ທ່ານ ຣັດຕະນະໄຊ ເພັດສຸວັນຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ເປີດເຜີຍໃຫ້ຮູ້ ວ່າ:ນັບແຕ່ວັນທີ 2 ມີນາ ຫາ ວັນທີ 1 ເມສາ 2024 ມີກໍລະນີສົງໄສພະຍາດໄຂ້ເລືອດດໍາຈໍານວນສະສົມທັງໝົດ94 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ, ຈໍານວນພື້ນທີ່ໆຖືກກະທົບແມ່ນມາຈາກແຂວງຈໍາປາສັກ ແລະ ແຂວງສາລະວັນ,ໃນນັ້ນແຂວງຈໍາປາສັກ 67 ກໍລະນີ ແລະ ແຂວງສາລະວັນ 27 ກໍລະນີ.
    ທ່ານກ່າວໃຫ້ຮູ້ອີກວ່າ: ສາເຫດຂອງການລະບາດ ຍ້ອນການກິນຊີ້ນງົວທີ່ເຈັບເປັນ ແລະ ເສຍຊີວິດ ແລະ ສໍາຜັດກັບງົວທີ່ເຈັບເປັນ ແລະ ເສຍຊີວິດ ຊຶ່ງອາການສະແດງອອກຄື: ມີອາການໄຂ້, ປວດເມື່ອຍຕາມກ້າມຊີ້ນ, ຕົນໂຕ ແລະ ມີຕຸ່ມຕາມຜີວໜັງ ຊຶ່ງຄົນເຮົາຕິດເຊື້ອຈາກສັດທີ່ຕິດເຊື້ອ ຫຼືຜ່ານຜະລິດຕະພັນສັດທີ່ປົນເປື້ອນ, ປົກກະຕິແລ້ວພະຍາດໄຂ້ເລືອດດໍາບໍ່ໄດ້ແຜ່ລາມຈາກສັດໄປຫາສັດຫຼືຈາກຄົນຫາຄົນ.ສັດທີ່ຕິດເຊື້ອພະຍາດໄຂ້ເລືອດດໍາມີທັງສັດບ້ານ ແລະ ສັດປ່າເຊັ່ນ: ງົວ, ຄວາຍ, ແກະ, ແບ້, ລະມັ່ງ,ກວາງສາມາດຕິດເຊື້ອໄດ້ເມື່ອຫາຍໃຈເຂົ້າ ຫຼືກິນ, ດື່ມສະປໍຈາກດິນ, ພືດ ຫຼືນໍ້າທີ່ປົນເປື້ອນ, ບາງຄັ້ງສັດສາມາດຕິດເຊື້ອພະຍາດໄຂ້ເລືອດດໍາໄດ້ ຖ້າຫາກກິນອາຫານທີ່ປົນເປື້ອນຈາກພະຍາດໄຂ້ເລືອດດໍາເຊັ່ນ:ກະດູກປົ່ນຈາກສັດທີ່ຕິດເຊື້ອ.ຄົນທີ່ຕິດເຊື້ອພະຍາດໄຂ້ເລືອດດໍາໄດ້ເມື່ອສະປໍຂອງເຊື້ອເຂົ້າໄປໃນຮ່າງກາຍຜ່ານການກິນ, ສູດດົມຫຼືເຂົ້າໄປໃນຮ່າງກາຍໂດຍຜ່ານແຜລອກຫຼືບາດແຜຕາມຜິວໜັງ, ສະປໍເຫຼົ່ານີ້ສາມາດຂະຫຍາຍເພີ່ມຈໍານວນແລະຜະລິດສານພິດໄດ້, ປົກກະຕິແລ້ວສະປໍພະຍາດໄຂ້ເລືອດດໍາເຂົ້າໄປໃນຮ່າງກາຍຂອງຄົນໄດ້ 3 ທາງຄື:ໂດຍຜ່ານຜິວໜັງ (ບາດແຜລອກຫຼືແຜຜິວໜັງເຊັ່ນ:ການສໍາຜັດຫຼືມີສ່ວນຮ່ວມໃນການຂ້າສັດທີ່ເຈັບປ່ວຍ ຫຼືສໍາຜັດກັບຜະລິດຕະພັນສັດທີ່ປົນເປື້ອນເຊັ່ນ: ຊີ້ນ, ເລືອດ, ໜັງສັດ, ກະດູກໂດຍຜ່ານປອດ (ໂດຍການຫາຍໃຈເອົາສະປໍໂດຍກົງ), ຜ່ານລະບົບລະລາຍ (ຜ່ານການກິນຊີ້ນສັດທີ່ຕິດເຊື້ອ), ພະຍາດໄຂ້ເລືອດດໍາທຸກປະເພດສາມາດແຜ່ລາມໄປທົ່ວຮ່າງກາຍສາມາດເຮັດໃຫ້ເສຍຊີວິດໄດ້ຖ້າຫາກບໍ່ໄດ້ຮັບການປິ່ນປົວດ້ວຍຢາຕ້ານເຊື້ອທີ່ແພດໝໍເປັນຜູ້ສັ່ງຈ່າຍຢາ.
    ທ່ານກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ຄົນສ່ວນໃຫຍ່ທີ່ເຈັບປ່ວຍຈາກພະຍາດໄຂ້ເລືອດດໍາໄດ້ສໍາຜັດສັດທີ່ຕິດເຊື້ອຫຼືຜະລິດຕະພັນສັດເຊັ່ນ: ໜັງສັດ ຫຼືຂົນສັດ. ການປ້ອງກັນພະຍາດໃນສັດຈະຊ່ວຍປົກປ້ອງສຸຂະພາບຂອງຄົນໄດ້ຍັງມີບາງເສັ້ນທາງທີ່ອາດບໍ່ຄ່ອຍພົບເລື້ອຍໆຄືຄົນເຮົາສາມາດຕິດເຊື້ອພະຍາດໄຂ້ເລືອດດໍາໄດ້ໃນກໍລະນີທີ່ຕິດເຊື້ອພະຍາດທາງຜີວໜັງ ຊຶ່ງຍັງມີຄວາມສ່ຽງເລັກນ້ອຍຕໍ່ການຕິດເຊື້ອໂດຍກົງຈາກບາດແຜໃນຮ່າງກາຍຂອງຄົນອື່ນ, ພະຍາດໄຂ້ເລືອດດໍາຍັງສາມາດຕິດເຊື້ອໄດ້ຈາກອຸບັດເຫດທາງຫ້ອງວິເຄາະ ແລະ ອື່ນໆ ຖ້າທ່ານມີອາການສົງໄສວ່າເປັນພະຍາດໄຂ້ເລືອດດຳ ຕ້ອງໄປໂຮງໝໍເພື່ອໃຫ້ແພດກວດ ແລະ ຮັບການປິ່ນປົວ.
ຂ່າວ: ພູວັນ