ, ໃນນັ້ນ ລວມທັງ ເຮືອບິນ C919 ຈຳນວນ 15 ລຳ ແລະ ARJ21 ຈຳນວນ 15 ລຳ.
ບໍລິສັດເຮືອບິນການຄ້າຈີນໄດ້ຢືນຢັນວ່າ: ນັບແຕ່ເຮືອບິນ ARJ21 ເລີ່ມໃຫ້ບໍລິການດ້ານການຄ້າໃນເດືອນມິຖຸນາປີ 2016 ເປັນຕົ້ນມາ, ໄດ້ສົ່ງມອບເຮືອບິນ 127 ລຳໃຫ້ແກ່ບໍລິສັດ Air China, ບໍລິສັດ China eastern, ບໍລິສັດການບິນ TransNusa ຂອງອິນໂດເນເຊຍ ແລະ ອື່ນໆ, ທັງໝົດໄດ້ບິນຕາມເສັ້ນທາງການບິນຫຼາຍກວ່າ 400 ສາຍ, ບິນໄປສູ່ຕົວເມືອງຫຼາຍກວ່າ 140 ແຫ່ງ, ໄດ້ຂົນສົ່ງຜູ້ໂດຍສານຢ່າງປອດໄພຫຼາຍກວ່າ 11 ລ້ານເທື່ອຄົນ. ສໍາລັບປະເທດລາວແລ້ວ, ໃນອານາຄົດ ຊາວລາວຄືຊິໄດ້ເດີນທາງໄປມາທັງພາຍໃນ ແລະ ຕ່າງປະເທດຕາມເສັ້ນທາງການບິນຂອງລາວ ດ້ວຍເຮືອບິນໂດຍສານສອງລຸ້ນທີ່ຜະລິດຈາກຈີນນີ້ຢ່າງແນ່ນອນ.