ໃນວັນທີ 28 ມີນາ ນີ້ ທີ່ສູນການຄ້າວຽງຈັນເຊັນເຕີ ມີພິທີ ໃສ່ບາດ, ສູດລົດນໍ້າ ແລະ ບາສີສູ່ຂວັນໃຫ້ຄະນະບໍລິຫານ ແລະ ພະນັກງານ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ສະຫຼອງຄົບຮອບ9ປີໃນການໃຫ້ບໍລິການ.
ເຂົ້າຮ່ວມໃນພິທີມີທ່ານ ເທີຈູນ ປະທານບໍລິສັດພັດທະນາສູນການຄ້າຄົບວົງຈອນ ໜອງຈັນຕອນເໜືອຈໍາກັດ, ທ່ານ ຫວາງ ເຫວີຍ ຜູ້ອໍານວຍການ, ທ່ານນາງ ສະຫວັນທອງ ອຸ່ນມີໄຊ ຮອງຜູ້ອໍານວຍການພ້ອມດ້ວຍຜູ້ບໍລິຫານ, ພະນັກງານ ແລະ ຄູ່ຮ່ວມກິດຈະການຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຄືກຄື້ນ.
ທັງນີ້, ກໍເພື່ອຄວາມເປັນສິລິມຸງຄຸນ ປະຕິບັດຕາມຮີດຄອງປະເພນີ ແລະ ສ້າງໃຫ້ໄດ້ຄວາມສາມັກຄີພາຍໃນ ເປັນຈິດໜຶ່ງໃຈດຽວຂອງຄະນະຜູ້ບໍລິຫານ, ຄູ່ຮ່ວມທຸລະກິດ ທີ່ເລັງເຫັນການເຕີບໃຫຍ່ຂະຫຍາຍຕົວໃນການບໍລິການສູນການຄ້າໃນລະດັບແຖວໜ້າຂອງປະເທດ ແລະ ພ້ອມກັນສົ່ງເສີມໃຫ້ມີກິດຈະການຄ້າຂາຍ, ບໍລິການ, ການສ້າງວຽກເຮັດງານທໍາ, ເວທີສໍາມະນາເພື່ອພັດທະນາຜູ້ປະກອບການ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ສຸກສະຫວັນ)