ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໃຫ້ຄະນະພັກບ້ານ, ນາຍບ້ານ ຢູ່ເມືອງຊະນະຄາມ ໄດ້ຈັດຂຶ້ນໃນວັນທີ 18 ມີນາ ຜ່ານມາ ທີ່ສະໂມສອນຂອງເມືອງຊະນະຄາມ ແຂວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນຊ່ວງ ວັນສີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຊະນະຄາມ, ມີ ສະຫາຍ ຫຸມພັນ ເມືອງແສນ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະການປົກຄອງແຂວງວຽງຈັນ, ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ບັນດານັກຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງທີ່ມາຈາກບັນດາບ້ານໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ເອກະສານທີ່ນໍາໃຊ້ໃນການຝຶກອົບຮົມໃນຄັ້ງນີ້ປະກອບມີທັງໝົດ 18 ບົດ, ໂດຍແບ່ງອອກເປັນ 3 ກຸ່ມຄື: ກຸ່ມທີ 1 ທິດທາງລວມທັງໝົດມີ 4 ບົດຄື: ບົດທີ 1 ພັດທະນາປະເທດຊາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ, ບົດທີ 2 ການພັດທະນາເສດຖະກິດຢູ່ຂັ້ນບ້ານ, ບົດທີ 3 ສ້າງສະຕິກົດໝາຍໃຫ້ປະຊາຊົນຂັ້ນບ້ານ, ບົດທີ 4 ສ້າງຄວາມສາມັກຄີຢູ່ໃນບ້ານໃຫ້ໜັກແໜ້ນ; ກຸ່ມທີ 2 ວຽກພັກມີທັງໝົດ 7 ບົດຄື: ບົດທີ 1 ບົດບາດພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ບົດທີ 2 ສ້າງໜ່ວຍພັກຮາກຖານໃຫ້ໜັກແໜ້ນເຂັ້ມແຂງທັງ 4 ດ້ານ, ບົດທີ 3 ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະ ໃໝ່, ບົດທີ 4 ຄວາມຮັບຜິດຊອບພະນັກງານນໍາພາຄຸ້ມຄອງ ຕໍ່ການປະຕິບັດໜ້າທີ່ການເມືອງຢູ່ຮາກຖານບ້ານ, ບົດທີ 5 ການນໍາພາຂອງໜ່ວຍພັກບ້ານຕໍ່ການສ້າງເສດຖະກິດຄອບຄົວ, ບົດທີ 6 ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ບົດທີ 7 ວຽກງານຕິດຕາມກວດກາພັກຂອງການຈັດຕັ້ງຮາກຖານພັກບ້ານ; ກຸ່ມທີ 3 ວຽກບໍລິຫານ ແລະ ການປົກຄອງ ມີທັງໝົດ 8 ບົດຄື: ບົດທີ 1 ວຽກງານຄຸ້ມຄອງພົນລະເມືອງ, ບົດທີ 2 ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ທີ່ເກີດຂຶ້ນຢູ່ຂັ້ນບ້ານ, ບົດທີ 3 ຄວາມຮູ້ພື້ນຖານກ່ຽວກັບກົດໝາຍຂະແໜງກະສິກໍາ-ປາໄມ້, ບົດທີ 4 ຄຸ້ມຄອງການນໍາໃຊ້ທີ່ດິນຂອງບ້ານ, ບົດທີ 5 ວຽກງານຍຸຕິທໍາຮາກຖານ ແລະ ການສ້າງບ້ານປອດຄະດີ, ບົດທີ 6 ການສ້າງຄອບຄົວ ແລະ ບ້ານວັດທະນະທໍາ, ບົດທີ 7 ການພັດທະນາວຽກງານສຶກສາ ແລະ ສາທາລະນະສຸກຂັ້ນບ້ານ, ບົດທີ 8 ການສ້າງແຜນພັດທະນາບ້ານ, ການສ້າງບົດສະຫຼຸບ, ບົດລາຍງານການເຄື່ອນໄຫວຂອງບ້ານ.
ການຝຶກອົບຮົມໃນຄັ້ງນີ້ ຈະໃຊ້ເວລາທັງໝົດ 67 ຊົ່ວໂມງ, ກໍານົດເວລາ 10 ວັນ, ໂດຍນໍາໃຊ້ງົບປະມານຂອງແຂວງວຽງຈັນປະຈໍາປີ 2023 ແລະ ຄູສອນຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ, ເປົ້າໝາຍນັກຝຶກອົບຮົມໃນຄັ້ງນີ້ປະກອບມີ ຄະນະພັກບ້ານ, ນາຍບ້ານ ຫຼື ການຈັດຕັ້ງບ້ານຢູ່ພາຍໃນເມືອງທັງໝົດ 33 ບ້ານ ຊຶ່ງມີນັກຝຶກອົບຮົມເຂົ້າຮ່ວມຕົວຈິງຈໍານວນທັງໝົດ 33 ສະຫາຍ ຍິງ 6 ສະຫາຍ.
(ຂ່າວ-ພາບ ເມືອງຊະນະຄາມ)