ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິແຫ່ງຊາດຂອງຝຣັ່ງໄດ້ເປີດເຜີຍບົດລາຍງານໂຕເລກການຂາດດູນງົບປະມານສາທາລະນະຂອງປະເທດມີອັດຕາສ່ວນເພີ່ມເປັນ 5,5% ຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2023 ໂດຍຄິດເປັນມູນຄ່າ 154.000 ລ້ານເອີໂຣ.
    ສະຖິຕິດັ່ງກ່າວຖືວ່າສູງກວ່າທີ່ກະຊວງເສດຖະກິດຝຣັ່ງຄາດຄະເນໄວ້ກ່ອນໜ້ານີ້ວ່າຈະຢູ່ໃນລະດັບ 4,9% ຂອງ GDP ໂດຍພາກລັດໃຫ້ເຫດຜົນກ່ຽວກັບພາວະການຫຼຸດລົງຂອງໂຕເລກເສດຖະກິດໂລກເປັນປັດໄຈສຳຄັນ. ທັງນີ້, ທ່ານ ກາບຽວ ອັດຕານ ນາຍົກລັດຖະມົນຕີໄດ້ລົງນາມກ່ຽວກັບການປັບຫຼຸດງົບປະມານລາຍຈ່າຍລົງອີກ 10.000 ລ້ານເອີໂຣ ໂດຍເຄິ່ງໜຶ່ງຈະເປັນການຫຼຸດງົບປະມານການໃຊ້ຈ່າຍສຳລັບທຸກກະຊວງຕໍ່ຍອດຈາກທີ່ມີການຫຼຸດລາຍຈ່າຍໄປແລ້ວ 16.000 ລ້ານເອີໂຣ ສຳລັບປີງົບປະມານ 2024. ທ່ານ ບຣູໂນ ເລີ ແມ ລັດຖະມົນຕີກະຊວງເສດຖະກິດຂອງຝຣັ່ງກ່າວວ່າ: ຫາໄດ້ນ້ອຍກໍຕ້ອງໃຊ້ນ້ອຍພ້ອມທັງເຊື່ອມໂຍງການທີ່ທະນາຄານກາງຂອງປະເທດ ແລະ ທະນາຄານກາງເອີຣົບ (ECB) ຍັງຄົງປັບຂຶ້ນອັດຕາດອກເບ້ຍຮ່ວມດ້ວຍຄວາມເຄັ່ງຕຶງດ້ານພູມສາດການເມືອງໂລກ.
    ຂະນະດຽວກັນ, ທ່ານ ເລີ ແມ ກ່າວວ່າ: ລັດຖະບານມີຄວາມກັງວົນຕໍ່ກັບການທີ່ບໍລິສັດວິເຄາະ ແລະ ຈັດອັນດັບຄວາມໜ້າເຊື່ອຖືລະຫວ່າງປະເທດຫຼາຍແຫ່ງຫຼຸດເຄຣດິດຂອງຝຣັ່ງຈຶ່ງຢືນຢັນວ່າມາດຕະການທັງໝົດມີຄວາມຈຳເປັນ ເພື່ອໃຫ້ຝຣັ່ງຮັກສາເປົ້າໝາຍການຂະຫຍາຍຕົວທາງດ້ານເສດດຖະກິດ 4,4% ໃນປີນີ້ ຊຶ່ງເປັນການປັບຫຼຸດລົງມາແລ້ວ.