ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ມີນາ ຜ່ານມາຢູ່ ຮ່າໂນ້ຍ, ທ່ານ ເຈິ່ນລິວກວາງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ ຢາມາດະ ຈຸນິຈິ ຮອງປະທານຝ່າຍບໍລິຫານຂັ້ນສູງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA). ໃນການພົບປະ, ທ່ານ ເຈິ່ນລິວກວາງ ໄດ້ຊົມເຊີຍທ່ານ ຢາມາດະ ຈຸນິຈິ ໃນໂອກາດທີ່ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມກ່ຽວກັບການເລີ່ມປະຕິບັດ “ຂໍ້ລິເລີ່ມການຮ່ວມມືຫວຽດນາມ - ຍີ່ປຸ່ນໃນສັງກາດໃໝ່, ໄລຍະ 1”, ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ (KEIDANREN) ແລະ ສະຖານທູດ ຍີ່ປຸ່ນ ຈັດຂຶ້ນ, ເປີດໂອກາດການຮ່ວມມືໃໝ່ລະຫວ່າງ 2 ປະເທດ.
        ສ່ວນທ່ານ ຢາມາດະ ຈຸນິຈິ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ອັດຕາປ່ອຍທຶນຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ຂອງ ຍີ່ປຸ່ນ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ທ່ານຢືນຢັນວ່າ, ພ້ອມແລ້ວທີ່ຈະປຶກສາຫາລືກັບ ຫວຽດນາມ ກ່ຽວກັບການຜັນຂະຫຍາຍ 11 ໂຄງການພັດທະນາພື້ນຖານໂຄງລ່າງຂອງບັນດາທ້ອງຖິ່ນ.
        2 ຝ່າຍກໍຢືນຢັນການຕັດສິນໃຈຊຸກຍູ້ຄວາມຄືບໜ້າໃນໂຄງການຈຳນວນໜຶ່ງທີ່ພວມດຳເນີນ, ໂດຍສະເພາະແມ່ນໂຮງໝໍ ເຈີ້ໄຣ້ ສາຂາທີ 2 ແລະ ໂຄງການມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ.