ໃນລະຫວ່າງວັນທີ 26-27 ມີນາຜ່ານມາ,  ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ,ຫົວໜ້າຄະນະທີ່ປຶກສາວຽກງານເສດຖະກິດ, ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຢຸນນານ ສປ ຈີນ. ໃນໂອກາດດັ່ງກ່າວກໍໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ລູພືນ ປະທານສະພາທີ່ປຶກສາການເມືອງນະຄອນພູເອີ ແຂວງຢຸນນານ ສປ ຈີນ  ທີ່ຫ້ອງການປົກຄອງນະຄອນພູເອີ. 
 ໃນການຢ້ຽມຢາມພົບປະໃນຄັ້ງນີ້ ສອງຝ່າຍກໍໄດ້ແຈ້ງສະພາບການພັດທະນາ-ເສດຖະກິດສັງຄົມ ປະເທດຂອງຕົນໃຫ້ກັນຊາບ ຊຶ່ງທ່ານຮອງປະທານ ສນຊ ບໍ່ປະຈໍາການ ໄດ້ສະເໜີແຜນການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນລຽບຕາມຊາຍແດນ ເປັນຕົ້ນການຮ່ວມມືດ້ານການທ່ອງທ່ຽວ, ກະສິກໍາ, ການປຸງແຕ່ງ ສະເໜີໃຫ້ສະພາທີ່ປືກສາການເມືອງ ນະຄອນພູເອີ ສ້າງເງື່ອນໄຂໃຫ້ນັກລົງທຶນນະຄອນພູເອີ ໄປລົງທຶນຢູ່ ສປປ ລາວ.ທ່ານ ລູພືນ ເຫັນດີຍົກລະດັບການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມ ເພາະ  ສປ ຈີນ ໄດ້ບັນລຸການແກ້ໄຂຄວາມທຸກຍາກປະຊາຊົນໄດ້ໂດຍພື້ນຖານ ແລະ ມີບົດຮຽນ, ມີທ່າແຮງທີ່ຈະຊ່ວຍເຫຼືອລາວໃນການແກ້ໄຂຄວາມທຸກຍາກຊຶ່ງນະຄອນພູເອີ ຈະຊ່ວຍສ້າງໂຮງຮຽນມັດທະຍົມ ແລະ ໂຮງຮຽນປະຖົມໃຫ້ເມືອງຍອດອູ ແຂວງຜົ້ງສາລີ, ເຫັນດີສ້າງກົນໄກການຮ່ວມມືກັບນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ແລະ ສະເໜີໂຄງການຮ່ວມມືໃນການພັດທະນາອາຊີບທີ່ໝັ້ນຄົງໃຫ້ຊາວໜຸ່ມລາວ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມການພັດທະນາ ຂອງນະຄອນພູເອີ ຢູ່ຕາແສງໃໝເຫີຍ ແລະ ຕາແສງຖົງສີນ ແລະ ແຫຼ່ງທ່ອງທ່ຽວສວນຊາ ຢູ່ນະຄອນພູເອີຕື່ມອີກ.
(ຂ່າວ-ພາບ:ສນຊ)