ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ ຫ້ອງການພະລັງງານ-ບໍ່ແຮ່ເມືອງ ແລະ ສູນບໍລິການໄຟຟ້າ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 26 ມີນາ ຜ່ານມາ ທີ່ສະໂມສອນຫ້ອງວ່າການເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງສະຫາຍ ໂພຄໍາ ຫຼວງໄພວົງ ກໍາມະການພັກເມືອງ ເລຂາໜ່ວຍພັກ ຫົວໜ້າຫ້ອງການພະລັງງານ-ບໍ່ແຮ່ ແລະ ສູນບໍລິການໄຟ້ຟ້າເມືອງ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ;
    ສະຫາຍ ນີປາໄພ ພັນນະວົງ ຮອງເລຂາໜ່ວຍພັກຫ້ອງການພະລັງງານ-ບໍ່ແຮ່ ແລະ ສູນບໍລິການໄຟຟ້າເມືອງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກ, ຄະນະໜ່ວຍພັກ ໄດ້ອອກແຮງຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານໃນຄວາມຮັບຜິດຊອບຂອງຕົນ, ເຄື່ອນໄຫວພາຍໃຕ້ກົດລະບຽບຂອງພັກ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ VII ຂອງອົງຄະນະພັກເມືອງ ເຂົ້າສູ່ລວງເລິກດ້ານວຽກງານວິຊາສະເພາະ ຄຽງຄູ່ກັບມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົຄະນະພັກແຂວງວຽງຈັນ ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຮ່ວມຊີວິດໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນຂອງໜ່ວຍພັກໃນທຸກໆເດືອນ, ການກໍ່ສ້າງ-ຂະຫຍາຍພັກ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຮັບນາມມະຍົດໃນແຕ່ລະປີ.
ໃນກອງປະຊຸມໄດ້ດໍາເນີນການປ່ອນບັດເອົາຄະນະພັກຊຸໃໝ່, ຊຶ່ງກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກເອົາ ສະຫາຍ ໂພຄໍາ ຫຼວງອາໄພ ເປັນເລຂາ, ສະຫາຍ ນີປາໄພ ພັນນະວົງ ເປັນຮອງ ປະທານກວດກາໜ່ວຍພັກ, ສະຫາຍ ບຸນສົງ ສິດທິພອນ ເປັນຄະນະໜ່ວຍພັກ ແລະ ຊ່ວຍວຽກກວດກາ, ສະຫາຍ ຕົວລໍ່ ໄຟຈົ່ງ ເປັນຮອງປະທານກວດກາໜ່ວຍພັກ.
(ຂ່າວ: ເມືອງທຸລະຄົມ).