ຂ່າວສານຫວຽດນາມລາຍງານວ່າ: ບົດລາຍງານລວມຂອງອົງການທີ່ປຶກສາດ້ານເສດຖະກິດແຖວໜ້າຂອງເຢຍລະມັນ ໄດ້ປັບຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດໃນປີ 2024 ຈາກ 1,2% ລົງເປັນ 0,1%. ພື້ນຖານເສດຖະກິດທີ່ໃຫຍ່ທີ່ສຸດຂອງເອີຣົບ ຍັງຄາດວ່າຈະຕົກຢູ່ໃນສະພາບເສດຖະກິດຖົດຖອຍທາງດ້ານເຕັກນິກຫຼັງຈາກໄຕມາດທໍາອິດຂອງປີ.
ບົດລາຍງານກ່າວວ່າ:ເສດຖະກິດເຢຍລະມັນ ພວມປະເຊີນກັບບັນດາບັນຫາ ແລະ ຢູ່ໃນໄລຍະທີ່ອ່ອນແອທີ່ແກ່ຍາວ ເຮັດໃຫ້ເມື່ອບໍ່ດົນມານີ້ລະດັບການເຕີບໂຕໄດ້ຫຼຸດລົງ. ບັນດາປັດໄຈເສດຖະກິດ ແລະ ໂຄງສ້າງທີ່ທັບຊ້ອນກັນແຕ່ການຂະຫຍາຍຕົວໂດຍລວມຍັງຄົງທີ່. ບົດລາຍງານຄາດຄະເນວ່າສະຖານະການຈະເລີ່ມດີຂຶ້ນໃນໄວໆນີ້, ແຕ່ຍັງເຕືອນວ່າຈັງຫວະການເຕີບໂຕໂດຍລວມຍັງບໍ່ທັນແຂງແຮງ. 
ອີງຕາມບົດລາຍງານ, ຜູ້ບໍລິໂພກທີ່ມີກໍາລັງການຊື້ພວມມີທ່າອ່ຽງຟື້ນຕົວ, ຍ້ອນວ່າອັດຕາເງິນເຟີ້ຫຼຸດລົງ ແລະ ຄ່າຈ້າງເພີ່ມຂຶ້ນໃນຫຼາຍຂະແໜງການຊຶ່ງນີ້ຈະເປັນປັດໄຈສໍາຄັນທີ່ສຸດສໍາລັບການຟື້ນຕົວຂອງເສດຖະກິດ.
ເມື່ອບໍ່ເທົ່າໃດອາທິດຜ່ານມານີ້, ລັດຖະບານເຢຍລະມັນໄດ້ປັບຫຼຸດການຄາດຄະເນເສດຖະກິດ, ໂດຍກ່າວເຕືອນເຖິງຄວາມເປັນໄປໄດ້ຂອງການຫຼຸດລົງທາງດ້ານເຕັກນິກໃນທ້າຍໄຕມາດທຳອິດຂອງປີ 2024.
GDP ຂອງເຢຍລະມັນ ໄດ້ຫຼຸດລົງ 0,3% ເມື່ອທຽບໃສ່ກັບໄຕມາດສຸດທ້າຍຂອງປີ 2023 ແລະ ດ້ວຍການເຕີບໂຕທີ່ຕິດລົບໃນສອງໄຕມາດຕິດຕໍ່ກັນ, ຜູ້ຊ່ຽວຊານດ້ານເສດຖະກິດສ່ວນຫຼາຍພິຈາລະນາວ່າພື້ນຖານເສດຖະກິດນີ້ຢູ່ໃນພາວະຖົດຖອຍທາງດ້ານເຕັກນິກ.