ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ວິທະຍາເຂດດົງໂພສີ ໄດ້ຈັດພິທີສະຫຼຸບຜົນງານສົກສຶກສາ 2022-2023 ແລະ ຜ່ານແຜນການສົກສຶກສາ 2023-2924ຂຶ້ນໃນວັນທີ 28 ມີນາ ນີ້,ພາຍໃຕ້ການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ,ມີທ່ານບຸນຖົມ ຊາມຸນຕຣີ ອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບວິທະຍາເຂດດົງໂພສີ,ມີບັນດາຄະນະກົມ, ຮອງກົມ, ຫົວໜ້າສູນ,ຄະນະອຳນວຍການໂຮງໝໍສູນກາງອ້ອມຂ້າງກະຊວງສາທາລະນະສຸກແລະແຂກຖືກເຊີນເຂົ້າຮ່ວມ.
ທ່ານບຸນຖົມ ຊາມຸນຕຣີ  ໄດ້ຂຶ້ນລາຍງານຜົນງານວ່າ: ການເຄື່ອນໄຫວໃນສົກປີຜ່ານມາຊຶ່ງໄດ້ສະແດງໃຫ້ເຫັນເຖິງການຊີ້ນຳ-ນຳພາແລະການປະຕິບັດວິໄສທັດ, ພາລະໜ້າທີ່ຂອງມວສທີ່ໄດ້ພາກັນຜ່ານຜ່າເຮັດຫຼອນໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະຂອງຕົນຕາມການມອບໝາຍຂອງການຈັດຕັ້ງຊຶ່ງຜົນສໍາເລັດດັ່ງກ່າວສະແດງອອກຄື:ດ້ານການຮຽນ-ການສອນມວສໄດ້ຈັດຕັ້ງ ການຮຽນ-ການສອນຈຳນວນ 40 ຫຼັກສູດ, ອະນຸປະລິນຍາຕໍ່ເນື່ອງ 2 ຫຼັກສູດ, ອະນຸປະລິນຍາ 4 ຫຼັກສູດ, ປະລິນຍາຕີ 13 ຫຼັກສູດ, ຫຼັງປະລິນຍາ 22 ຫຼັກສູດ; ໃນສົກປີຜ່ານມວສ ສາມາດສ້າງບຸກຄະລາກອນສາທາລະນະສຸກ ໄດ້ຈຳນວນ 744 ຄົນຍິງ 482ຄົນ (ລະດັບອະນຸປະລິນຍາ ແລະປະລິນຍາຕີ 567 ຄົນ, ລະດັບຫຼັງປະລິນຍາຕີ 177 ຄົນ); ສຳເລັດການສອບເສັງເອົານັກສຶກສາເຂົ້າຮຽນສົກ 2023-2024 ລະດັບອະນຸປະລິນຍາ ແລະ ປະລິນຍາຕີ ທັງໝົດ 631 ຄົນ ແລະ ລະດັບຫຼັງປະລິນຍາຕີທັງ147 ຄົນ, ດ້ານການຄົ້ນຄວ້າວິທະຍາສາດ, ສຳເລັດການປັບປຸງຄູ່ມືປະຕິບັດງານ ຂອງຄະນະກໍາມະການຈັນຍາທຳການຄົ້ນຄ້ວາ ແລະ ຄູ່ມືປະຕິບັດງານຂອງຄະນະກໍາມະການສົ່ງເສີມການຄົ້ນຄວ້າວິທະຍາສາດຂອງ ມວສ, ສໍາເລັດການເຮັດບົດຄົ້ນຄວ້າຈຳນວນ 20 ບົດ ແລະ ໄດ້ນໍາສະເໜີບົດຄົ້ນຄວ້າຢູ່ກອງປະຊຸມວິຊາການທັງພາຍໃນແລະ ຕ່າງປະເທດ; ສຳເລັດຂຽນບົດຄວາມ 5 ບົດ ແລະ ຕີພິມເຂົ້າວາລະສານສາກົນ 4 ບົດ, ດ້ານການບໍລິການວິຊາການ, ໄດ້ເປີດການນຳໃຊ້ຫ້ອງຝຶກປະຕິບັດຂອງນັກສຶກສາຫຼັກສູດປະລິນຍາຕີກາຍະບຳບັດ ແລະ ເປັນສະຖານທີ່ໃຫ້ບໍລິການ ແລະ ປະຊາຊົນກວດກາຍະວິພາກພະຍາດໄດ້ 3.009 ຕົວຢ່າງ, ບໍລິການດ້ານຄຣີນິກທັນຕະກຳໄດ້ 12.255 ເທື່ອຄົນ.
ທ່ານບຸນຖົມ ຊາມຸນຕຣີໄດ້ກ່າວຕື່ມວ່າ:ຜົນສຳເລັດດັ່ງກ່າວໄດ້ຮັບການຢັ້ງຢືນໂດຍ ອາຈານສອນ ມວສໄດ້ຮັບຕຳແໜ່ງວິຊາການຄູ ຂັ້ນສາດສະອາຈານຈຳນວນ 2ຄົນ ແລະ ຮອງສາດສະດາຈານຈໍານວນ 9 ຄົນ,ອາຈານ 2ຄົນແລະໃນພິທີຍັງໄດ້ມອບໃບຍ້ອງຍໍ ຂັ້ນກະຊວງສາທາລະນະສຸກໃຫ້ແກ່6ຄະນະວິຊາ,2 ຫ້ອງການ, ສະຖາບັນ ແລະພະນັກງານພາຍໃນ ມວສ ດັ່ງນີ້: ປະເພດ I ຂັ້ນກະຊວງ ຈຳນວນ 340 ຄົນ, ປະເພດ IIຂັ້ນມວສ 62 ຄົນ.
ຂ່າວ-ພາບ:ບຸນອູ້ມ