ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ເປີດເຜີຍຂໍ້ມູນລ່າສຸດກໍລະນີສົງໄສພະຍາດໄຂ້ເລືອດດໍາຕໍ່ສື່ມວນຊົນໃນວັນທີ 4 ເມສານີ້ວ່າ: ມາຮອດປັດຈຸບັນມີ94 ກໍລະນີມາຈາກແຂວງຈໍາປາສັກ (ເມືອງຈໍາປາສັກ 52 ກໍລະນີ, ຊະນະສົມບູນ 13 ກໍລະນີ, ສຸຂຸມາ 2 ກໍລະນີ) ແລະ ແຂວງສາລະວັນ 27 ກໍລະນີ (ເມືອງລະຄອນເພັງ 16 ກໍລະນີ ແລະ ຄົງເຊໂດນ 11ກໍລະນີ).
    ທ່ານກ່າວໃຫ້ຮູ້ອີກວ່າ: ພະຍາດໄຂ້ເລືອດດໍາແມ່ນພະຍາດຕິດຕໍ່ທີ່ຮ້າຍແຮງ ຊຶ່ງເກີດຈາກເຊື້ອຈຸລິນຊີທີ່ສ້າງສະປໍທີ່ເອີ້ນວ່າ bacillus anthracisເປັນພະຍາດທີ່ເກີດຂຶ້ນຕາມທໍາມະຊາດຢູ່ໃນດິນໃນພື້ນທີ່ສ່ວນໃຫຍ່ຂອງໂລກແຕ່ຄວາມຖີ່ຂອງການລະບາດແມ່ນແຕກຕ່າງກັນໄປ.ສະປໍຂອງເຊື້ອພະຍາດໄຂ້ເລືອດດໍາຍັງຄົງຢູ່ໃນດິນເປັນເວລາດົນນານ ແລະ ຈະກັບມາປະກົດຂຶ້ນອີກຄັ້ງເມື່ອດິນຖືກລົບກວນເຊັ່ນ: ນໍ້າຖ້ວມ, ຝົນຕົກໜັກ ຫຼືດິນເຈື່ອນສະປໍເຫຼົ່ານີ້ສາມາດຖືກກິນໂດຍສັດຄ້ຽວເອື້ອງທີ່ກິນຫຍ້າເຊັ່ນ: ງົວ, ຄວາຍ,ແບ້ ເຮັດໃຫ້ສັດເຫຼົ່ານີ້ຕິດພະຍາດດັ່ງກ່າວໂດຍທົ່ວໄປແລ້ວຜົນກະທົບຕໍ່ສັດຄ້ຽວເອື້ອງທັງສັດລ້ຽງ ແລະສັດປ່າສາມາດແຜ່ຈາກສັດສູ່ຄົນໄດ້ ແຕ່ປົກກະຕິແລ້ວບໍ່ແຜ່ຈາກຄົນສູ່ຄົນ.ເຊື້ອຈຸລິນຊີດັ່ງກ່າວຜະລິດສານພິດທີ່ມີລິດຮຸນແຮງເຮັດໃຫ້ເກີດພະຍາດຮ້າຍແຮງແລະເສຍຊີວິດໃນທັງຄົນແລະສັດ, ພະຍາດໄຂ້ເລືອດດໍາໃນທັງຄົນແລະສັດສາມາດປິ່ນປົວດ້ວຍຢາຕ້ານເຊື້ອທີ່ສັ່ງຈ່າຍຢາໂດຍແພດໝໍແລະສັດຕະວະແພດຕາມລໍາດັບ. ຖ້າຜູ້ທີ່ຕິດເຊື້ອພະຍາດໄຂ້ເລືອດດໍາໄດ້ຮັບການປິ່ນປົວທາງການແພດຢ່າງໄວວາຄວາມສ່ຽງຕໍ່ການເສຍຊີວິດແມ່ນໜ້ອຍຫຼາຍ.
    ທ່ານກ່າວເນັ້ນຕື່ມອີກວ່າ: ວິທີທີ່ດີທີ່ສຸດໃນການປ້ອງກັນພະຍາດໄຂ້ເລືອດດໍາໃນຄົນແມ່ນການຊອກຫາກໍລະນີທີ່ເຈັບປ່ວຍໃນສັດລ້ຽງຢ່າງໄວວາແລະການປະຕິບັດມາດຕະການຄວບຄຸມເພື່ອຢຸດຕິການແຜ່ລະບາດຂອງພະຍາດ.ສິ່ງສໍາຄັນຄືຕ້ອງປະຕິບັດຕາມວິທີການທີ່ມີຄວາມປອດໄພໃນເວລາລ້ຽງສັດ, ການຂ້າສັດ, ການແປຮູບຊີ້ນແລະຜະລິດຕະພັນນົມສໍາລັບການບໍລິໂພກຂອງຄົນເຮົາ ແລະໃນເວລາກະກຽມອາຫານ, ສິ່ງສຳຄັນຕ້ອງລ້າງມືໃສ່ສະບູທຸກຄັ້ງຫຼັງຈາກສຳພັດສັດເຫງົາຫຼືຕາຍ, ຫ້າມຂ້າ, ຄົວ ຫຼືກິນສັດທີ່ເຫງົາຫຼືຕາຍ, ເມື່ອສັດຕາຍຕ້ອງນໍາເອົາຊາກສັດໄປຈູດ ຫຼືຝັງລົງດິນໃຫ້ເລິກປະມານ 2 ແມັດ, ຕ້ອງນໍາສັດລ້ຽງໄປຮັບການສັກຢາປ້ອງກັນພະຍາດສັດທຸກໆປີ ຖ້າທ່ານມີອາການສົງໄສວ່າເປັນພະຍາດໄຂ້ເລືອດດຳຕ້ອງໄປໂຮງໝໍເພື່ອໃຫ້ແພດກວດ ແລະ ຮັບການປິ່ນປົວ, ເມື່ອເຫັນສັດເຫງົາຫຼືຕາຍຕ້ອງລາຍງານໃຫ້ສັດຕະວະແພດບ້ານ ຫຼືນາຍບ້ານດ່ວນ.
ຂ່າວ: ພູວັນ