ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ໄດ້ຈັດຂຶ້ນວັນທີ 25 ມີນານີ້ ທີ່ ກະຊວງດັ່ງກ່າວ,  ໂດຍການເປັນປະທານຮ່ວມຂອງທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຟ່າມ ທິ ແທັງ ຈ່າ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ທ່ານ ທອງຈັນ ມະນີໄຊ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມບົນຈິດໃຈຖານມິດສະຫາຍອ້າຍນ້ອງຄວາມສາມັກຄີພິເສດ ຕໍ່ທ່ານລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ຮ່ວມເຮັດວຽກກັບກະຊວງພາຍໃນຄັ້ງນີ້, ຫວັງຢ່າງຍິ່ງວ່າ ການຮ່ວມມື ຂອງພວກເຮົາຈະເປັນການປະກອບສ່ວນທີ່ສໍາຄັນ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີຮັກແພງແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ການຊ່ວຍເຫຼືອຈາກກະຊວງພາຍໃນ ສສ ຫວຽດນາມ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບ ກະຊວງພາຍໃນ ສປປ ລາວ ເພື່ອຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານມອບໝາຍໃຫ້ມີຜົນສໍາເລັດຕາມຈຸດປະສົງເປົ້າໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ຈາກນັ້ນ ສອງຝ່າຍ ຍັງໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຂອງກັນ ແລະ ກັນໃຫ້ຊາບໂດຍຫຍໍ້.  ທ່ານ ທອງຈັນ ມະນີໄຊ ໄດ້ລາຍງານຫຍໍ້ກ່ຽວກັບຜົນສໍາເລັດຈໍານວນໜຶ່ງ ຂອງການຈັດຕັ້ງປະຕິບັດວຽກງານຂອງກະຊວງພາຍໃນ ລວມທັງຂອບການຮ່ວມມືສອງຝ່າຍ ຕາມບົດບັນທຶກການຮ່ວມມື ຄື:  ວຽກງານປັບປຸງກົງຈັກການຈັດຕັ້ງ;  ວຽກງານການປົກຄອງທ້ອງຖິ່ນ; ວຽກງານພະນັກງານ-ລັດຖະກອນ; ວຽກງານຄຸ້ມຄອງເອກະສານ; ວຽກງານຍ້ອງຍໍ.
ເພື່ອສືບຕໍ່ການພົວພັນຮ່ວມມື ສອງຝ່າຍໃນຕໍ່ໜ້າ ແລະ ຜັນຂະຫຍາຍບົດບັນທຶກການຮ່ວມມືສອງຝ່າຍ ໄລຍະ 2023-2026, ລັດຖະມົນຕີກະຊວງພາຍໃນ ສປປ ລາວ ໄດ້ສະເໜີແຜນການຮ່ວມມື ຄື:  ສະເໜີໃຫ້ມີການຢ້ຽມຢາມ ແລະ ແລກປ່ຽນຖອດຖອນບົດຮຽນຂອງ ຄະນະຜູ້ແທນຂັ້ນສູງ ພ້ອມທັງ ວິຊາການ ຂອງສອງກະຊວງ ເຊັ່ນ: ວຽກງານການປົກຄອງຂັ້ນຮາກຖານ (ຕາແສງ), ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານການບໍລິການຜ່ານກົນໄກປະຕູດຽວ,  ວຽກງານຄຸ້ມຄອງລັດຖະກອນ, ວຽກງານຫັນຫົວໜ່ວຍວິຊາການກຸ້ມຕົນເອງ, ການຄຸ້ມຄອງພາລະກອນ ແລະ ວຽກງານເອກະສານ; ສະເໜີໃຫ້ຊ່ຽວຊານຈາກກະຊວງພາຍໃນ ສສ ຫວຽດນາມ ມາຊ່ວຍຄົ້ນຄວ້າ ແລະ ໃຫ້ຄໍາປຶກສາກ່ຽວກັບວຽກງານວາງແຜນກໍາລັງພົນພາກລັດ (ຫຼຸດຜ່ອນຈໍານວນພົນ), ວຽກງານສອບເສັງຕໍາແໜ່ງບໍລິ           ຫານ, ວຽກງານປະເມີນຜົນການປະຕິບັດງານ ແລະ ອື່ນໆ; ສະເໜີ ສສ ຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານຂີດຄວາມສາມາດ ໃຫ້ກົມຄຸ້ມຄອງຫົວໜ່ວຍວິຊາການເປັນເຈົ້າຕົນເອງ, ການຄຸ້ມຄອງພາລະກອນ, ການຄຸ້ມຄອງດ້ານງົບປະມານ-ການເງິນ ຂອງຫົວໜ່ວຍວິຊາການ ແລະ ດ້ານອື່ນໆທີ່ຕິດພັນກັບວຽກງານດັ່ງກ່າວ ດ້ວຍຮູບການ ສົ່ງຊ່ຽວຊານ ສສ ຫວຽດນາມ ມາແລກປ່ຽນ ຫຼື ຄົນຄວ້າ ແລກປ່ຽນດ້ານວິຊາການຢູ່ ສສ ຫວຽດນາມ; ສະເໜີຈັດສົ່ງຊ່ຽວຊາວ 2-3 ທ່ານ ເພື່ອໃຫ້ຄໍາປຶກສາ ແລະ ແນະນໍາໃນການຄົ້ນຄວ້າ ກ່ຽວກັບວຽກງານທ້ອງຖິ່ນຢູ່ ສປປ ລາວ ໂດຍສະເພາະວຽກງານຂັ້ນຮາກຖານ; ໂຄງການຫັນເປັນທັນສະໄໝໃຫ້ແກ່ກະຊວງພາຍໃນ ສປປ ລາວ ໄລຍະປີ 2024-2025 ແລະ ທິດທາງຮອດປີ 2030 ທີ່ກະຊວງພາຍໃນ ສສ ຫວຽດນາມ ຈະຊ່ວຍເຫັນວ່າກະຊວງພາຍໃນ ສປປ ລາວ ແມ່ນຍັງບໍ່ທັນມີປະສົບການ ສະນັ້ນ, ໃນການກະກຽມນີ້ ສະເໜີໃຫ້ຝ່າຍຫວຽດນາມ ສົົ່ງພະນັກງານມາຝຶກອົບຮົມ ແລະ ຊ່ວຍທາງດ້ານວິຊາການຕື່ມ; ສະເໜີ ກະຊວງພາຍໃນ ສສ ຫວຽດນາມ ເພີ່ມຊຸດອົບຮົມໄລຍະສັ້ນໃຫ້ແກ່ພະນັກງານ ສປປ ລາວ ຢູ່ ສສ ຫວຽດນາມ ເຊັ່ນ: ຊຸດຝຶກອົບຮົມ ວຽກງານການປົກຄອງທ້ອງຖິ່ນ ໄລຍະ 1 ເດືອນ ໃຫ້ແກ່ ພະນັກງານ-ລັດຖະກອນ ຂອງ ຂະແໜງການພາຍໃນ ສປປ ລາວ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 20 ທ່ານ; ຊຸດອົບຮົມຫົວ                       ໜ່ວຍວິຊາການ ແລະ ຄຸ້ມຄອງພາລະກອນ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຮັບຜິດຊອບວຽກງານນັ້ນໆ ໃນ ສປປ ລາວ ຂັ້ນສູນກາງ ໄລຍະ 2 ອາທິດ ຈໍານວນ 15 ທ່ານ, ຊຸດຝຶກອົບຮົມ ກ່ຽວກັບວຽກງານເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ຮັບຜິດຊອບວຽກງານເອກະສານ ຂອງຂະແໜງການພາຍໃນ ສປປ ລາວ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄລຍະ 2 ອາທິດ ຈຳນວນ 20 ທ່ານ, ຊ່ວຍປະສານງານກັບ ກະຊວງຍຸຕິທຳ ສສ ຫວຽດນາມ ກ່ຽວກັບການຈະໄປແລກປ່ຽນບົດຮຽນວຽກງານຈົດທະບຽນ ແລະ ເກັບກຳສະຖິຕິພົນລະເມືອງ ຢູ່ ສສ ຫວຽດນາມ ໃນທ້າຍປີ 2024. 
(ຂ່າວ-ພາບ: ແສງຈັນ)