ສະພາທິດສະດີສູນກາງພັກ (ສທພ) ໄດ້ຈັດກອງປະຊຸມພິຈາລະນາຮັບຮອງເນື້ອໃນໂຄງການຄົ້ນຄວ້າລະດັບຊາດ ພາຍໃຕ້ຫົວຂໍ້ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢູ່ ສປປ ລາວ” ຂຶ້ນໃນວັນທີ 27 ມີນາຜ່ານມາ ທີ່ຫ້ອງປະຊຸມຂອງ ສທພ ໂດຍການເປັນປະທານ ຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ; ມີບັນດາຄະນະປະຈໍາ ສທພ, ຄະນະຮັບຜິດຊອບພິຈາລະນາຮັບຮອງໂຄງການ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.
    ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອປະກອບຄໍາເຫັນໃສ່ເນື້ອໃນໂຄງການດັ່ງກ່າວ ຈາກຄະນະຮັບຜິດຊອບພິຈາລະນາຮັບຮອງເນື້ອໃນໂຄງການ ແລະ ລົງຄະແນນສຽງຮັບຮອງເອົາເນື້ອໃນຜົນຂອງການຄົ້ນຄວ້າໂຄງການຢ່າງເປັນທາງການ. 
ໃນກອງປະຊຸມ, ພາຍຫຼັງທ່ານ ຄໍາພັນ ເຜີຍຍະວົງ ກ່າວເປີດກອງປະຊຸມ, ທ່ານ ບຸນທະວີ ສີສຸພັນທອງຫົວໜ້າໂຄງການ ກໍໄດ້ລາຍງານວ່າ: ພາຍຫຼັງການນໍາສະເໜີບົດຄົ້ນຄວ້າ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ ສປປ ລາວ ຜ່ານໃນກອງປະຊຸມສຳມະນາວິທະຍາສາດ ຮ່ວມກັບຄະນະປະຈໍາ ສທພ ຄັ້ງວັນທີ 10 ພະຈິກ 2022 ແລະ ຄໍາເຫັນຂອງຄະນະກຳມະການຮັບເຊີນ, ຄະນະຮັບຜິດຊອບໂຄງການຄົ້ນຄວ້າ ກໍໄດ້ມີການປັບປຸງຮຽບຮຽງທາງດ້ານເນື້ອໃນ ຕາມເນື້ອໃນຈິດໃຈໃຫຍ່ ຊຶ່ງໂຄງປະກອບຂອງບົດແມ່ນຍັງຮັກສາໄວ້ ແຕ່ປັບປຸງບາງເນື້ອໃນຂອງແຕ່ລະພາກໃຫ້ສອດຄ່ອງກັບໂຄງບົດຫຼາຍຂຶ້ນ. ບົດຄົ້ນຄວ້ານີ້ແມ່ນໄດ້ເລີ່ມແຕ່ປີ 2013 ຊຶ່ງບາງເນື້ອໃນທີ່ຕິດພັນກັບຫົວຂໍ້ຄົ້ນຄວ້າຍ່ອຍ ອາດບໍ່ສ່ອງແສງໄດ້ໝົດເຖິງສະພາບ ແລະ ເງື່ອນໄຂໃນປັດຈຸບັນ ແລະ ທ່າອ່ຽງໃນຕໍ່ໜ້າ. ສະນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງມີການຕໍ່ຍອດການຄົ້ນຄວ້າຫົວຂໍ້ນີ້ ເພື່ອໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂໃນຍຸກແຫ່ງການປ່ຽນແປງໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງຍຸດທະສາດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃນຍຸກອຸດສາຫະກຳ 4.0.
ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນ ຕໍ່ກັບເນື້ອໃນໂຄງການຄົ້ນຄວ້າລະດັບຊາດ ພາຍໃຕ້ຫົວຂໍ້ດັ່ງກ່າວ.
    ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວມີຄໍາເຫັນສະແດງຄວາມຊົມເຊີຍ ທີ່ຄະນະຮັບຜິດຊອບໄດ້ມີຄວາມພະຍາຍາມໃນການຄົ້ນຄວ້າ, ສາມາດເຮັດປຶ້ມອອກມາໃນເບື້ອງຕົ້ນໄດ້ ແລະ ກໍໄດ້ສະແດງຄວາມເຫັນດີເປັນພື້ນຖານ ຕໍ່ກັບບັນດາຄໍາເຫັນທີ່ໄດ້ປະກອບໃສ່ ເພື່ອໃຫ້ປັບປຸງບົດຄົ້ນຄວ້າດັ່ງກ່າວ ໃຫ້ມີລັກສະນະວິທະຍາສາດ, ມີລັກສະນະທັນສະໄໝ ເພື່ອເປັນພື້ນຖານຂໍ້ມູນຄົ້ນຄວ້າວິທະນາສາດໃນຕໍ່ໄປ. ພ້ອມນີ້, ກໍຮຽກຮ້ອງຄະນະຮັບຜິດຊອບໂຄງການຄົ້ນຄວ້າຫົວຂໍ້ໃຫ້ມີຄວາມຮັດກຸມກວ່າເກົ່າ ເປັນຕົ້ນຄື ກ່ຽວກັບວິໄສທັດ ຊຶ່ງໃນການຄົ້ນຄວ້ານີ້ ແມ່ນໄດ້ຍົກວິໄສທັດຮອດປີ 2030, ແຕ່ປັດຈຸບັນຍັງອີກພຽງບໍ່ເທົ່າໃດປີກໍຮອດແລ້ວ; ສະນັ້ນ, ຄວນເບິ່ງຕົວຈິງຄືນວ່າຈະເອົາວິໄສທັດຢູ່ໃນລະດັບໃດຈຶ່ງຈະເໝາະສົມ. ພ້ອມນີ້, ກໍເບິ່ງຕື່ມກ່ຽວກັບບັນຫາທີ່ຍົກຂຶ້ນ ກ່ຽວກັບຄາດໝາຍຮອດປີ 2030 ອັດຕາສ່ວນຜູ້ທຸກຍາກສາມາດລຶບລ້າງໂດຍພື້ນຖານ ແມ່ນຈະສາມາດເປັນໄປໄດ້ຫຼືບໍ່. ນອກຈາກນັ້ນ, ກໍໃຫ້ຍົກແຈ້ງຕື່ມອີກວ່າ ແນວຄິດຂອງປະທານ ໄກສອນ ພົມວິຫານ ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
    ກອງປະຊຸມຄັ້ງນີ້, ໄດ້ຮັບຮອງໂດຍພື້ນຖານ ກ່ຽວກັບເນື້ອໃນໂຄງການຄົ້ນຄວ້າລະດັບຊາດ ພາຍໃຕ້ຫົວຂໍ້ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ” ຊຶ່ງຍັງຕ້ອງໄດ້ປັບປຸງ, ລົງເລິກໃຫ້ເຫັນໄດ້ເຖິງກົນໄກວິທີການ ແລະ ມາດຕະການໃນການຈັດຕັ້ງຜັນຂະຫຍາຍຕົວຈິງ ເພື່ອນໍາເອົາຜົນການຄົ້ນຄວ້າ ໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
(ຂ່າວ-ພາບ: ສຸກສະຫວັນ)