ເມື່ອບໍ່ດົນມານີ້, ຢູ່ທີຫ້ອງປະຊຸມ ຫ້ອງການຄະນະບໍລິຫານງານຊາວໜຸ່ມ ເມືອງເງິນ ແຂວງ ໄຊຍະບູລີ ຈັດພິທີມອບ-ຮັບໃບຢັ້ງຢືນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາໃຫ້ໂຮງຮຽນທີ່ໄດ້ຄົບຕາມມາດຖານເງື່ອນໄຂຂອງມາດຖານກອງເຍົາວະຊົນທັນວາ. ພາຍໃຕ້ການເປັນປະທານຂອງສະຫາຍ ໄຊພອນ ສີລິສົມບັດ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາສະຫາຍ ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາໜ່ວຍຊາວໜຸ່ມໂຮງຮຽນ ແລະ ຄູ-ອາຈານເຂົ້າຮ່ວມ.
ໃນພິທີກໍໄດ້ຜ່ານຂໍ້ຕົກລົງ ຂອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ວ່າດ້ວຍການຢັ້ງຢືນໂຮງຮຽນ 3 ດີ 4 ຮູ້ຂອງກອງເຍົາວະຊົນທັນວາ ຈຳນວນ 11 ໂຮງຮຽນ. ຜ່ານການຕິດຕາມກວດກາປະເມີນຜົນການສ້າງກອງເຍົາວະຊົນ 3 ດີ 4 ຮູ້ ໃນໄລຍະຜ່ານມາ ແມ່ນມີຜົນງານ, ມີຜົນສຳເລັດ, ແຕ່ລະໂຮງຮຽນໄດ້ສາມັກຄີກັນຈັດຕັ້ງ ເຄື່ອນໄຫວຢ່າງເປັນຮູບປະທໍາອັນທີ່ພົ້ນເດັ່ນ: ແມ່ນການປຸກລະດົມການປະກອບສ່ວນກຳລັງແຮງ ຂອງເຍົາວະຊົນເຂົ້າໃນການຮັບໃຊ້ຂະບວນການລວມ ຂອງໂຮງຮຽນ, ຂອງເມືອງ ເນື່ອງໃນໂອກາດວັນສຳຄັນຕ່າງໆທາງປະຫວັດສາດຂອງພັກ, ຂອງຊາດ; ການນຳພາສ້າງຕົວແບບເຍົາວະຊົນຮຽນດີ-ຮຽນເກັ່ງ. ສະມາຊິກເຍົາວະຊົນທັນວາ ຢູ່ແຕ່ລະໜ່ວຍກໍໄດ້ຕັ້ງໜ້າເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນຮູ້ຜູ້ດີ ຂອງພໍ່ແມ່, ຟັງຄຳສັ່ງສອນຂອງຄູ - ອາຈານ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ. ຜ່ານການປະຕິບັດຕົວຈິງເຫັນວ່າແຕ່ລະໜ່ວຍທັງໝົດ 11 ໜ່ວຍ ແມ່ນໄດ້ເອົາໃຈໃສ່ແຂ່ງຂັນກັນຕັ້ງໜ້າປະຕິບັດລະບຽບ ຂອງເຍົາວະຊົນວາງອອກຢ່າງເຂັ້ມງວດ. ສາມາດບັນລຸໄດ້ດ້ານເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ຮູ້ ຕາມແຕ່ລະດ້ານ. 
ໃນຕອນທ້າຍກໍໄດ້ມອບໃບຢັ້ງຢືນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາໃຫ້ໂຮງຮຽນ 11 ແຫ່ງ ໂດຍ ສະຫາຍ ໄຊພອນ ສີລິສົມບັດ.
(ຂ່າວ: ອິນແປງ ແຫວນຄຳ)