ໃນວັນທີ 28 ມີນາ ນີ້ຫວຽດເຈັດ (Vietjet)ຈະມອບໂປຣໂມຊັ່ນ ປີ້ຍົນຕ່າງປະເທດໃນທຸກໆວັນສຸກ ປີນີ້ເປັນໂອກາດທີ່ດີສໍາລັບນັກທ່ອງທ່ຽວຈາກທົ່ວໂລກ ໃນການເດີນທາງຕາມທີ່ຝັນ ດ້ວຍລາຄາສ່ວນຫຼຸດສຸດພິເສດ.
ທ່ານສາມາດຈອງປີ້ຍົນຕ່າງປະເທດ ດ້ວຍລາຄາເລີ່ມຕົ້ນພຽງ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຕັ້ງແຕ່ມື້ນີ້ຮອດວັນທີ 31 ທັນວາ 2024 ທີ່ www.vietjetair.com ຫຼື ຜ່ານແອັບມືຖື Vietjet Air. ໂປຣໂມຊັນນີ້ໃຊ້ໄດ້ກັບທຸກຖ້ຽວບິນຕ່າງປະເທດ ລວມທັງຖ້ຽວບິນນະຄອນຫຼວງວຽງຈັນ-ໂຮ່ຈິມິນ ແລະ ຖ້ຽວບິນລະຫວ່າງຫວຽດນາມ ແລະ ອົສຕຣາລີ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ຈີນ, ຮົງກົງ, ໄຕ້ຫວັນ ແລະ ອາຊີຕາເວັນອອກສ່ຽງໃຕ້ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 31 ທັນວາ 2024 (ຍົກເວັ້ນວັນພັກ, ລະດູການທ່ອງທ່ຽວ).
Vietjetນໍາທຸກໆຈຸດໝາຍປາຍທາງມາໃຫ້ໃກ້ນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວຈາກລາວປະເທດທີ່ບໍ່ມີຊາຍແດນຕິດກັບທະເລ. Vietjetໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ມອບໂອກາດໃຫ້ນັກທ່ອງທ່ຽວຈາກປະເທດລາວ ສາມາດເພີດເພີນກັບແຫຼ່ງທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈ ດ້ວຍຖ້ຽວບິນທີ່ສະດວກສະບາຍໃນລາຄາປະຢັດ. ດ້ວຍຖ້ຽວບິນທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນກັບຈຸດໝາຍປາຍທາງອື່ນໆ, ບໍ່ວ່າຈະເປັນຫາດຊາຍທີ່ສວຍງາມຢູ່ ຝູກວັກ, ດານັງ, ຍາຈາງ, ບາຫຼີ, ພູເກັດ ແລະ ອື່ນໆ. ອົສຕຣາລີ ໃນລະດູໃບໄມ້ຫຼົ່ນເຊັ່ນ:Sydney, Melbourne, Brisbane ຫຼື ເພີດເພີນໄປກັບການເດີນທາງໃນ  Tokyo, Osaka, Seoul, Busan, Shanghai, Chengdu, Seam Reap ແລະ ອື່ນໆ ຫຼື ເພີດເພີນກັບງານເທດສະການຕ່າງໆໃນປະເທດອິນເດຍ ແລະ ອື່ນໆ.Vietjetກໍມອບໃຫ້ທ່ານໄດ້ເລີ່ມການເດີນທາງຂອງທ່ານ ແລະ ຮ່ວມສະເຫຼີມສະຫຼອງເທດສະການທົ່ວໂລກດ້ວຍໂປຣໂມຊັນທີ່ໜ້າສົນໃຈຈາກພວກເຮົາ. ສຳຜັດປະສົບການ ການເດີນທາງໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ບໍລິການດ້ວຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ຊິມຣົດຊາດອາຫານຫວຽດນາມແຊບໆບໍ່ວ່າຈະເປັນ ເຝີ ແລະ ເຂົ້າຈີ່ຫວຽດນາມ.
ເພື່ອຄວາມສະດວກສະບາຍໃນການເດີນທາງຂອງທ່ານ, Vietjetມອບປະກັນໄພ SkyCareໃຫ້ກັບຜູ້ໂດຍສານທັງໝົດ. ສະເພາະສະມາຊິກຂອງVietjetSkyJoyຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມເຊັ່ນ: ອາຫານ, ເຄື່ອງດື່ມ ແລະ ອື່ນໆ.ຢ່າພາດໂອກາດດີໆແບບນີ້ ທ່ອງທ່ຽວທົ່ວໂລກກັບ Vietjetດ້ວຍໂປຣໂມຊັນ “Real deal” ແລະ ເພີດເພີນກັບປະສົບການທີ່ໜ້າຈົດຈຳໄດ້ຕັ້ງແຕ່ມື້ນີ້.ຂໍ້ມູນເພີ່່ມຕື່ມwww.vietjetair.com
(ຂ່າວ:ຕຸໄລເພັດ)