ກະຊວງສາທາລະນະສຸກ ຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມໃຫ້ຂໍ້ມູນຂ່າວສານກ່ຽວກັບມົນລະພິດທາງອາກາດ ຂຶ້ນໃນວັນທີ 22 ມີນານີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວິສິດ ຄຳລືຊາ ຫົວໜ້າສູນສະຕິຖິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ, ທ່ານ ວັນນະ ພັນພົງສາ ຮອງຫົວໜ້າຫ້ອງທົດລອງສິ່ງແວດລ້ອມ ກຊສ, ມີຜູ້ຕາງໜ້າອົງການອະນາໄມໂລກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທ່ານ ວິສິດ ຄຳລືຊາ ກ່າວວ່າ: ມົນລະພິດທາງອາກາດ ແມ່ນໜຶ່ງໃນຄວາມສ່ຽງດ້ານສິ່ງແວດລ້ອມທີ່ໃຫຍ່ທີ່ສຸດຕໍ່ສຸຂະພາບ. ປັດຈຸບັນສະພາບອາກາດເລີ່ມຮ້າຍແຮງຂຶ້ນແລ້ວ ຊຶ່ງຄາດວ່າຈະສົ່ງຜົນກະທົບຕໍ່ສຸຂະພາບຂອງເຮົາຫຼາຍສົມຄວນ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ທຸກຄົນ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງຕ້ອງເຂົ້າໃຈເຖິງອັນຕະລາຍຈາກມົນລະພິດທາງອາກາດ ແລະ ປະຕິບັດມາດຕະການຕ່າງໆເພື່ອປ້ອງກັນຕົນເອງ. ໃນນັ້ນ, ຜູ້ທີ່ມີຄວາມສ່ຽງສູງ ເປັນຕົ້ນເດັກນ້ອຍ, ຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດລະບົບຫາຍໃຈເຊັ່ນ: ພະຍາດຫືດ ຫຼື ຄົນທີ່ມີພະຍາດປະຈຳຕົວ ຈໍາເປັນຕ້ອງໄດ້ລະມັດລະວັງເປັນພິເສດ ແລະ ຕິດຕາມລະດັບມົນລະພິດທາງອາກາດ. ພ້ອມນັ້ນ, ການເພີ່ມຂຶ້ນຂອງມົນລະພິດທາງອາ ກາດທີ່ມີລະດັບຮຸນແຮງນັ້ນຄາດວ່າຈະມີໃນເດືອນມີນາ ແລະ ເມສານີ້. ສະນັ້ນ ຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນຮ່ວມກັນປະຕິບັດມາດຕະການຫຼຸດຜ່ອນຄວາມສ່ຽງຈາກໄພອັນຕະລາຍທີ່ເກີດຈາກມົນລະພິດທາງອາກາດ ໂດຍຫຼຸດຜ່ອນການເຜົາໄໝ້ ແລະ ດຳເນີນການເພື່ອປົກປ້ອງສຸຂະພາບຂອງປະຊາຊົນຈາກມົນລະພິດທາງອາກາດ.
ທ່ານ ວັນນະ ພັນພົງສາ ກ່າວວ່າ: ສິ່ງສຳຄັນທີ່ສຸດທີ່ທຸກຄົນສາມາດປະຕິບັດໄດ້ ແມ່ນການຫຼຸດຜ່ອນການປ່ອຍມົນລະພິດທາງອາກາດ ໂດຍສະເພາະຊາວກະສິກອນຢາກໃຫ້ມີການຫຼຸດຜ່ອນການເຜົາໄໝ້ຈາກການເຮັດກະສິກຳ. ສຳລັບຜູ້ທີ່ອາໄສຢູ່ໃນຕົວເມືອງ, ຢາກໃຫ້ມີການຢຸດການຈູດຂີ້ເຫຍື້ອໃນຄົວເຮືອນ ແລະ ສໍາລັບຫົວໜ່ວຍທຸລະກິດ ກໍຢາກໃຫ້ມີການຫຼຸດຜ່ອນສິ່ງເສດເຫຼືອ, ຢາກໃຫ້ມີການໃຊ້ວັດສະດຸທີ່ສາມາດນຳໃຊ້ຄືນ, ໝູນໃຊ້ ແລະ ຫັນມາໃຊ້ຝຸ່ນບົ່ມໂດຍການນໍາໃຊ້ຂີ້ເຫຍື້ອທີ່ສາມາດເຮັດຝຸ່ນໄດ້ຖ້າມີ. ໃນນັ້ນ, ການຫຼຸດຜ່ອນການປ່ອຍມົນລະພິດ ແມ່ນເປັນບາດກ້າວທີ່ສໍາຄັນທີ່ສຸດເພື່ອຮັກສາສຸຂະພາບຂອງຄົນ, ສິ່ງແວດລ້ອມ ແລະ ແກ້ໄຂການປ່ຽນແປງດິນຟ້າອາກາດ. ນອກນີ້, ສິ່ງທີ່ສຳຄັນປະຊາຊົນຕ້ອງມີຄວາມເຂົ້າໃຈ ແລະ ຕິດຕາມລະດັບມົນລະພິດທາງອາກາດໃນພື້ນທີ່ທີ່ຕົນອາໄສຢູ່ ເພື່ອປັບປ່ຽນພຶດຕິກຳ ຫຼື ປະຕິບັດຕາມມາດຕະການຕ່າງໆຕາມຄວາມເໝາະສົມ. ພວກເຮົາຂໍແນະນຳໃຫ້ທຸກຄົນເຂົ້າໄປທີ່ເວັບໄຊຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (www.aqm-monre.gov.la) ເພື່ອກວດເບິ່ງຂໍ້ມູນ ກ່ຽວກັບມົນລະພິດທາງອາກາດ, ແຫຼ່ງທີ່ມາຂອງມົນລະພິດດັ່ງກ່າວ ແລະ ມາດຕະການໃນການຄວບຄຸມຕ່າງໆ ແລະ ບອກຕໍ່ໃຫ້ໝູ່ເພື່ອນ ແລະ ຄອບຄົວຮູ້ນຳ. ແຫຼ່ງຂໍ້ມູນທີ່ເປັນທາງການຈະເປັນແຫຼ່ງທີ່ໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ມີຄຸນນະພາບທີ່ສຸດ. ໃນນັ້ນ, ໃຫ້ເອົາໃຈໃສ່ຕິດຕາມໂຕເລກ AQI ໃນເຂດທີ່ຕົນອາໄສຢູ່ ຈຶ່ງສາມາດເບິ່ງແຍງຕົນເອງ ແລະ ຄອບຄົວຈາກຜົນກະທົບຂອງມົນລະພິດໄດ້. ພ້ອມນັ້ນ, ເພື່ອຊ່ວຍໃຫ້ປະຊາຊົນປ້ອງກັນຕົນເອງໄດ້ດີຂຶ້ນ ຈຶ່ງໄດ້ອອກຄຳແນະນຳ ກ່ຽວກັບມາດຕະການປ້ອງກັນມົນລະພິດທາງອາກາດໃນແຕ່ລະລະດັບ ຊຶ່ງລວມທັງການໃສ່ຜ້າອັດປາກ-ດັງ, ການໃຊ້ເຄື່ອງຟອກອາກາດ, ການຫຼຸດຜ່ອນການສຳຜັດກັບມົນລະພິດທາງອາກາດ ແລະ ຫຼີກລ່ຽງພື້ນທີ່ ຫຼື ກິດຈະກຳທີ່ເປັນແຫຼ່ງຂອງມົນລະພິດ ແລະ ວິທີອື່ນໆ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການເຜີຍແຜ່ຄວາມຮູ້ເບື້ອງຕົ້ນກ່ຽວກັບ PM 2.5 ເປັນຕົ້ນຄວາມໝາຍຂອງ PM 2.5, ເຄື່ອງມືໃນການວັດແທກ, ວິທີມາດຕະຖານ, ຜົນວັດແທກໃນໄລຍະຜ່ານມາ, ຜົນກະທົບ, ວິທີປ້ອງກັນ ແລະ ການນຳໃຊ້ຂໍ້ມູນ PM 2.5. ພ້ອມນັ້ນ, ຍັງໄດ້ມີການສົນທະນາຖາມ-ຕອບ ກ່ຽວກັບວຽກງານດັ່ງກ່າວ ພ້ອມໃຫ້ສື່ມວນຊົນໄດ້ນຳເອົາຂໍ້ມູນຂ່າວສານໄປເຜີຍແຜ່ຜ່ານສື່ຂອງຕົນໃຫ້ເກີດປະໂຫຍດສູງສຸດ.
(ຂ່າວ-ພາບ: ວັນເພັງ)