ໃນວັນທີ 1 ເມສາ ນີ້ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ສະໄໝທີVໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍຄະນະປະຈຳພັກ, ບັນດາສະຫາຍກຳມະການຄະນະບໍລິຫານງານພັກ ເຂົ້າຮ່ວມ.
ໃນວາລະດັ່ງກ່າວ,ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າບັນຫາສຳຄັນດັ່ງນີ້: ໜຶ່ງ, ສະຫຼຸບຕີລາຄາຄືນໃນການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານພັກອົງການໄອຍະການປະຊາຊົນສູງສຸດ ປະຈຳໄຕມາດ I/2024ແລະ ກຳນົດທິດທາງແຜນການວຽກງານຈຸດສຸມປະຈຳໄຕມາດ II/2024;ສອງ, ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຢູ່ສູນກາງ ແລະ ທ້ອງຖິ່ນ, ຄົ້ນຄວ້າແຕ່ງຕັ້ງບັນຈຸສັບຊ້ອນ ພະນັກງານຂັ້ນຕ່າງໆ; ສາມ, ຄົ້ນຄວ້າແບ່ງຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ແຕ່ລະສະຫາຍລົງຊີ້ນຳວຽກງານໄອຍະການຮອບດ້ານ ຢູ່ແຕ່ລະພາກ, ແຂວງ ໃນຂອບເຂດທົ່ວປະເທດ; ສີ່, ຄົ້ນຄວ້າການສ້າງຕັ້ງອົງການໄອຍະການປະຊາຊົນເຂດ, ອົງການໄອຍະການປະຊາຊົນເຂດປະຈຳເມືອງ ແລະ ສ້າງຕັ້ງອົງການໄອຍະການປະຊາຊົນເມືອງ.
ໃນໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ  ຍັງໄດ້ເນັ້ນໃຫ້ບັນດາສະຫາຍຄະນະພັກເພີ່ມທະວີຄວາມເອົາໃຈໃສ່ ໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນຈິດໃຈບົດສະຫຼຸບ ແລະ ບັນດາວຽກງານຈຸດສຸມ 3 ເດືອນຕໍ່ໜ້າ (4,5,6 ປີ 2024) ຢ່າງເລິກເຊິ່ງ, ພ້ອມທັງຫັນເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ເພີ່ມທະວີໃນການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະໜ່ວຍພັກ ແລະ ຄະນະກົມຢ່າງມີຈຸດສຸມ, ແທດເຖິງຕໍ່ການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ ແລະ ພະນັກງານ, ເອົາໃຈໃສ່ຕິດຕາມຊຸກຍູ້ບັນດາວຽກງານປິ່ນອ້ອມສິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນວຽກງານໃຫ້ດີ ແລະ ທັນເວລາ.
ຂ່າວ-ພາບ: ຈະເລີນສິນ