ໂດຍ:ວັນໄຊ ຕະວິນຍານ                  
    ເຖິງວ່າໃນປີ 2023ຜ່ານມາ,ເມືອງວຽງທອງ ແຂວງບໍລິຄໍາໄຊ ມີຄວາມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກສະພາບເສດຖະກິດລວມ ຂອງປະເທດ ແລະ ມີສິ່ງທ້າທາຍປານໃດກໍຕາມ.ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ III ຂອງເມືອງວາງອອກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023.ການນໍາທຸກຂັ້ນຂອງເມືອງວຽງທອງໄດ້ຕັ້ງໜ້າສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຈຶ່ງເຮັດໃຫ້ການພັດທະນາເສດຖະກິດພາຍໃນເມືອງດີຂຶ້ນເປັນລໍາດັບ.
   ທ່ານ ຄໍາແພນ ວີລື້ທໍາ ເຈົ້າເມືອງວຽງທອງ ແຂວງບໍລິຄໍາໄຊໃຫ້ສໍາພາດວ່າ:ອີງໃສ່ທ່າແຮງດ້ານເສດຖະກິດຕົ້ນຕໍຂອງເມືອງແມ່ນການຜະລິດກະສິກໍາ.ສະນັ້ນ,ເມືອງຈຶ່ງສຸມໃສ່ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາ ໃຫ້ພຽງພໍ ເພື່ອຄໍ້າປະກັນສະບຽງອາຫານ ຊຶ່ງໃນປີ 2023 ຜ່ານມາ,ທົ່ວເມືອງມີເນື້ອທີ່ປູກເຂົ້ານາປີ ທັງໝົດ 1968 ເຮັກຕາ,ຜົນຜະລິດໄດ້ 6.968,49 ໂຕນ ແລະ ປູກເຂົ້ານາແຊງ 24 ເຮັກຕາ, ໄດ້ປຸກລະດົມປະຊາຊົນປູກໝາກສະຕໍເບີລີ ແລະ ຜັກກະລໍ່າປີເປັນສິນຄ້າ ຢູ່ບ້ານຜາບໍ່ ຊຶ່ງມີ ທັງໝົດ 22 ຄອບຄົວມີເນື້ອທີ່ 7 ເຮັກຕາ, ສົ່ງເສີມປະຊາຊົນຊົນນໍາໃຊ້ຝຸ່ນຊີວະພາບ ແລະ ນໍ້າຢາເລັ່ງຮາກ ພ້ອມແນະນໍາເຕັກນິກການນໍາໃຊ້ໃຫ້ 6 ບ້ານ ເປົ້າໝາຍ ແບບທົດລອງ 60 ຄອບຄົວ ເນື້ອທີ່ 60 ເຮັກຕາ,ສົ່ງເສີມ ການປູກຜັກເຮືອນຮົ່ມມີ 99 ຄອບຄົວ ຈໍານວນ 147 ຫຼັງ, ເກັບກູ້ຜົນຜະລິດໄດ້ 12.611 ກິໂລ ຄິດເປັນເງິນ 126 ລ້ານກວ່າກີບ,ໄປຄ່ຽງຄູ່ກັນນີ້, ເມືອງຍັງໄດ້ຊຸກຍູ້ສົ່ງເສີມການລ້ຽງສັດເພື່ອຕອບສະໜອງສະບຽງອາຫານຢູ່ພາຍໃນໃຫ້ພຽງພໍ ແລະ ເປັນສິນຄ້າສົ່ງອອກ ໂດຍເລັ່ງໃສ່ປ້ອງກັນບໍ່ໃຫ້ເກີດພະຍາດ.ໃນປີຜ່ານມາໄດ້ລົງສັກຢາກັນພະຍາດສັດລ້ຽງປະເພດງົວ-ຄວາຍໄດ້ 3.353 ໂຕ, ການຜະລິດພືດເປັນສິນຄ້າລະດູຝົນ ປະຕິບັດໄດ້ຕົວຈິງ 3.255 ເຮັກຕາ, ຜົນຜະລິດ 47.360 ໂຕນ. ສ້ອມແປງຊົນລະປະທານນໍ້າຢ້າງ ມູນຄ່າ 100 ລ້ານກວ່າກີບ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນມີນໍ້າເຮັດການຜະລິດ. ເມືອງໄດ້ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າລວມທັງເຄື່ອງປ່າຂອງດົງເປັນສິນຄ້າສົ່ງອອກ.ໃນປີຜ່ານມາສາມາດສົ່ງເຄືອປານແຫ້ງໄດ້ 322ໂຕນ, ຝຸ່ນແຫມ 262 ໂຕນ, ງົວ 412 ໂຕ, ເຫຼັກເສດ 32 ໂຕນ, ຖ່ານຂາວ 130 ໂຕນ, ຂີງ 129 ໂຕນ ແລະ ຄ່າໂຄມ 13 ໂຕນ ລວມມູນຄ່າການສົ່ງອອກ 10.892 ຕື້ກວ່າກີບ, ສ່ວນສິນຄ້ານໍາເຂົ້າລວມມູນຄ່າ 9.150 ຕື້ກວ່າກີບ, ໄດ້ປະຕິບັດຕາມສັນຍາການຄ້າຊາຍແດນ ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າເພື່ອສົ່ງສິນຄ້າປະເພດມັນຕົ້ນອອກໄປ ສສ ຫວຽດນາມ: ແປ້ງມັນຕົ້ນ 12.360 ໂຕນ ມັນຕົ້ນແຫ້ງ 16.120 ໂຕນ (ສິນຄ້າມາຈາກຕ່າງເມືອງ ແລະ ພາຍໃນເມືອງ) ກາກມັນຕົ້ນ 2.500ໂຕນ ລວມມູນຄ່າ 121.889 ຕື້ກວ່າກີບ,ປັດຈຸບັນທົ່ວເມືອງມີທະບຽນວິສາຫະກິດທັງໝົດ 302 ຫົວໜ່ວຍ ມີທຶນຈົດທະບຽນ 882.450 ຕື້ກວ່າກີບ ໃນນັ້ນ, ຂຶ້ນທະບຽນໃໝ່ໄດ້ 17 ຫົວໜ່ວຍ,ມີທຶນຈົດທະບຽນ 2.562 ຕື້ກີບ ແລະ ສໍາເລັດພິທີການປະກາດການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ(ODOP) ແຫ່ງຊາດ ກຸ່ມຕໍ່າຫູກ-ທໍໄໝລາຍສິ້ນເຕີ້ຍປະຍຸກ ຂອງບ້ານຫ້ວຍຫອຍ;  ພາຍໃນເມືອງ ຍັງມີຫົວໜ່ວຍທີ່ດໍາເນີນກິດຈະການດ້ານໄຟຟ້າ 6 ຫົວໜ່ວຍ, ໃນນີ້ຂັ້ນແຂວງຄຸ້ມຄອງ 1 ຫົວໜ່ວຍ ແລະ ດໍາເນີນກິດຈະການດ້ານແຮ່ທາດມີ 7 ຫົວໜ່ວຍ ຂັ້ນແຂວງຄຸ້ມຄອງ 3 ຫົວໜ່ວຍ. ໄປພ້ອມກັນນີ້,ເມືອງຍັງໄດ້ຊຸກຍູ້ບັນດາທະນາຄານປ່ອຍເງິນກູ້ນັກທຸລະກິດ,ປະຊາຊົນທໍາການຜະລິດ ຄື:ທະນາຄານນະໂຍບາຍ ປີ 2023 ຜ່ານມາປ່ອຍສິນເຊື່ອໄດ້ທັງໝົດ 20.839 ຕື້ກີບ, ເກັບຕົ້ນທຶນໄດ້ທັງໝົດ 2.364 ຕື້ກີບ, ເກັບໜີ້ກາຍສັນຍາ 6.650 ຕື້ກີບ ທຽບໃສ່ຍອດສິນເຊື່ອ ເທົ່າກັບ 32%, ມີດອກເບ້ຍທັງໝົດ 1.209 ຕື້ກີບ. ທະນາຄານພັດທະນາລາວ ມີຍອດເງິນຝາກທັງໝົດ 147.71 ຕື້ກີບ ທຽບໃສ່ ປີ 2022 ເພີ່ມຂຶ້ນ 30,95 ຕື້ກີບເທົ່າກັບ20%, ທຽບໃສ່ແຜນການ 2023 ປະຕິບັດໄດ້ 113%, ຂະຫຍາຍຜະລິດຕະພັນ ATM ແຜນການ 527 ບັດ ປະຕິບັດໄດ້ 686 ບັດ ເທົ່າກັບ 130% ແລະ ບໍລິການຮັບເສຍຄ່າທໍານຽມທາງ 302 ລາຍການ ຈໍານວນເງິນ 83 ລ້ານກີບ. 
ສໍາລັບການປະຕິບັດແຜນງົບປະມານ ແຜນປີປະມານ 4.130 ຕື້ກີບ ສາມາດປະຕິບັດເກັບລາຍຮັບໄດ້ 6.887 ຕື້ກີບ ເທົ່າກັບ 157,26% ຂອງແຜນການປີ, ລາຍຈ່າຍປະຕິບັດໄດ້ 27.453 ຕື້ກີບ ເທົ່າກັບ 92,20% ຂອງແຜນການປີ; ຍ້ອນເສດຖະກິດພາຍໃນເມືອງດີຂຶ້ນ ບວກກັບຄວາມເອົາໃຈໃສ່ຈາກອໍານາດການປົກຄອງທຸກຂັ້ນໃນການຊ່ວຍເຫຼືອປະຊາຊົນພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງພັກ ແລະ ລັດ.ອີງຕາມການປະເມີນຕາມດໍາລັດ 348/ລບ ໃນປີ 2023 ຜ່ານມາທົ່ວເມືອງ ມີ 34 ບ້ານ,ມີພົນລະເມືອງທັງໝົດ 32.367 ຄົນ,5.556ຄອບຄົວ,ມີຄອບຄົວພົ້ນທຸກ 4.922 ຄອບຄົວ ເທົ່າກັບ 92%, ຄອບຄົວທຸກຍາກຍັງເຫຼືອ 417 ຄອບຄົວ ເທົ່າກັບ 8%, ບ້ານພົ້ນທຸກ 25 ບ້ານ ເທົ່າກັບ 73,52%, ຍັງບໍ່ພົ້ນທຸກ 9 ບ້ານ ເທົ່າກັບ26,48%, ສ້າງຄອບຄົວພັດທະນາໄດ້ 4.526 ຄອບຄົວ ເທົ່າກັບ 84,61%, ບ້ານພັດທະນາທັງໝົດ 13 ບ້ານ ເທົ່າກັບ 38,23% ພົ້ນເດັ່ນໄດ້ປະກາດຮັບຮອງບ້ານຈອມທອງ ເປັນ ສີສັນຕົວເມືອງນ້ອຍໃນຊົນນະບົດ; ທ່ານ ຄໍາແພນ ວີລື້ທໍາ ກ່າວຕື່ມວ່າ:ໃນປີ 2024 ນີ້,ເມືອງຈະຕັ້ງໜ້າພັດທະນາເສດຖະກິດໃຫ້ດີຂຶ້ນກວ່າປີຜ່ານມາ,ໂດຍຈະເລັ່ງໃສ່ການເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ແລະ ການມອບຂອງຂັ້ນເທິງ, ປະຕິບັດລາຍຈ່າຍຕ່າງໆຕາມການອະນຸມັດ; ເກັບລາຍຮັບຕາມຫົວໜ່ວຍທຸລະກິດຕ່າງໆ ໃຫ້ໄດ້ທ່ວງທັນຕາມກໍານົດເວລາ, ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານຂອງລັດ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ຖືກຕ້ອງຕາມລະບຽບການເງິນ. ສຸມໃສ່ຄຸ້ມຄອງບັນດາໂຄງການລົງທຶນຂອງລັດ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດຕາມລະບຽບການ; ດຶງດູດເອົາການລົງທຶນທັງພາຍໃນ, ຕ່າງປະເທດ ກັບການລົງທຶນພາກເອກະຊົນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ປະຈໍາປີໃຫ້ສາມາດຈັດຕັ້ງປະຕິບັດຕາມແຜນກໍານົດໄວ້; ສົ່ງເສີມການປູກຝັງ ແລະ ລ້ຽງສັດ ໂດຍສະເພາະແມ່ນຊຸກຍູ້ປະຊາຊົນຫັນເຂົ້າສູ່ການຜະລິດປະຈໍາປີ, ບຸກເບີກເນື້ອທີ່ນາ, ສວນ ແລະ ຍົກສະມັດຖະພາບການຜະລິດເທື່ອລະກ້າວ, ຊຸກຍູ້ການຜະລິດໃຫ້ເປັນຂະບວນກວ້າງຂວາງ, ສໍາຫຼວດອອກແບບກໍ່ສ້າງຊົນລະປະທານທີ່ມີເງື່ອນໄຂທີ່ປະຊາຊົນສາມາດສ້ອມແປງເອງໄດ້ ແລະ ລະບົບຊົນລະປະທານທີ່ໄດ້ຮັບການອະນຸມັດຈາກຂັ້ນເທິງ, ເພີ່ມທະວີຄົ້ນຄວ້າຊອກຫາແນວພັນເຂົ້າ,ແນວພັນພືດ, ແນວພັນສັດ ເພື່ອສະໜອງໃຫ້ປະຊາຊົນເພື່ອຜະລິດບໍລິໂພກ ແລະ ຂາຍເປັນສິນຄ້າ; ເຄື່ອນໄຫວຕິດຕາມ ແລະ ສະກັດກັ້ນພະຍາດທີ່ເຄີຍລະບາດກັບສັດລ້ຽງເປັນປະຈໍາ; ຕ້ານ ແລະ ສະກັດກັ້ນການຖາງປ່າເຮັດໄຮ່ແບບຊະຊາຍ,ໄຟລາມປ່າ ໃຫ້ຫຼຸດລົງ, ນໍາໃຊ້ມາດຕະການຕໍ່ຜູ້ລະເມີດຕາມລະບຽບກົດໝາຍ.ເອົາໃຈໃສ່ກວດກາຄຸ້ມຄອງວັດຖຸດິບເຂົ້າໂຮງງານ, ກວດກາບັນດາຫົວໜ່ວຍທຸລະກິດໃຫ້ເຄື່ອນໄຫວໄປຕາມລະບຽບກົດໝາຍ,ຕິດຕາມລາຄາສິນຄ້າຕາມທ້ອງຕະຫຼາດ, ສະກັດກັ້ນການສວຍໂອກາດຂຶ້ນລາຄາຕາມລໍາພັງ, ສືບຕໍ່ຊຸກຍູ້-ສົ່ງເສີມຫັດຖະກໍາ, ການບໍລິການ, ການຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ ແລະ ຄຸ້ມຄອງສິນຄ້າເຂົ້າ-ອອກ ເມືອງຢ່າງເຂັ້ມງວດ.