ໃນວັນທີ 4 ເມສານີ້ ຢູ່ທີ່ສະໂມສອນ ເມືອງບໍ່ແຕນ ແຂວງໄຊຍະບູລີ. ຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ຈັດດກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 15 ສະໄໝທີ VII. ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສະໜຸກ ໄຊອຸດົມ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງບໍ່ແຕນ, ໂດຍການເຂົ້າຮ່ວມຂອງສະຫາຍ ຄຳສີ ແພງສະຫວັນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ຕະຫຼອດຮອດເລຂາໜ່ວຍພັກບ້ານທົ່ວເມືອງເຂົ້າຮ່ວມ.
ສະຫາຍ ບຸນທອງ ວັນນາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ໄດ້ຜ່ານຮ່າງລາຍງານການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ປະຈໍາ 3 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 3 ເດືອນຕໍ່ໜ້າ. ໃນໄລຍະ 3 ເດືອນຜ່ານມາ ຄະນະຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ນຳພາ-ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງໄດ້ທັນເວລາ. ການຈັດເກັບລາຍຮັບມອບເຂົ້າງົບປະມານປະຕິບັດໄດ້ 784 ລ້ານກີບເທົ່າ 33,45% ຂອງແຜນການປີ. ການຊຸກຍູ້ປະຊາຊົນປູກພືດລະດູແລ້ງເປັນຕົ້ນແມນສາລີຫວານ ແລະ ຖົ່ວດິນ. ປັດຈຸບັນເກັບກູ້ສຳເລັດແລ້ວ 20% ແລະ ການເຄື່ອນຍ້າຍສິນຄ້າພາຍໃນລວມມູນຄ່າ 12.724 ລ້ານກີບ ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມ ແລະ ມີຄວາມຮັບຜິດຊອບສູງໃສ່ຮ່າງບົດລາຍງານການນຳພາ-ຊີ້ນຳ ວຽກງານຮອບດ້ານປະຈຳ 3 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 3 ເດືອນຕໍ່ໜ້າ. ຊອກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີີຈະຕອ້ງໄດ້ສືບຕໍ່ແກ້ໄຂເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານມີຜົນສຳເຫຼັດຕາມຄາດໝາຍທີ່ວາງໄວ້. 
(ຂ່າວ-ພາບ :ສາຍຄຳ ບຸນຍາວົງ)