ໃນວັນທີ 27 ມີນານີ້,ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມເຊັນປຶ້ມໄວ້ອາໄລທີ່ ສະຖານທູດ ສະຫະພັນ ຣັດເຊຍ ປະຈຳລາວ ໂດຍການຕ້ອນຮັບຂອງ ທ່ານ ວາລາດີເມຍກາລິນິນ(Vladimir Kalinin) ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ຊຶ່ງມີເນື້ອໃນດັ່ງນີ້:
“ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າ ມາຍັງ ປະຊາຊົນ ແລະ ລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ໂດຍສະເພາະຄອບຄົວຜູ້ຖືກເຄາະຮ້າຍ ຕໍ່ ເຫດການຄົນຮ້າຍໃຊ້ອາວຸດຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ ເມືອງກຣາສະໂນໂກສກ, ເຂດຊານເມືອງມົດສະກູ ໃນວັນທີ 22 ມີນາ 2024 ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊິວິດ ແລະ ໄດ້ຮັບບາດເຈັບ ເປັນຈໍານວນຫຼາຍ. 
ສປປ ລາວ ປະນາມການກະທຳທີ່ເປັນການກໍ່ຮ້າຍໃນຄັ້ງນີ້ຢ່າງແຂງແຮງ ແລະ ຢືນຢັນຮ່ວມມືກັບປະຊາຊົນ      ຣັດເຊຍ ແລະ ວົງຄະນະສາກົນ ເພື່ອຕໍ່ຕ້ານລັດທິການກໍ່ການຮ້າຍທຸກຮູບແບບ.
ຂໍໃຫ້ຂອງວິນຍານຂອງຜູ້ເສຍຊິວິດໃນເຫດການດັ່ງກ່າວຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.”