ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ  ສະຫາຍ ນາງ ຟ້າມ ທິ ແທັງ ຈ່າ (Phạm Thị Thanh Trà) ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 26 ມີນາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້ ຊຶ່ງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ; ຕີລາຄາສູງຕໍ່ການພົວພັນຮ່ວມມື ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ, ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ໄລຍະ 2023-2026 ທີ່ໄດ້ລົງນາມກັນໃນປີ 2023 ທີ່ຜ່ານມາ ເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ກ້າວເຂົ້າສູ່ລວງເລິກຕົວຈິງ. ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າສອງກະຊວງ ຈະສືບຕໍ່ເພີ່ມທະວີການຮ່ວມມື, ປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັນ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມກັນແລ້ວນັ້ນ ລວມທັງບັນຫາທີ່ສອງກະຊວງໃຫ້ຄວາມສົນໃຈ ໃຫ້ເກີດດອກອອກຜົນ ເປັນຮູບປະທຳຫຼາຍຂຶ້ນ ເປັນຕົ້ນ ການພັດທະນາລະບົບຄຸ້ມຄອງບໍລິຫານລັດ ເປັນອີເລັກໂຕຣນິກ ໃຫ້ມີຄວາມສະດວກ, ວ່ອງໄວ; ການປັບປຸງລະບົບກົງຈັກການຈັດຕັ້ງ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອໃຫ້ກົງຈັກການຕັ້ງກະທັດຮັດ, ມີປະສິດທິຜົນ; ການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກປະສານງານ ລະຫວ່າງຂະແໜງການດ້ວຍກັນ, ສູນກາງ ກັບທ້ອງຖິ່ນ; ການປັບປຸງຫົວໜ່ວຍງົບປະມານ ທີ່ມີລາຍຮັບວິຊາການ ຫັນໄປກຸ້ມຕົນເອງທາງດ້ານງົບປະມານ ແລະ ດ້ານບຸກຄະລາກອນ; ການຍົກລະດັບບໍາລຸງກໍ່ສ້າງ ພະນັກງານ-ລັດຖະກອນ ລວມທັງ ການຈັດຕັ້ງປະຕິບັດນະໂຍບາຍດ້ານຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນ. ໃນຕອນທ້າຍ ສະຫາຍນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຂອບໃຈຕໍ່ການລາຍງານຂອງສະຫາຍ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ທີ່ໄດ້ລາຍງານສະພາບ ກໍຄື ຜົນງານການປະກອບສ່ວນເຂົ້າໃນການເປັນເສນາທິການ ຊ່ວຍວຽກງານລັດຖະບານ ຫວຽດນາມ ມີຜົນສໍາເລັດຢ່າງຕັ້ງໜ້າ, ມີປະສິດທິຜົນ. ເນື່ອງໃນໂອກາດປີ 2024 ເປັນປີທ່ອງທ່ຽວລາວ ແລະ ເປັນປະທານອາຊຽນ, ສະຫາຍນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນ ມາທ່ຽວຊົມສະຖານທີ່ປະຫວັດສາດ, ວັດທະນະທໍາ ແລະ ບັນດາແຫຼ່ງທ່ອງທ່ຽວທາງທໍາມະຊາດ ໃນ ສປປ ລາວ ຕື່ມອີກ.
ໃນໂອກາດດຽວກັນ, ສະຫາຍ ນາງ ຟ່າມ ທິ ແທັງ ຈ່າ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ. ພ້ອມນີ້ ໄດ້ລາຍງານໃຫ້ສະຫາຍ ນາຍົກລັດຖະມົນຕີຊາບ ກ່ຽວກັບຜົນການເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້. ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບສະພາບການຮ່ວມມື ຂອງກະຊວງພາຍໃນ ສສ ຫວຽດນາມ ແລະ ກະຊວງພາຍໃນ ສປປ ລາວ ໃນໄລຍະຜ່ານ ກໍຄື ແຜນການຮ່ວມມືໃນຕໍ່ໜ້າ ເພື່ອໃຫ້ນັບມື້ນັບແໜ້ນແຟ້ນ ເຂົ້າສູ່ລວງເລິກ, ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ພ້ອມທັງ ຢືນຢັນວ່າ ໃນຕໍ່ໜ້າ ຈະຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ແຜນການຮ່ວມມືທີ່ສອງຝ່າຍໄດ້ຕົກລົງກັນ ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາຕົວຈິງຫຼາຍຂຶ້ນ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ