ເມື່ອບໍ່ດົນມານີ້, ຢູ່ທີ່ເດີນໂຮງຮຽນ ມສ ເມືອງ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ ວັນນະຄະດີ ຂອງນ້ອງນັກຮຽນຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຊູລິສິດ ຄຳພູວົງ ຫົວໜ້າຫ້ອງວ່າການເມືອງ, ມີພາກສ່ວນກ່ຽວຂ້ອງ ຕະຫຼອດຮອດມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
    ຈຸດປະສົງຂອງການຈັກງານຄັ້ງນີ້, ກໍເພື່ອເປັນການສ້າງເປົ້າໜາຍ ແລະ ມາດຖານການສ້າງໂຮງຮຽນຕົວແບບດ້ານພາລະສຶກສາ, ສິລະປະການສືກສາ ຂອງພະແນກສືກສາທິການ ແລະ ກິລາ ແຂວງ ໃຫ້ປະກົດຜົນເປັນຈິງ ທັງເປັນການອານຸລັກຮັກສາ ວັດທະນະທໍາ ປະເພນີອັນດີງາມ ຂອງທ້ອງຖິ່ນ ຂອງເຜົ່າ ໃຫ້ໜັ້ນຄົງ ແລະ ມີຄຸນນະພາບດີຂຶ້ນເທື່ອລະກ້າວ, ທັງເປັນປະຕິບັດຕາມຂໍ້ແຂ່ງຂັນຂອງຂະແໜງການສືກສາ ແລະ ກິລາ ໃນຂໍ້ທີ 4 ກ່ຽວກັບການປະຕິບັດພາລະບົດບາດຂອງດົນຕີ ແລະ ຄົບຕາມ 5 ຫຼັັກມູນການສືກສາວາງອອກ ແລະ ປະຕິບັດຕາມແຜນພັດທະນາການສືກສາ ປະຈໍາສົກຮຽນ 2023-2024 ຂອງໂຮງຮຽນ.
 ການປະກວດສິລະປະວັນນະຄະດີໃນຄັ້ງນີ້, ມີທັງໜົດ 30 ລາຍການສະແດງ, ມີ 4 ປະເພດຄື: ບົດຟ້ອນ 14 ບົດ, ບົດເພງ 8 ບົດ, ຂັບລື້ 4 ບົດ ແລະ ຟ້ອນເຈີ້ງ (ຟ້ອນລາຍລື້) 4 ບົດ. ການແຂ່ງຂັນແມ່ນດຳເນີນໄປດ້ວຍບັນຍາກາດຄຶກຄືນ, ມ່ວນຊື່ນ.
(ຂ່າວ: ອິນແປງ ແຫວນຄຳ)