ຕອນບ່າຍວັນທີ 25 ມີນາ 2024, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າໂຄງການກໍ່ສ້າງຂົວເບຕົງເສີມເຫຼັກ-ອັດແຮງ ຂ້າມນ້ຳເຊຈຳພອນ ເຂດບ້ານນາທົ່ມ ເມືອງອາດສະພອນ ແຂວງສະຫວັນນະເຂດ.
ທ່ານ ບຸນທອນ ສິດທິໂສ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ ທັງເປັນຫົວໜ້າໂຄງການກໍ່ສ້າງຂົວດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການສັນຈອນໄປມາຂອງປະຊາຊົນພາຍໃນເມືອງອາດສະພອນ ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ. ດັ່ງນັ້ນ, ການນຳຂອງແຂວງສະຫວັນນະເຂດ ຈຶ່ງໄດ້ສຸມທຶນຮອນໃນຮ່ວງເງິນເກີນແຜນປີ 2023-2024 ເພື່ອກໍ່ສ້າງຂົວເບຕົງເສີມເຫຼັກອັດແຮງຂ້າມນໍ້າເຊຈໍາພອນ ເຂດບ້ານນາທົ່ມ ຍາວ 100 ແມັດ, ກວ້າງ 5,5 ແມັດ, ລວມມູນຄ່າເກືອບ 20 ຕື້ກີບ, ໂດຍບໍລິສັດ ວີແອວພີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງ. ສຳລັບຈຸດທີ່ໄດ້ມີການກໍ່ສ້າງຂົວ ແມ່ນເປັນເສັ້ນທາງສາຍຫຼັກຂອງເມືອງອາດສະພອນ ທີ່ນອນໃນເຂດບ້ານນາທົ່ມ ຫາ ຈຸດສຸມນາເລົ່າ. ປັດຈຸບັນ ການສັນຈອນໄປມາຂອງພໍ່ແມ່ປະຊາຊົນ ຍັງບໍ່ສະດວກ ເພາະຍັງບໍ່ມີຂົວຂ້າມເຊ ແລະ ໃນລະດູຝົນ ແມ່ນບໍ່ສາມາດສັນຈອນໄປມາໄດ້. ຖ້າຫາກວ່າຂົວດັ່ງກ່າວ ກໍ່ສ້າງສຳເລັດຈະເຮັດໃຫ້ເມືອງອາດສະພອນ ກາຍເປັນເມືອງພົ້ນທຸກ ຕາມດຳລັດ 348/ລບ ກໍ່ຄືມີເສັ້ນທາງທຽວໄດ້ສອງລະດູ, ເຮັດໃຫ້ປະຊາຊົນໃນເຂດຈຸດສຸມນາເລົ່າ ແລະ ບ້ານໃກ້ຄຽງຈຳນວນທັງໝົດ 13 ບ້ານ, ມີ 11.887 ຄົນ ໄດ້ຮັບຜົນປະໂຫຍດ.
ທ່ານ ທິບພະວອນ ສີລາຊາ ປະທານບໍລິສັດ ວີແອວພີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ລາຍງານວ່າ: ໂຄງການກໍ່ສ້າງຂົວແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນພະຈິກ 2023, ເປັນຂົວເບຕົງເສີມເຫຼັກພາກສ່ວນລຸ່ມ ແລະ ພາກສ່ວນເທິງ, ຮູບແບບຂາງຂົວເປັນຮູບໂຕໄອ, ເບຕົງອັດແຮງທີ່ໃຊ້ສາຍກາບອັດແຮງດ້ວຍລະບົບໄຮໂດຣິກ, ລວງຍາວຂາງຂົວຕົວຈິງ 25, 6 ແມັດ, ມີຈຳນວນ 3 ຊ່ວງຕໍ່ຂາງຂົວ ແລະ ມີ 4 ຊ່ອງຫວ່າງນ້ຳໄຫຼ, ມີເສົາເຂັມ 28 ຕົ້ນ ສຳເລັດ 76%, ມາຮອດປັດຈຸບັນສາມາດປະຕິບັດສຳເລັດໃນຫຼາຍໜ້າວຽກຄື: ວຽກດິນ, ວຽກທົ່ວໄປ, ວຽກຕອກເສົາເຂັມ, ວຽກກໍ່ສ້າງຮາກຖານ, ວຽກກໍ່ສ້າງລຳເສົາ, ວຽກຜະລິດຂາງຂົວ, ວຽກຜະລິດສິ້ນສ່ວນເບຕົງ ເທົ່າກັບ 77,60% ແລະ ຈະໃຫ້ສຳເລັດໃນ 100% ໃນທ້າຍປີ 2024.
(ຂ່າວ: ສະຫວັນ)