ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ“ສະໜັບສະໜູນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ’’ປະຈຳປີ2023 ແລະ ແຜນການ2024ຂຶ້ນໃນວັນທີ 5 ເມສານີ້ ທີ່ສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານ ນາງ ມີນີຕາ ໂປເດວ ຜູ້ຕາງໜ້າອົງການກາແດງສະວິດ, ທ່ານ ເຂັມເພັດ ສີວໍລະວົງ ຮອງຫົວໜ້າຫ້ອງການອົງການກາແດງແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ຈັນທະລາ ສຸກສາຄອນ ກ່າວວ່າ:ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບຄືນການຈັດຕັ້ງປະຕິບັດວຽກງານ ໂຄງການດັ່ງກ່າວ ທີ່ໄດ້ປະຕິບັດໃນປີ 2023 ພ້ອມທັງສົນທະນາ ແລະ ວາງແຜນປີ 2024. ໂຄງການດັ່ງກ່າວໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍພາຍໃຕ້ການນໍາພາທີ່ເຂັ້ມແຂງ ແລະ ການປະຕິບັດຂອງສະຖາບັນເລືອດແຫ່ງຊາດ(NBTI). ໃນປີ 2023, NBTI ໄດ້ປະສົບຜົນສຳເລັດ 90% ຂອງຄວາມຕ້ອງການຜະລິດຕະພັນເລືອດທົ່ວປະເທດແລະມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງຫຼາຍກວ່າ 4.000 ຄົນ, ລວມທັງພະນັກງານກາແດງແຫ່ງຊາດລາວແລະອາສາສະໝັກຜູ້ບໍລິຈາກເລືອດແລະຜູ້ຮັບຜົນປະໂຫຍດໂດຍຜ່ານກອງປະຊຸມ, ການຝຶກອົບຮົມແລະການໂຄສະນາປຸກລະດົມການບໍລິຈາກເລືອດ. ການກະກຽມຄວາມພ້ອມເພື່ອຍື່ນເອກະສານສະໜັກສອບເສັງເອົາໜັງສືຢັ້ງຢືນຮັບຮອງຄຸນນະພາບມາດຕະຖານພື້ນຖານສາກົນຈາກສະມາຄົມ AABB, ລວມທັງການພັດທະນາຂັ້ນຕອນການປະຕິບັດມາດຕະຖານ, ຄໍາແນະນໍາການກວດກາພາຍໃນແລະແຜນການບໍາລຸງຮັກສາ,ໂດຍລວມແລ້ວ, ແມ່ນໄດ້ປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບແລະຄວາມປອດໄພຂອງການບໍລິການສົ່ງເລືອດ, ນອກຈາກນີ້ ຍັງມີຜົນສຳເລັດອັນພົ້ນເດັ່ນອື່ນໆ ໂດຍສະເພາະການຈັດຊື້ລົດຕູ້ຈຳນວນ 3 ຄັນ, ອຸປະກອນການແພດແລະເຄື່ອງໄອທີ, ການກະກຽມການກໍ່ສ້າງສູນເລືອດຫຼັງໃໝ່ຢູ່ແຂວງສາລະວັນ, ການສ້ອມແປງຫ້ອງລໍຖ້າຮັບເລືອດແລະສ້ອມແປງລະບົບສຳຮອງໄຟຟ້າຢູ່NBTI. 
ສຳລັບປີ 2024 ຈະສຸມໃສ່ສືບຕໍ່ໂຄງການເພື່ອໃຫ້ບັນລຸການປະຕິບັດມາດຕະຖານ AABB, ເພີ່ມທະວີການເຄື່ອນໄຫວຂອງວຽກງານສູນເລືອດ, ການຮ່ວມມືກັບຜູ້ບໍລິຈາກເລືອດທີ່ມີທ່າແຮງ, ຊຸກຍູ້ການຮ່ວມມືກັບອົງການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ແລະຮັບປະກັນການສະໜອງທຶນເພື່ອການພັດທະນາແບບຍືນຍົງໃນການບໍລິການເລືອດ.
ທ່ານ ນາງ ມີນີຕາ ໂປເດວ ກ່າວວ່າ: ໄລຍະຜ່ານມາ ການປະຕິບັດວຽກງານບໍລິຈາກເລືອດໄດ້ບັນລຸຕາມເປົ້າໝາຍທີ່ໄດ້ກໍານົດໄວ້, ຈາກຜົນສໍາເລັດທີ່ສະຖາບັນເລືອດຍາດມາໄດ້ນັ້ນ ສະຖາບັນເລືອດຕ້ອງໄດ້ເພີ່ມທະວີການຂົນຂວາຍຈໍານວນອາສາສະໝັກຕື່ມ ເພື່ອມາເຂົ້າຮ່ວມໃນການລະດົມໃຫ້ຜູ້ເຂົ້າມາບໍລິຈາກເລືອດຫຼາຍຂຶ້ນຕື່ມ.  ປີ2024  ແມ່ນປີສຸດທ້າຍ ຂອງໄລຍະການປະຕິບັດໂຄງການ ຮຽກຮ້ອງມາຍັງທຸກໆພາກສ່ວນໃຫ້ມີສ່ວນຮ່ວມ ຕອບສະໜອງເລືອດໃຫ້ທັນກັບຄວາມຕ້ອງການຂອງສັງຄົມ ກໍຄື ຄົນເຈັບ.
(ຂ່າວ-ພາບ: ແສງຈັນ)