ໃນວັນທີ 2 ເມສາຜ່ານມາ ທີ່ເດີ່ນໂຮງຮຽນ ມສ ເມືອງມຸນລະປາໂມກ ແຂວງຈໍາປາສັກ ໄດ້ຈັດງານແຂ່ງຂັນປະກວດຮ້ອງເພງ ເພື່ອເປັນການສົ່ງເສີມ, ອະນຸລັກຮັກສາວັດທະທຳຮີດຄອງປະເພນີອັນດີງາມຂອງຊາດກໍຄືຂອງທ້ອງຖິ່ນ, ເຮັດໃຫ້ນ້ອງນັກຮຽນ ຊາວໜຸມ, ເຍົາວະຊົນ ເຂົ້າໃຈເຖິງພາລະບົດບາດ ໃນການຈັດກິດຈະກໍາສິລະປະ, ຄວາມສາມັກຄີລະຫ່ວາງ ນ້ອງນັກຮຽນແຕ່ລະຊັ້ນຮຽນ ແລະ ຄູອາຈານ, ທັງເປັນການຈັດຕັ້ງປະຕິບັດຕາມຫົວຂໍ້ແຂ່ງຂັນ 3 ລັກສະນະ 5 ຫຼັກມູນຂອງການສຶກສາວາງອອກ ແລະ ເປັນການສ້າງຂະບວນການຂໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກກໍຄື: ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ 14 ເມສາ 1955 - 14 ເມສາ 2024.
     ການແຂ່ງຂັນປະກວດຮ້ອງເພງຄັ້ງນີ້, ມີນັກຮຽນຈາກຊັ້ນມໍຕົ້ນ ແລະ ມໍປາຍ ເຂົ້າຮ່ວມແຂ່ງຂັ້ນທັງໝົດ 16 ຄົນ ຍິງ 10 ຄົນ. ຜ່ານການແຂ່ງຂັນ ມໍປາຍ ທີ 1 ໄດ້ແກ່ ທ້າວ ບັນດິດ ຫ້ອງ5/2 ໃນບົດເພງສົ່ງນ້ອງຮຽນຄູ, ທີ 2 ໄດ້ແກ່ ທ້າວ ສອນວິໄຊ ຊາພັກດີ ຫ້ອງ 7/2 ໃນບົດເພງ ສະບາຍດີຫຼວງພະບາງ, ມໍຕົ້ນ ທີ 1 ໄດ້ແກ່ ນາງ ສຸດດາວວອນ ວົງວິໄລ ຫ້ອງ 3/1 ມາໃນບົດເພງ ຫ່ວງອ້າຍທີ່ຊາຍແດນ, ທີ 2 ໄດ້ແກ່ ນາງ ລັດຕະນາພອນ ວົງຖາວອນ ຫ້ອງ 3/2 ໃນບົດເພງ ຮັກບ່າວທະຫານ.
  (ຂ່າວ-ພາບ: ນ ໜູລີ່ ຊາພັກດີ)